ການສຶກສາ ແລະ ແຮງງານ ສອງບັນຫາເລັ່ງດ່ວນທີ່ລັດຖະບານຕ້ອງແກ້ໄຂ

479

ຄືດັ່ງທີ່ທຸກຄົນຮັບຮູ້ກັນດີ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນຮອບ2-3ນີ້ ເຮັດໃຫ້ການຮຽນ-ການສອນຂອງຂະແໜງສືກສາພົບບັນຫາ ບໍ່ສາມາດມາຮຽນໄດ້ຕາມປົກກະຕິ ແນ່ນອນສົ່ງຜົນກະທົບໂດຍກົງຕໍ່ລູກຫຼານເພາະການຮຽນບໍ່ຕໍ່ເນື່ອງ ບາງສ່ວນໄດ້ຫັນມາຮຽນອອນລາຍແຕ່ກໍ່ບໍ່ເທົ່າຢູ່ກຫນເຊິ່ງໜ້າ, ໃນເວລາດຽວກັນຈຳນວນຄົນວ່າງງານກໍ່ເພີ່ມຂຶ້ນບໍ່ວ່າແຕ່ຜູ້ເຮັດວຽກຢູ່ພາຍໃນປະເທດ ແລະຜູ້ກັບມາຈາກຕ່າງປະເທດ ເຊິ່ງສອງບັນຫານີ້ ທ່ານນາຍົກກ່າວວ່າ ລັດຖະບານຕ້ອງຮີບຮ້ອນແກ້ໄຂ ເນື່ອງຈາກກ່ຽວຂ້ອງໂດຍກົງກັບຄວາມເປັນຢູ່ຂອງປະຊາຊົນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດ ໃນວັນທີ 5 ພະຈິກຜ່ານມາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ລັດຖະບານຈະໄດ້ສືບຕໍ່ສຸມໃສ່ກະກຽມຄວາມພ້ອມ ໂດຍກວດກາຄືນບັນດາແຜນງານ ແລະ ໂຄງການ ໂດຍສະເພາະແມ່ນຂະແໜງການສຶກສາ ໃຫ້ສາມາດດຳເນີນການເປີດການຮຽນ-ການສອນໄດ້ ທັງຮຽນເປັນປົກກະຕິ ແລະ ຮຽນອອນລາຍ ໂດຍມີການສົມທົບລະຫວ່າງລັດກັບຜູ້ປົກຄອງເດັກ, ການສຶກສາຮ່ຳຮຽນຂອງນັກຮຽນນັກສຶກສາ ແມ່ນສໍາຄັນຫລາຍ ເພາະແມ່ນອະນາຄົດຂອງຊາດ.

ສ່ວນການແກ້ໄຂບັນຫາໄພວ່າງງານ ແລະ ແຮງງານລາວທີ່ກັບຄືນປະເທດ, ລັດຖະບານ ຖືເປັນບັນຫາສໍາຄັນ ເພາະຜົນຂອງການແກ້ໄຂບັນຫາດັ່ງກ່າວ ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວາມສະຫງົບໃນສັງຄົມ.

ເຊິ່ງໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່ ເປັນຕົ້ນ ໃນໄລຍະສັ້ນ ແມ່ນໃຫ້ກວດກາ ແລະ ເກັບກຳຈຳນວນແຮງງານທີ່ຢູ່ໃນແຂວງຂອງຕົນ ລວມທັງແຮງງານລາວ ທີ່ກັບຄືນມາແຕ່ປະເທດເພື່ອນບ້ານ ເພື່ອສ້າງແຜນຮອງຮັບໃຫ້ທັນເວລາ, ປະສານກັບພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຕຳແໜ່ງງານວ່າງ ຈາກຫົວ ໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ທີ່ຍັງມີຄວາມຕ້ອງການນຳໃຊ້ແຮງງານລາວ ເພື່ອສະໜອງຂໍ້ມູນໃຫ້ທຸກທ້ອງຖິ່ນຊ່ວຍໂຄສະນາຕື່ມ ທັງປະສານສົມທົບກັບປະ ເທດເພື່ອນບ້ານ ໃນການຮັບເອົາແຮງງານລາວຮອບໃໝ່ ທັງໄປໃຫ້ຖືກຕ້ອງຕາມກົດໝາຍ.

ສະເພາະໃນໄລຍະຍາວ ຈະໄດ້ຈັດຝຶກອົບຮົມສີມືແຮງງານໃຫ້ຜູ້ບໍ່ມີອາຊີບ ແລະ ຜູ້ວ່າງງານ (ສົ່ງເສີມການປະກອບອາຊີບອິດສະຫລະ), ສົ່ງເສີມການຈັດຫາວຽກເຮັດງານທໍາໃຫ້ແຮງງານລາວ ຕາມຄວາມຕ້ອງການຂອງຕະຫລາດແຮງງານຢູ່ໃນຕົວເມືອງ, ຊົນນະບົດ ແລະ ຕ່າງປະເທດ ໂດຍສະເພາະໃນບັນດາໂຄງການລົງທຶນຕ່າງປະເທດ ແລະ ຢູ່ບັນດາເຂດເສດຖະກິດພິເສດ.