ແຮງງານລາວ ທີ່ຈະໄປເຄື່ອນໄຫວແຮງງານຢູ່ຕ່າງປະເທດ ຕ້ອງລົງທະບຽນກ່ອນ ໄປໃຫ້ຖືກຕ້ອງຕາມກົດໝາຍ

970

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກຳນົດມາດຕະການສົ່ງເສີມການມີວຽກເຮັດງານທຳ ແລະ ສະກັດກັ້ນການໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ແລະ ການເຂົ້າເຖິງລະບົບສະຫວັດດີການ ຂອງແຮງງານລາວເຮົາ ໂດຍຮຽກຮ້ອງມາຍັງບັນດາພໍ່ແມ່ພີ່ນ້ອງ, ຊາວຜູ້ອອກແຮງງານ ແລະ ຄອບຄົວຂອງຜູ້ອອກແຮງງານ ໃຫ້ການຮ່ວມມື ເພື່ອບໍ່ໃຫ້ມີການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ທັງນີ້ກໍເພື່ອໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ.

ໃນວັນທີ 19 ພະຈິກ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມຖະແຫຼງຂ່າວ ກ່ຽວກັບ ການເຄື່ອນຍ້າຍແຮງງານຢູ່ພາຍໃນ, ການໄປເຮັດວຽກຢູ່ຕ່າງປະເທດ ແລະ ນະໂຍບາຍດ້ານສະຫວັດດີການ ຂອງຜູ້ອອກແຮງງານ ໃນໄລຍະໃໝ່ ຢູ່ທີ່ກະຊວງສາທາລະນະສຸກ ຮ່ວມກັບ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ສະບັບເລກທີ 03 ແລະ 04/ສພຊ, ລົງວັນທີ 10 ສິງຫາ 2021, ໄດ້ຜັນຂະຫຍາຍອອກມາເປັນ ແຜນປະຕິບັດງານ ວາລະແຫ່ງຊາດ ຕິດພັນກັບ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ 2021-2023 ສະບັບເລກທີ 4189/ຮສສ, ລົງວັນທີ 10 ພະຈິກ 2021 ເພື່ອຈັດຕັ້ງປະຕິບັດໃນທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ໄປຕາມແຜນການ ແລະ ເປັນຮູບປະທຳຕົວຈິງ.


ສຳລັບດ້ານແຮງງານ ຈະໄດ້ສຸມໃສ່ພັດທະນາແຮງງານລາວ ໃຫ້ມີທັກສະສີມື ເພື່ອສະໜອງຄວາມຕ້ອງການຕົວຈິງ ຂອງຕະຫຼາດແຮງງານ ແລະ ບັນດາໂຄງການລົງທຶນຕ່າງປະເທດ, ສຸມໃສ່ແກ້ໄຂບັນຫາການວ່າງງານ ພາຍໃນ ແລະ ແຮງງານ ທີ່ກັບມາຈາກຕ່າງປະເທດ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ຈັດສັນເຂົ້າສູ່ການຈ້າງງານໂດຍໄວ; ສຳລັບດ້ານສະຫວັດດີການສັງຄົມ ຈະໄດ້ສຸມໃສ່ຊຸກຍູ້ໃຫ້ປະຊາຊົນລາວທຸກຄົນ ໄດ້ເຂົ້າສູ່ລະບົບປະກັນສັງຄົມ ໂດຍການເຂົ້າເປັນສະມາຊິກປະກັນສັງຄົມໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອຄໍ້າປະກັນການດໍາລົງຊີວິດຂັ້ນພື້ນຖານຂອງທຸກຄົນ ແລະ ຄອບຄົວ.

ໄລຍະນີ້ ຫຼາຍປະເທດໃນໂລກ ໄດ້ຫລຸດຜ່ອນມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມີຫລາຍປະເທດໄດ້ເປີດປະເທດ ເພື່ອກະຕຸ້ນເສດຖະກິດທີ່ຕົກຕ່ຳລົງເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະເຮັດໃຫ້ມີການເຄື່ອນຍ້າຍ ເຂົ້າ-ອອກ ຂອງພົນລະເມືອງພາຍໃນ ແລະ ນອກປະເທດ ຫລາຍຂຶ້ນ, ບາງປະເທດໃນບັນດາປະເທດສະມາຊິກອາຊຽນ ໂດຍສະເພາະປະເທດໄທ ກໍໄດ້ປະກາດເປີດປະເທດເປັນທາງການແລ້ວ ເພື່ອຕ້ອນຮັບ ແລະ ດຶງດູດນັກທ່ອງທ່ຽວ ແລະ ແຮງງານຈາກຕ່າງປະເທດ. ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ ຕໍ່ກັບການມີວຽກເຮັດງານທຳ ແລະ ຄວາມປອດໄພຂອງແຮງງານລາວ ທີ່ຕິດພັນກັບການເປີດປະເທດ, ການເປີດຮັບແຮງງານຕ່າງປະເທດຕາມລະບົບ MOU ຂອງປະເທດເພື່ອນບ້ານ ແລະ ການກະກຽມເປີດປະເທດຂອງລາວເຮົາໃນຕໍ່ໜ້າ ລວມເຖິງຄວາມຕ້ອງການຂອງຕໍາແໜ່ງງານໃນໂຄງການລົງທຶນ ແລະ ຫົວໜ່ວຍແຮງງານຢູ່ບັນດາແຂວງ ຊຶ່ງຈະມີການເຄື່ອນຍ້າຍແຮງງານຢູ່ພາຍໃນປະເທດ ແລະ ໄປເຮັດວຽກຢູ່ຕ່າງປະເທດ. ສະນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະເໜີມາຍັງອົງການຈັດຕັ້ງພາກລັດ, ພາກທຸລະກິດ, ອົງການປົກຄອງທ້ອງຖິ່ນ ແລະ ຜູ້ອອກແຮງງານ ຊາບກ່ຽວກັບມາດຕະການສົ່ງເສີມການມີວຽກເຮັດງານທຳ ແລະ ສະກັດກັ້ນການໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ແລະ ການເຂົ້າເຖິງລະບົບສະຫວັດດີການ ຂອງແຮງງານລາວເຮົາ.


1. ກ່ຽວກັບບັນຫາແຮງງານ
1.1 ຜູ້ທີ່ຕ້ອງການພັດທະນາສີມືແຮງງານໃຫ້ມີທັກສະສີມື ຕາມຄວາມຕ້ອງການຕົວຈິງ ຂອງຕະຫລາດແຮງງານ ແລະ ບັນດາໂຄງການລົງທຶນຕ່າງປະເທດ ໃຫ້ໄປພົວພັນລົງທະບຽນນຳພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ ເພື່ອເກັບກຳຈຳນວນ ແລະ ຂຶ້ນແຜນການຝຶກສີມືແຮງງານແຕ່ລະສາຂາອາຊີບ.
1.2 ຜູ້ທີ່ຕ້ອງການມີວຽກເຮັດງານທໍາ ຕາມຕໍາແໜ່ງງານທີ່ຫົວໜ່ວຍແຮງງານ ແລະ ບັນດາໂຄງການລົງທຶນ ແລະ ຕໍາແໜ່ງງານທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກາດ ສາມາດສະໝັກດ້ວຍຕົນເອງ ກັບຫົວໜ່ວຍແຮງງານ ແລະ ໂຄງການລົງທຶນໂດຍກົງ. ສໍາລັບຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການມີວຽກເຮັດງານທໍາພາຍໃນປະເທດດ້ວຍຕົນເອງ ແລະ ຕ້ອງການໃຫ້ພາກລັດຊ່ວຍໃນການອໍານວຍຄວາມສະດວກໃນການເຂົ້າສູ່ຕຳ ແໜ່ງງານ ຫລື ເຂົ້າເຮັດວຽກຢູ່ພາຍໃນປະເທດ ໃຫ້ໄປພົວພັນລົງທະບຽນນຳພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ, ວິສາຫະກິດບໍລິການຈັດຫາງານ, ຜູ້ປະສານງານຂັ້ນບ້ານ, ສູນບໍລິການຂໍ້ມູນຂ່າວສານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂທ: 1535. ໃນຂອບເຂດທົ່ວປະເທດ ເພື່ອສະໜອງເຂົ້າສູ່ຕໍາແໜ່ງງານຕ່າງໆຕາມຄວາມຕ້ອງການຂອງຫົວໜ່ວຍແຮງງານ ແລະ ໂຄງການລົງທຶນ.


1.3 ຜູ້ອອກແຮງງານທີ່ຕ້ອງການກັບຄືນໄປຕ່າງປະເທດ ແລະ ຜູ້ທີ່ຕ້ອງການໄປໃໝ່ ແມ່ນໃຫ້ໄປລົງທະບຽນນຳພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ ແລະ ວິສາຫະກິດບໍລິການຈັດຫາງານ ເພື່ອກະກຽມດໍາເນີນການຂໍອະນຸຍາດໃນການໄປເຮັດວຽກຕາມລະບົບ MOU (ຫລື ລະບົບທີ່ໄດ້ຕົກລົງຮ່ວມກັນ) ເພື່ອໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ຕາມລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ.
1.4 ໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ ຂຶ້ນທະບຽນຜູ້ຕ້ອງການຝືກທັກສະສີມື, ຜູ້ຕ້ອງການປະກອບອາຊີບ ແລະ ຜູ້ຕ້ອງການເຮັດວຽກຢູ່ພາຍໃນປະເທດ ແລະ ໄປເຮັດວຽກຢູ່ຕ່າງປະເທດ ດ້ວຍຫລາຍຮູບແບບ ທັງອອນລາຍ, ອອບລາຍ, ເຊິ່ງໜ້າ ແລະ ອື່ນໆ. ພ້ອມທັງ ເພີ່ມທະວີປະສານກັບພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ ຕິດພັນກັບນ້ຳໃຈຮັກຊາດ, ການປະກອບອາຊີບພັດທະນາຊີວິດການເປັນຢູ່ຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ການໂຄສະນາປະຊາສຳພັນ ຕ້ອງເຮັດຢ່າງແຂງແຮງ ການໄປເຮັດວຽກທີ່ຖືກຕ້ອງ ຕ້ອງໄປຂຶ້ນທະບຽນຢູ່ໄສ, ດຳເນີນການແບບໃດ, ການໄປເຮັດວຽກຢູ່ຕ່າງປະເທດ ຕ້ອງປະຕິບັດຕາມກົດໝາຍຂອງປະເທດທີ່ຮັບ ແລະ ປະເທດສົ່ງອອກ ຖ້າຜູ້ໃດລະເມີດຕ້ອງຮັບຜິດຊອບເອງທັງໝົດຕໍ່ໜ້າກົດໝາຍ.
1.5 ຂໍຄວາມຮ່ວມມືນໍາບັນດາຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ທີ່ມີຄວາມຕ້ອງການແຮງງານ ໃຫ້ສະໜອງຂໍ້ມູນລະອຽດໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ-ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ-ນະຄອນ ແລະ ວິສາຫະກິດບໍລິການຈັດຫາງານ ເພື່ອເປັນຂໍ້ມູນໃຫ້ແກ່ຜູ້ອອກແຮງງານ ແລະ ການສະໜອງແຮງງານເຂົ້າເຮັດວຽກ ຕາມຄວາມຕ້ອງການຂອງແຕ່ລະຕໍາແໜ່ງງານ.
1.6 ຂໍຮຽກຮ້ອງມາຍັງບັນດາພໍ່ແມ່ພີ່ນ້ອງ, ຊາວຜູ້ອອກແຮງງານ ແລະ ຄອບຄົວຂອງຜູ້ອອກແຮງງານ ໃຫ້ການຮ່ວມມື ເພື່ອບໍ່ໃຫ້ມີການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ຄືໄລຍະທີ່ຜ່ານມາ ຖ້າຍັງມີການລະເມີດ ຜູ້ມີສ່ວນກ່ຽວຂ້ອງ, ຜູ້ອອກແຮງງານ ແລະ ຄອບຄົວ ແມ່ນຕ້ອງຮັບຜິດຊອບຕໍ່ຄວາມຜິດ ແລະ ຄວາມເສຍຫາຍຕ່າງໆທີ່ຈະເກີດຂຶ້ນຕາມກົດໝາຍ ແລະ ລະບຽບການ ຂອງປະເທດສົ່ງ ແລະ ປະເທດຮັບ.
1.7 ຂໍຄວາມຮ່ວມມືນໍາພາກສ່ວນທີ່ກ່ຽວຂ້ອງຂອງອົງການລັດ ແລະ ອົງການຈັດຕັ້ງມະຫາຊົນ, ພາກສ່ວນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີມາດຕະການທີ່ເໝາະສົມ ຢ່າງຮີບດ່ວນ ແລະ ໂຄສະນາສຶກສາອົບຮົມ, ສ້າງຄວາມເຂົ້າໃຈ ແລະ ຮັບຮູ້ກົດໝາຍ ແລະ ລະບຽບການທີ່ມີຢູ່ ເພື່ອສະກັດກັ້ນການເຄື່ອນຍ້າຍໄປອອກແຮງງານ ຢູ່ຕ່າງປະເທດ ໂດຍບໍ່ໄດ້ດຳເນີນຂັ້ນຕອນທີ່ຖືກຕ້ອງຕາມກົດໝາຍ. ພ້ອມນີ້ ສະເໜີໃຫ້ພາກສ່ວນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຈັດຕັ້ງກ່ຽວຂ້ອງ ເພີ່ມມາດຕະການກວດກາຕາມແນວຊາຍແດນ ລາວ-ໄທ ເພື່ອປ້ອງກັນກຸ່ມຄົນບໍ່ດີ, ນາຍໜ້າ ແລະ ສະກັດກັ້ນຂະບວນການໂຄສະນາຕົວະຍົວະ, ຫຼອກລວງ ແລະ ລັກລອບເອົາພົນລະເມືອງລາວ ເຂົ້າ-ອອກ ປະເທດແບບບໍ່ຖືກຕ້ອງ ໂດຍນໍາໃຊ້ຊ່ອງທາງທໍາມະຊາດ.