ໂຣນັລໂດ ສ້າງສະຖິຕິຍິງປະຕູຫຼັກ 800 ໄດ້ສໍາເລັດ ຫຼັງພາ ແມນຢູ ເອົາຊະນະ ອາເຊນອລ

323
Manchester United's Cristiano Ronaldo, right, celebrates with Manchester United's Bruno Fernandes after scoring his side's second goal during the English Premier League soccer match between Manchester United and Arsenal at Old Trafford stadium in Manchester, England, Thursday, Dec. 2, 2021. (AP Photo/Dave Thompson)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ສ້າງສະຖິຕິຍິງປະຕູໃນອາຊີບທະລຸຫຼັກ 800 ປະຕູເປັນທີ່ຮຽບຮ້ອຍ ຫຼັງຍິງ 2 ປະຕູຊ່ວຍໃຫ້ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ອາເຊນອລ 3-2 ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອວັນທີ 2 ທັນວາ 2021.

ຈາກຜົນດັ່ງກ່າວ ເຮັດໃຫ້ ໂຣນັລໂດ ຍິງປະຕູໃນອາຊີບໄປແລ້ວເຖິງ 801 ປະຕູ ລວມທັງສະໂມສອນ ແລະ ທີມຊາດດັ່ງນີ້:
-ສະປອດຕິງ ລິສບອນ ສະໂມສອນໃນປ໊ອກຕຸຍການ 5 ປະຕູ
-ແມນເຊັສເຕີ ຢູໄນເຕັດ 130 ປະຕູ

-ຣີລ ມາດຣິດ ໃນລາລີກາ ແອັດສະປາຍ 450 ປະຕູ
-ຢູເວນຕຸສ ໃນກັນໂຊ ເຊເຣຍ ອາ ອິຕາລີ 101 ປະຕູ
-ທີມຊາດປ໊ອກຕຸຍການ 115 ປະຕູ