“ບໍ່ຊະນະໃຜກໍໄດ້ ແຕ່ຂໍຊະນະໃຈຕົນເອງກໍພໍ” ເບບີ້ ເມກຂະຫຼາ ໃນເວທີນາງສາວລາວ

1001

ຜ່າເຂົ້າຮອບ 30ຄົນແລ້ວ ສໍາລັບສາວຫນ້າຫວານຮອຍຍິ້ມສົດໃສ ຂໍສານຝັນໃຫ້ເປັນຈິງໃນເວທີ ນາງສາວລາວປີ 2021ນີ້ ທໍາຄວາມຮູ້ຈັກກັບສາວງາມຄົນນີ້ ເມກຂະຫຼາ ຈະເລີນໄຊ ຫລື ເບບີ້ ປັດຈຸບັນອາຍຸ 19ປີ ຕົວແທນນະຄອນຫຼວງວຽງຈັນ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນ ຮັຕະນະບໍລິຫານທຸລະກິດ ປີ2 ສາຂາ ການເງິນ-ການທະນາຄານ.

ເມກຂະຫລາໄດ້ໃຫ້ສຳພາດວ່າ: ທີ່ຜ່ານມາແມ່ນເຄີຍລົງປະກວດ ມີສຢູນີເວີສລາວ2019 ທ໋ອບ 5ຄົນສຸດທ້າຍ ແລະ ຄວາມໃຝ່ຝັນນ້ອງຢາກເປັນນາງສາວລາວໃນປີນີ້ 2021 ແລະຢາກມີໂອກາດໄດ້ຢູ່ໃນວົງການບັນເທີງ ເພາະເປັນຄວາມຝັນຂອງນ້ອງຕັ້ງແຕ່ນ້ອຍໆ ມັກເບິ່ງຂ່າວເລື່ອງນາງງາມ ແລະ ດາລາໃນວົງການບັນເທີງ ນ້ອງເຄີຍຝັນ ແລະ ບອກກັບຕົນເອງວ່າມື້ຫນຶ່ງຈະພັດທະນາຕົນເອງໃຫ້ດີ ພ້ອມຈະພະຍາຍາມໄປຢູ່ຈຸດນັ້ນຄືເອື້ອຍໆທຸກຄົນໃຫ້ໄດ້.

ຄະຕິປະຈຳໃຈຂອງນ້ອງກໍຄື ‘’ ທຸກໆຄວາມສຳເລັດ ຖ້າຢາກສຳເລັດຕ້ອງໃຊ້ເວລາ ແລະຄວາມພະຍາຍາມ ‘’ ຢ່າງທໍາອິດເລີຍທີ່ເປັນເຫດຜົນໃນການເຂົ້າປະກວດຄືນ້ອງຢາກມາເພື່ອທຳລາຍກຳແພງທີ່ນ້ອງເຄີຍປິດຕົວເອງ ເພາະຄວາມຢ້ານ, ຂີ້ອາຍ, ບໍ່ກ້າ ກັງວົນວ່າຕົນເອງຈະເຮັດບໍ່ໄດ້ ມັນເປັນຄວາມຮູ້ສຶກທີ່ຢ້ານໄປຫມົດ ນ້ອງເລີຍຢາກມາເວທີນີ້ ເພື່ອຢາກເອົາຊະນະໃຈໂຕເອງ ບໍ່ຊະນະໃຜກໍໄດ້ ແຕ່ຂໍຊະນະໃຈຕົນເອງກໍພໍ.

ສໍາລັບນ້ອງເອງຈະເອົາຄວາມສາມາດທຸກຢ່າງທີ່ໃນໂຕນ້ອງມີ ອອກມາໂຊໃຫ້ກຳມະການເຫັນ ແລະ ປະທັບໃຈທີ່ສຸດ ສ່ວນຄວາມສາມາດນ້ອງນັ້ນແມ່ນຫຍັງ ນ້ອງຂໍເກັບໄວ້ເຊີໄພຣເດີ້ ຝາກທຸກຄົນຕິດຕາມນ້ອງແນ່ເດີ້ວ່າຄວາມສາມາດທີ່ນ້ອງຈະນຳໂຊນັ້ນແມ່ນຫຍັງ??

ສ່ວນທີ່ຄິດວ່າຈຸດເດັ່ນຂອງຕົວນ້ອງເອງຫຼັກໆແມ່ນ ຮອຍຍິ້ມ ແລະຕໍ່ມາກໍ່ຄື ກິລິຍາມາລະຍາດ, ການເວົ້າ ຫຼື ສົນທະນາ ການອ່ອນນ້ອມຖ່ອມຕົນ ບຸກຄະລິກກະພາບທີ່ດີ ແລະ ການຍ່າງ ທີ່ສຳຄັນໄປກວ່ານັ້ນກໍຄື ການຮຽນຮູ້ ຫຼື ປະສົບການທີ່ຜ່ານມານ້ອງຈະນຳມາພັດທະນາຕົນເອງໃຫ້ດີທີ່ສຸດເພື່ອໃຫ້ໄດ້ຕຳແຫນ່ງ.

ໃນເລື່ອງຂອງການກຽມຕົວ ນ້ອງກໍໄດ້ມີການກຽມພ້ອມຫຼາຍຢ່າງເລີຍບໍ່ວ່າຈະເປັນທັກສະໃນການເວົ້າ, ການຍ່າງ ຫຼື ການຕອບຄຳຖາມ.

ສິ່ງສຳຄັນທີ່ສຸດ ຖ້ານ້ອງໄດ້ຕຳແຫນ່ງອັນຊົງຄຸນຄ່າມາຄອງໄດ້ແມ່ນນ້ອງຢາກປະກອບສ່ວນຊ່ວຍເຫຼືອຜູ້ເຖົ້າ ແລະ ເດັກນ້ອຍ ເພາະນ້ອງເອງເປັນຄົນມັກອີ່ຕົນຜູ້ເຖົ້າ ແລະ ຮັກເດັກນ້ອຍ ທີ່ຜ່ານມາໄດ້ມີໂອກາດຊ່ວຍເຫຼືອແຕ່ຕາມເພສເຟສບຸກ ບໍ່ມີໂອກາດໄດ້ລົງໄປຊ່ວຍຕົວຈິງ ຖ້ານ້ອງໄດ້ຕຳແຫນ່ງນ້ອງສັນຍາເລີຍວ່າ ນ້ອງຈະປະກອບສ່ວນລົງໄປຊ່ວຍເຫຼືອດ້ວຍຕົວນ້ອງເອງ.

ສໍາລັບຜົນງານທີ່ຜ່ານມານ້ອງເຄີຍມີຜົນງານ ຖ່າຍແບບ, ເດີນແບບ, ຖ່າຍປະຕິທິນ, ຖ່າຍໂຄສະນາສິນຄ້າ ແລະ ເອັມວີເພັງ ສ່ວນຜົນງານປັດຈຸບັນແມ່ນກຳລັງລົງປະກວດນາງສາວລາວ2021ນີ້, ກິດຈະກຳຍາມວ່າງນ້ອງແມ່ນຫລິ້ນກິລາເຊັ່ນ ບານສົ່ງ ເລື່ອນເຟສກ່ອນນອນຫນ້ອຍຫນຶ່ງຮາຮາ ສຸດທ້າຍນີ້ນ້ອງເອງກໍຂໍຝາກເອື້ອຍອ້າຍທຸກຄົນ ຊາວນະຄອນຫຼວງວຽງຈັນເຮົາຊ່ວຍສົ່ງແຮງເຊຍແຮງໃຈມາໃຫ້ນ້ອງນ້ອຍຄົນນີ້ແນ່ເດີ້ ຂອບໃຈຫຼາຍໆສໍາລັບຄົນທີ່ໃຫ້ໂອກາດບີ້ໄດ້ລົງປະກວດນາງສາວລາວໃນປີນີ້ ຊ່ອງຕິດຕາມ Fb: Bebie Chaleunxay ແລະ  IG:bbie_mekkhala

ຮູບ: Bebie Chaleunxay