ສາວຜິວເຂັ້ມ ງາມພຽບພ້ອມດ້ວຍທັດສະນະຄະຕິທີ່ດີ ແອ່ນນ່າ ເພັດສຸດາ ຫມາຍເລກ009

796

ສາວງາມຕາຄົມ ຮ່ວມລົງຊີງມຸງກຸດເພັດມູນຄ່າຫລາຍລ້ານ ໃນເວທີ Miss Universe Laos 2021ເພັດສຸດາ ວັນນະພາ ຫລື ແອ່ນນ່າ ຫມາຍເລກ009 ປັດຈຸບັນອາຍຸ 21 ປີ , ສຶກສາຊັ້ນປະລິຍາຕີ ຂອງສະຖາບັນ ການທະນາຄານ “ສາຂາການທະນາຄານ” ແລະ ສະຖາບັນຣັຕນະ ບໍລິຫານທຸລະກິດ “ສາຂາບໍລິຫານທຸລະກິດທົ່ວໄປ” ແລະ ມີອາຊີບເປັນ ນາງແບບ ນັກສະແດງ “ສັງກັດ Dmodeling”.

ຄວາມໃຝ່ຝັນຂອງຕົນກ່ຽວກັບເວທີນີ້ຄື ການໄດ້ເປັນຕົວແທນສາວລາວໄປຢືນຢູ່ເທີງເວທີຈັກກະວານ ແລະ ອີກຫນຶ່ງຄວາມໄຝ່ຝັນ ຢາກເປັນນັກທຸລະກິດຍິງທີ່ເກັ່ງ ແລະ ຜ່ານມາເຄີຍປະກວດເວທີນາງສັງຂານຫຼວງພະບາງປີ2017 ຕໍ່ມາໄດ້ລົງປະກວດນາງສາວລາວ “Miss Laos 2018” ມາກ່ອນ.

ຄຳຄົມ ຫລື ຄະຕິປະຈຳໃຈ ຂອງແອ່ນນ່າແມ່ນ: ‘’ຄົນທີ່ບໍ່ລົງມືເຮັດ ຄືຄົນທີ່ບໍ່ຮູ້ຈັກຄຳວ່າຜິດພາດ ສ່ວນຄົນທີ່ສະຫຼາດ ຄືຄົນທີ່ໃຊ້ຄວາມຜິດພາດເປັນບົດຮຽນ’’ ເຫດຜົນທີ່ແອ່ນນ່າລົງປະກວດເວທີນີ້ ຍ້ອນຢາກເປັນຕົວແທນສາວລາວທຸກຄົນໄປຢືນຢູ່ເທີງເວທີນາງງາມຈັກກະວານ ແລະ ສົ່ງເສີມຄົນທີ່ດ້ອຍໂອກາດໃນການສຶກສາ , ໂດຍສະເພາະເດັກນ້ອຍທີ່ຢູ່ຫ່າງໄກສອກຫຼີກ, ເດັກນ້ອຍທີ່ບໍ່ມີເງື່ອນໄຂ ຫລື ເດັກກຳພ້າເປັນຕົ້ນ ແລະ ດ້ວຍເຫດຜົນຫລາຍໆຢ່າງ ແອ່ນນ່າເຫັນວ່າບາງພາກສ່ວນຂອງການສຶກສາ ຍັງບໍ່ໄດ້ຮັບການແກ້ໄຂໃນຈຸດນີ້. ສຳລັບການມາປະກວດໃນຄັ້ງນີ້ແອ່ນນ່າໄດ້ຄາດຫວັງຫຼາຍ ເພາະມັນເປັນເວທີທີ່ອັນຊົງກຽດ ແລະ ມີຄຸນຄ່າທີ່ຍີ່ງໃຫຍ່ໃຫ້ແກ່ແມ່ຍີ່ງລາວເພື່ອທີ່ຈະໄປເຜີຍແຜວັດທະນາທຳໃຫ້ໂລກໄດ້ຮັບຮູ້.

ຖ້າແອ່ນນ່າໄດ້ຮັບໂອກາດຜ່ານເຂົ້າຮອບເລິກໆ ນ້ອງຈະໂຊທັດສະນະຄະຕິ,ໄຫວພິບ, ຟ້ອນ ແລະ ການເດີນແບບ ,ການສະແດງ ໃຫ້ຄະນະກໍາມະການ ແລະ ທຸກຄົນໄດ້ເຫັນ ແລະ ແອ່ນນ່າຄິດວ່າຕົນເອງມີຈຸດເດັ່ນແມ່ນ ສີຜິວ ເມື່ອກ່ອນແອ່ນນ່າຄິດວ່າ ສີຜິວຂອງແອ່ນນ່າຈະເປັນຈຸດດ້ອຍ ແຕ່ເມື່ອໄດ້ມາເຮັດວຽກໃນວົງການ ຫຼື ເຮັດວຽກກັບຫຼາຍໆຄົນມັນເຮັດໃຫ້ແອ່ນນ່າຮູ້ສຶກວ່າສີຜິວຂອງແອ່ນນ່າບໍ່ໄດ້ແມ່ນຈຸດດ້ອຍເລີຍ ມັນກັບກາຍເປັນຈຸດເດັ່ນດ້ວຍຊໍ້າ ເພາະມັນຈະເຮັດໃຫ້ແອ່ນນ່າມີຄວາມແຕກຕ່າງຈາກຄົນອື່ນ ແຕ່ຖ້າເວົ້າເຖິງວິທີມັດໃຈກຳມະການແອ່ນນ່າຄິດວ່າ:ແອ່ນນ່າມີຄວາມຫມັ້ນໃຈ ແລະ ມີຄວາມເປັນຕົວເອງຢ່າງຊັດເຈນ ບວກກັບຄວາມມຸ່ງຫມັ້ນພະຍາຍາມຂອງແອ່ນນ່າ ເຊື່ອວ່າກຳມະການເຫັນ ແລະ ຈະຮັກແອ່ນນ່າໃນຈຸດນີ້.

ສໍາລັບ ການກຽມຄວາມພ້ອມ ແອ່່ນນ່າກໍໄດ້ກຽມພ້ອມທຸກດ້ານ ບໍ່ວ່າຈະເປັນຝຶກພາສາອັງກິດ ເພື່ອໃຫ້ເຂົ້າກັບເວທີລະດັບສາກົນ, ເທຣນຫຸ່ນໃຫ້ເຟີມເພື່ອຮອບຊຸດລອຍນໍ້າ, ເຝິກການຍ່າງ, ນັ່ງ, ນົບ ລວມໄປເຖິງຝຶກຝົນການຕອບຄຳຖາມ ການເວົ້າການຈາຕ່າງໆ

ຖ້າໄດ້ເປັນ Miss Universe Laos 2021 ແອ່ນນ່າຢາກສົ່ງເສີມສິດເທົ່າທຽມກັນ ໃນການເຂົ້າເຮັດວຽກໃນສັງຄົມປັດຈຸບັນ, ທຸກມື້ນີ້ ເຫັນໄດ້ເລີຍວ່າຫລາຍຄົນທີ່ມີຮູບຮ່າງ, ຫນ້າຕາດີ ຈະໄດ້ຮັບການພິຈາລະນາກ່ອນເລີຍ…ແທນທີ່ຈະເປັນການສຶກສາທີ່ພວກເຂົາມີ ແຕ່ແຕກຕ່າງກັນກັບຄົນທີ່ມີໜ້າຕາຮູບຮ່າງບໍ່ດີ ແຕ່ມີຄວາມສາມາດຄືກັນ, ນ້ອງເລີຍຮູ້ສຶກວ່າມັນຍັງມີສິດບໍ່ສະເໝີພາບກັນໃນການເຂົ້າເຮັດວຽກ ເພາະຄົນເຮົາທຸກຄົນມີຄວາມຮູ້ຄວາມສາມາດແຕກຕ່າງກັນ, ບາງຄົນກໍ່ອາດຈະຮຽນຈົບມາສູງ ແລະ ມີຮູບຮ່າງໜ້າຕາບໍ່ດີ ເລີຍຖືກເບີ່ງຂ້າມຄວາມສາມາດຂອງເຂົ້າເຈົ້າໄປ.

ຜ່ານມາໄດ້ມີຜົນງານບັນເທີງບໍ່ວ່າຈະເປັນ:ການເດີນແບບ, ການຖ່າຍແບບ, ການສະແດງ ແລະ ຂໍຝາກຜົນງານການຖ່າຍແບບ , ການເດີນແບບ , MV ເພງ”ຄິດຮອດເຫຼືອເກີນ” ສັງກັດ Kaona , MV ເພງ “ມັນຄົງດີ” ຂອງ MR john , ການຖ່າຍໜັງສັ້ນ”ຮັກນີ້ບໍ່ມີສຽງ Absence Of Sound” , ການຖ່າຍຊີຣີ “ສະບາຍດີຊຳເໜືອ” ແລະ ການຖ່າຍລະຄອນ “ຮ່າງ ຊອນ ແອບ WHO WHY WHERE ຂອງທາງປະເທດເພື່ອນບ້ານ” ແດ່ເດີ້ ສ່ວນກິດຈະກຳຍາມວ່າງ:ກິດຈະກຳຍາມວ່າງແອ່ນນ່າມັນເຂົ້າເບີ່ງວິທີການຍ່າງ ການວາງຕົວ ທັກສະນະຄະຕິ ຂອງນາງງາມຈາກຕ່າງປະເທດ ແລ້ວກໍ່ນຳເອົາມາພັດທະນາຕົວເອງ  ສຸດທ້າຍນີ້ແອ່ນນ່າຝາກເຊຍ ແລະ ເປັນກຳລັງໃຈໃຫ້ແອ່ນນ່າໃນການປະກວດໃນຄັ້ງນີ້ແດ່ເດີ ຈະເຮັດອອກມາໃຫ້ເຕັມທີ່ດີທີ່ສຸດ.

 

ຮູບ: Anna Vannapha