ພາສ່ອງ Miss Grand Laos ຄົນລ່າສຸດ ດາວມີໄຊ ພະຈັນສິດທິ ໃນເວສາກົນ Miss Grand International

1134

ເຮັດຜົນງານທີ່ຫນ້າພູມໃຈເລີຍ ສໍາລັບ ດາວມີໄຊ ພະຈັນສິດທິ ຕົວແທນສາວລາວໃນເວທີສາກົນ Miss Grand International 2021 ລຸ້ນຈະຄວ້າມົງມາຄອງ ແລະ ສ້າງປະຫວັດຕິສາດຫນ້າໃຫມ່ໃຫ້ກັບວົງການນາງງາມລາວ ຫລືບໍ່! ແຕ່ເທົ່າທີ່ແອັດມິນເຫັນນ້ອງໃນຮອບຕ່າງໆ ໂດຍສະເພາະແມ່ນຮອບຊຸດລອຍນໍ້າ ບອກໄດ້ເລີຍວ່າເລີດ ແລະ ປັງທີ່ສຸດ ຈົນແຟນໆນາງງາມທີ່ໄດ້ເຫັນນ້ອງໃນຮອບນີ້ແມ່ນຕ່າງພາກັັນວ້າວກັບການສະແດງອອກ ແລະ ຄວາມຫມັ້ນໃຈທີ່ນ້ອງມີເລີຍ.

ສໍາລັບ ດາວ ມີໄຊ ຖືວ່າເປັນອີກຫນຶ່ງສາວງາມທີ່ເປັນຕົວແທນຂອງລາວທີ່ມີຄວາມສາມາດຄົບເຄື່ອງ ແລະ ຮອບດ້ານອີຫລີ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ການຍ່າງ, ການຕອບຄໍາຖາມ ແລະ  ຄວາມຫມັ້ນໃຈ ມີຄວາມເປັນແກຣນທີ່ສຸດຄືມາເຕັມສໍາລັບຄົນນີ້

ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ ປັດຈຸບັນ ອາຍຸ 22ປີ ເຊິ່ງຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນສາວງາມຈາກແຂວງສະຫວັນນະເຂດຂອງເຮົານີ້ເອງ.

ນ້ອງດາວມີໄຊ ຜ່ານມາເຄີຍປະກວດມາຢູ່ 2 ເວທີດ້ວຍກັນ ຄືເວທີທໍາອິດແມ່ນ ເວທີ Miss Laos  ແລະ ເວທີສອງແມ່ນ Miss World Laos ແລະ ທັງສອງເວທີນັ້ນນັ້ນ ນ້ອງກໍເຮັດຜົນງານໄດ້ເປັນຢ່າງດີເລີຍເຂົ້າຮອບເລິກໆທັງນັ້ນ ແລະ ສໍາຄັນສ້າງຄວາມປະທັບໃຈ ເຮັດໃຫ້ມີແຟນໆລຸ້ນເຊຍໃຫ້ໄປເວທີຕ່າງໆ.

ທີມງານຂ່າວບັນເທີງເຄີຍໄດ້ສໍາພາດນ້ອງ ສໍາລັບການກຽມຕົວກ່ອນຈະໄປເວທີໃຫຍ່ ແລະ ນ້ອງໄດ້ບອກວ່າ: ໄດ້ມີການກຽມໂຕຫລາຍຢ່າງເລີຍຄື ບໍ່ວ່າຈະເປັນການຮຽນຍ່າງ, ຮຽນແນະນໍາໂຕ, ຮຽນເວົ້າໃສ່ໄມ, ຮຽນເຕັ້ນ, ຮຽນບຸກຄະລິກກະພາບ ແລະ ອີກຫລາຍໆຢ່າງເພື່ອນໍາໄປປັບປ່ຽນໃຊ້ໃນເວທີແມ່ ແລະ ເປັນເວທີສາກົນໃຫ້ດີທີ່ສຸດ ໃນທີ່ສຸດນ້ອງກໍເຮັດໄດ້ສົມກັບສິ່ງທີ່ນ້ອງພະຍາຍາມ ແລະ ຝຶກຝົນມາໂດຍຕະຫລອດສ້າງຜົນງານໃນແຕ່ລະຮອບໄດ້ຢ່າງພາກພູມໃຈທີ່ສຸດ.

ມາລຸ້ນຕໍ່ວ່າ ຄວາມຄາດຫວັງຂອງນ້ອງໃນເວທີໃຫຍ່ Miss Grand International ຄືການໄດ້ເຂົ້າໄປຢືນຢູ່ Top5 finalists Miss Grand International 2021 ເພື່ອສ້າງປະຫວັດສາດຫນ້າໃຫມ່ໃຫ້ກັບວົງການນາງງາມ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ນ້ອງຈະເຮັດໄດ້ຫລືບໍ່ ແລະ ທີ່ສໍາຄັນຄົນລາວເຮົາທຸກຄົນກໍ່ຢ່າລືມສົ່ງກຳລັງໃຈ ແລະ ເຊຍນ້ອງດ້ວຍ.

ຝາກເຊຍ ແລະ ຮ່ວມໃຫ້ກໍາລັງໃຈຕົວແທນສາຍສະພາຍລາວຄົນນີ້ແນ່ເດີ ເພື່ອໃຫ້ນ້ອງໄດ້ເຮັດຫນ້າທີ່ ອັນຊົງກຽດນີ້ໃຫ້ດີທີ່ສຸດ ທີມຂ່າວບັນເທີງຂອງພວກເຮົາກໍຕ້ອງຂໍຝາກແຟນໆນາງງາມທຸກຄົນ ຊ່ວຍເຊຍ ແລະ ສົ່ງກໍາລັງໃຫ້ສາວງາມຂອງປະເທດລາວ ທີ່ຈະເປັນຕົວແທນ ແລະ ເປັນໄປຫນ້າຂອງປະເທດນໍາເອົາວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວເຮົາໄປເຜີຍແຜ່ທີ່ສາກົນດ້ວຍ. ການຕິດຕາມທາງເຟສບຸກສ່ວນຕົວ Daomixay Pcst ແລະ ທາງເພຈກອງປະກວດ MISS GRAND LAOS ມີສແກຣນລາວ.

ຮູບ: MISS GRAND LAOS