ເມືອງງາ ມີຂໍ້ດີຫຼາຍຢ່າງ ວາງແຜນໄວ້ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວສຳຄັນ

892

ເມືອງງາ ກໍເປັນເມືອງໜຶ່ງທີ່ມີທ່າແຮງໃນດ້ານການທ່ອງທ່ຽວ ພ້ອມນີ້ ຍັງເປັນເມືອງທີ່ມີເສັ້ນທາງລົດໄຟແລ່ນຜ່ານ ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈະມາທ່ຽວໃນຕໍ່ໜ້າໄດ້ເປັນຢ່າງດີ ຈິ່ງກຳນົດເອົາ 5 ໂຄງການສຳຄັນ ເພື່ອຮອງຮັບການທ່ອງທ່ຽວໃນອະນາຄົດອັນໃກ້ນີ້.

ຕາມຂ່າວຈາກທ້ອງຖິ່ນໃຫ້ຮູ້ວ່າ: ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງອຸດົມໄຊ ໂດຍສະເພາະແມ່ນຂະແໜງທ່ອງທ່ຽວໄດ້ສົມທົບກັບເມືອງ ເພື່ອສຳຫຼວດວາງແຜນການພັດທະນາແຫຼ່ງທ່ອງທ່ຽວໃນເມືອງງາ ຈຳນວນ 5 ໂຄງການ ເພື່ອຈະສ້າງໃຫ້ເປັນເມືອງທ່ອງທ່ຽວທາງດ້ານທຳມະຊາດ ແລະ ຊີວິດວັດທະນະທຳຊົນເຜົ່າຕາມຝັ່ງແມ່ນ້ຳຂອງເພື່ອເຊື່ອມຈອດການທ່ອງທ່ຽວ ລະຫວ່າງ ເມືອງປາກແບງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ແຂວງຫຼວງພະບາງ

ພ້ອມນີ້ແມ່ນຕິດພັນກັບການຊຸກຍູ້ສົ່ງເສີມ ວັດທະນະທຳ ຮີດຄອງປະເພນີ ຂອງປະຊົນບັນດາເຜົ່າ ໃນທົ່ວເມືອງ ໃນນັ້ນລວມມີ: ໂຄງການສໍາຫຼວດ ແລະ ພັດທະນາໜອງຫຼົ່ມ ບ້ານກອນທອຍ ໃຫ້ເປັນແຫຼ່ງທ່ອງທ່ຽວ ທາງທຳມະຊາດ ຕິດພັນກັບວິຖີຊິວິດຊົນເຜົ່າຂະມຸ (ຂັ້ນເມືອງ ), ການທ່ອງທ່ຽວ ປ່າຊາ 1000 ປີ, ເຂດພູຫວດ ແລະ ສະຖານທີ່ພັກແຮມທີ່ເປັນເອກະລັກ (ຂັ້ນແຂວງ ), ອະນຸລັກ ສັດນ້ຳ ສັດປ່າ ສິ່ງແວດລ້ອມໜ້າເຂື່ອນນ້ຳງາ 2 ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວດ້ານການປະມົງ (ຂັ້ນເມືອງ).

ສຳຫລວດສ້າງລາຍການທ່ອງທ່ຽວ ປ່າຊາທໍາມະຊາດ ຕິດພັນກັບວິຖີຊີວິວິດຊາວບ້ານ ແລະ ລາຍການທ່ອງທ່ຽວ ຂີ່ເຮືອ,ລ່ອງແພ ຊົມທໍາມະຊາດໜ້າເຂື່ອນນ້ຳງາ (ຂັ້ນເມືອງ ), ສ້າງສວນສາທາລະນະໝາກພ້າວ 1.000 ຕົ້ນ, ປູກດອກສະບັນງາໃຫ້ເປັນເອກະລັກຕາມຄຳຂັວນຂອງເມືອງຄື: ເຂົ້ານາຊານ,ໝາກພ້າວບ້ານຖິ່ນ, ຊິມເຫຼົ້າຂາວພື້ນບ້ານ ດອກສະບັນງາຫອມຫວນ (ຂັ້ນເມືອງ ).

ເຊີ່ງບັນດາໂຄງການດັ່ງກ່າວ ແມ່ນເປັນແຜນການພັດທະນາຂອງ ພະແນກ ຖວທ ຮ່ວມກັບ ເມືອງ ໃນຊຸມປີ 2021-2025. ປະຈຸບັນບາງສະຖານທ່ອງທ່ຽວທ່ຽວກໍໄດ້ພັດທະນາບາງສ່ວນແລ້ວ ໂດຍສະເພາະ ປ່າຊາພັນປີ, ການອະນຸລັກສັດນ້ຳ ສັດປ່າເຂດໜ້າເຂື່ອນໄຟຟ້ານ້ຳງາ ແລະ ອື່ນໆຈຳນວນໜື່ງ.