ລະບາດໄວກວ່າທີ່ຄິດ ພຽງຂ້າມວັນໂຄວິດສາຍພັນໃໝ່ໂອໄມຄຣອນ ລາມສູ່ 13 ປະເທດແລ້ວ

663

ໂຄວິດ19 ສາຍພັນທີ່ຜ່ານມາວ່າໜັກແລ້ວ ມາຮອດໂອໄມຄຣອນຍິ່ງໜັກ ແລະແຜ່ລາມໄວກວ່າເດີມ ປະຈຸບັນທົ່ວໂລກກຳລັງກັງວົນ ແລະຫາທາງຮັບມືກັບໄວຣັສສາຍພັນໃໝ່ນີ້ຢູ່ ແຕ່ຫຼ້າສຸດມີລາຍງານວ່າໄດ້ແຜ່ລາມໄປ 13 ປະເທດແລ້ວໃນຂະນະນີ້.

ໂອໄມຄຣອນ ແມ່ນຖືກຈັດເປັນສາຍພັນທີ່ໜ້າກັງວົນທີ່ສຸດໃນຕອນນີ້ Variant of Concern ຢ່າງໄວວາ ຫຼັງພົບວ່າມີການຂະຫຍາຍພັນບໍລິເວນເຊື້ອໄວຣັສຫຼາຍຕຳແໜ່ງ ແລະ ອາດສົ່ງຜົນໃຫ້ໄວຣັສຕ້ານປະສິດທິພາບວັກຊິນທີ່ມີຢູ່ໄດ້.

ຜູ້ຕິດເຊື້ອສາຍພັນນີ້ແມ່ນໄດ້ຮັບການຢືນຢັນແລ້ວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງປັດຈຸບັນນີ້ແມ່ນມີ 13 ປະເທດທົ່ວໂລກ ໂດຍສ່ວນໃຫຍ່ແລ້ວແມ່ນເປັນຜູ້ທີ່ເດີນທາງມາຈາກບັນດາປະເທດໃນທະວີບແອບຟຣິກາໃຕ້ ເຊິ່ງເປັນຈຸດທີ່ພົບສາຍພັນນີ້ເປັນຄັ້ງທຳອິດ.

ເຖິງຢ່າງໃດກໍ່ຕາມ ທາງອົງການອະນາໄມໂລກຍັງບໍ່ຮູ້ວ່າສາຍພັນນີ້ ຈະແຜ່ລະບາດຈາກຄົນສູ່ຄົນໄດ້ຫຼາຍຂຶ້ນ ຫຼື ວ່ອງໄວຂຶ້ນພຽງໃດ ສ່ວນຄວາມຮ້າຍແຮງຂອງການຕິດເຊື້ອສາຍພັນນີ້ ຈະໜັກຂຶ້ນ ຫຼື ບໍ່ນັ້ນ ຍັງບໍ່ທັນເປັນທີ່ຊັດເຈນເທື່ອ ແຕ່ຮູ້ໆກັນຢູ່ແຜ່ລະບາດໄວຫຼາຍຮ້ອຍເທົ່າເມື່ອທຽບກັບສາຍພັນອື່ນໆຜ່ານມາ.