ຕອບຂໍ້ສົງໄສ ກໍລະນີຕິດເຊື້ອໃນໂຮງງານ ອານປີລາວ

466

ຫຼາຍວັນຜ່ານມາຈະເຫັນໄດ້ວ່າການລະບາດຂອງເຊື້ອພະຍາດໂຄວິດ19 ຢູ່ນະຄອນຫຼວງວຽງຈັນແມ່ນລະບາດໜັກ ແລະສ່ວນໃຫຍ່ແມ່ນເປັນພະນັກງານໃນໂຮງງານ ໂດຍສະເພາະໃນໂຮງງານ ອານປີລາວແມ່ນເປັນຂ່າວໂດ່ງດັງ ເຊິ່ງສື່ອອນລາຍຕ່າງກໍ່ເອົາໄປລົງຂ່າວໃນຫຼາຍແງ່ມຸມທີ່ບໍ່ຄ່ອຍດີເທົ່າໃດໜັກ ເປັນຕົ້ນຜູ້ນຳເຊື້ອໄປແຜ່ໃນໂຮງງານດັ່ງກ່າວ.

ຕໍ່ກັບເລື່ອງລາວນີ້ ທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວເມື່ອບໍ່ດົນມານີ້ວ່າ ໂຮງງານອານປີລາວ ຢູ່ບ້ານໜອງທາເໜືອເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ນໍາເອົາຊ່າງແປງຈັກຄົນໄທ ເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານ ແຕ່ບໍ່ໄດ້ຈໍາກັດບໍລິເວນຕົນເອງ 14 ວັນ ຈົນເປັນສາເຫດໃນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ.

ທ່ານ ໄຊບັນດິດ ຣາຊພົນ ໄດ້ກ່າວວ່າ: ພະນັກງານ-ກຳມະກອນ ທີ່ເຮັດວຽກຢູ່ໂຮງງານອານປີລາວ ມີທັງໝົດ 1.300 ກວ່າຄົນ ແລະ ໄດ້ກວດພົບເຊື້ອໂຄວິດ-19 ຈໍານວນ 400 ກວ່າຄົນ ເນື່ອງຈາກສາເຫດຂອງການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວໃນຄັ້ງນີ້, ແມ່ນຍ້ອນນາຍຊ່າງຂອງໂຮງງານທີ່ເປັນຄົນລາວ ໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2 ຄົນ ທີ່ເຮັດວຽກຢູ່ໂຮງ ງານອິນທິເມດ ເຊິ່ງຕໍ່ມາຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ນາຍຊ່າງຈາກໂຮງງານອານປີລາວຕິດເຊື້ອດັ່ງກ່າວນໍາ. ນອກຈາກນີ້, ກຳມະກອນສ່ວນໜຶ່ງ ແມ່ນໄດ້ກັບບ້ານກັບຊ່ອງ ອາດຈະບໍ່ໄດ້ປະຕິບັດມາດຕະການອະນາໄມທີ່ພຽງພໍ ແລະ ອາດຈະປ່ອຍໂຕ ຈິຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການຕິດເຊື້ອໃນຄັ້ງນີ້.

ຢ່າງໃດກໍ່ຕາມນາຍຊ່າງຄົນໄທ ຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2 ປີ, ເຊິ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ສະນັ້ນ, ຂ່າວທີ່ອອກຜ່ານສື່ອອນລາຍວ່າ ໂຮງງານອານປີລາວ ນໍາເຂົ້າແຮງງານຈາກໄທ ໂດຍບໍ່ຈໍາກັດບໍລິເວນ 14 ວັນນັ້ນ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຍັງໄດ້ຮຽກຮ້ອງມາຍັງສັງຄົມ ຈົ່ງບໍລິໂພກຂໍ້ມູນຂ່າວ ສານຜ່ານສື່ອອນລາຍຢ່າງມີສະຕິ, ຂະນະດຽວກັນກໍຮຽກຮ້ອງມາຍັງບັນດາສື່ອອນລາຍ ຈົ່ງນໍາສະເໜີຂ່າວ ສານທີ່ຖືກຕ້ອງ ແລະ ເປັນປະໂຫຍດແກ່ສັງຄົມ ເພາະການນໍາສະເໜີຂ່າວທີ່ບໍ່ມີມູນຄ້ວາມຈິງ ມີແຕ່ຈະສ້າງຄວາມບໍ່ສະຫງົບ ແລະ ຄວາມແຕກຕື່ນໃນສັງຄົມ.

ຂ່າວຈາກ: Lao National Radio