ນັບຖອຍຫຼັງສູ່ມື້ເລິກງາມຍາມດີ ຂີ່ລົດໄຟລ້ານຊ້າງຕອນນີ້ພ້ອມ 100% ບໍລິການສັງຄົມ

647

ຍັງເຫຼືອອີກພຽງ 10 ວັນເທົ່ານັ້ນ ກໍ່ຈະໄດ້ຂຶ້ນລົດໄຟກັນແລ້ວພີ່ນ້ອງຊາວລາວ ເຊິ່ງນີ້ເປັນສິ່ງໃໝ່ທີ່ເກີດຂຶ້ນຢູ່ປະເທດເຮົາ ແລະຈະຊ່ວຍໃຫ້ຊີວິດຂອງປະຊາຊົນລາວດີຂຶ້ນເມືອໜ້າຖ້າຫາກພວກເຮົາຮູ້ໝູນໃຊ້ທ່າແຮງ ແລະໂອກາດຈາກເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ສາຍທາງຍຸດທະສາດສຳຄັນອອກສູ່ຕະຫຼາດໃຫຍ່ຢ່າງ ສປ ຈີນ.

ໃນໄລຍະແຕ່ວັນທີ 21 -23 ພະຈິກ 2021 ນີ້, ສື່ມວນຊົນຂອງລາວ ແລະຈີນ ນໍາໂດຍຄະນະກົມສື່ມວນຊົນກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ລົງຕິດຕາມຄວາມກຽມພ້ອມດ້ານຕ່າງໆຂອງສະຖານີລົດໄຟ ຂະບວນລົດໄຟລ້ານຊ້າງ ສູນບັນຊາ ແລະພະນັກງານບໍລິການຂະແໜງການຕ່າງໆ.

ເຊິ່ງຕອນບ່າຍວັນທີ 21 ພະຈິກນີ້ ຄະນະສື່ມວນຊົນໄດ້ລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີໂພນໂຮງແຂວງວຽງຈັນ, ໂດຍໃຊ້ຄວາມໄວແລ່ນຕາມມາດຕະຖານການອອກແບບຂອງການກໍ່ສ້າງສະເລ່ຍຢູ່ທີ່160ກິໂລແມັດຕໍ່ຊົ່ວໂມງ ເຊິ່ງໃຊ້ເວລາປະມານ 25 ນາທີກໍຮອດຈຸດໝາຍປາຍທາງ.

ທ່ານ ຈຸ້ຍໂກຈ່ຽງ ປະທານບໍລິສັດທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ຜ່ານການທົດລອງແລ່ນເປັນເວລາ17ວັນໃນການກວດກາເຕັກນິກເຄື່ອນທີ່ຮອບດ້ານ ແລະໄດ້ສຳເລັດການກວດກາວຽກງານທັງໝົດ ເມື່ອວັນທີ 20 ພະຈິກນີ້ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປຈະເລີ່ມໃຫ້ພາກສ່ວນຕ່າງໆຂອງສັງຄົມມາທົດລອງຂີ່ລົດໄຟຂະບວນລ້ານຊ້າງ, ເຊິ່ງຈະແລ່ນບໍລິການມື້ລະ4ຖ້ຽວ,ກ່ອນຈະເລີ່ມເປີດບໍລິການເປັນທາງການໃນວັນທີ 3 ທັນວາ2021.

ມາຮອດປະຈຸບັນ ທຸກໜ້າວຽກໄດ້ສໍາເລັດໂດຍພື້ນຖານ ຍັງເຫລືອແຕ່ວຽກປະດັບຕົກແຕ່ງ ແລະອະນາໄມອາຄານສະຖານີ ແລະສິ່ງອໍານວຍຄວາມສະດວກຂອງຜູ້ໂດຍ ສານ ລວມທັງວາງມາດຕະການປ້ອງກັນຄວບຄຸມ ການລະບາດຂອງພະຍາດໂຄວິດ19 ຢ່າງເຄັ່ງຄັດ.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ຫນຶ່ງແລວຫນຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ.