ການລະບາດຂອງໂຄວິດ-19 ສົ່ງຜົນຕໍ່ການໄຂສົກຮຽນໃໝ່ຂອງຈຳປາສັກຕ້ອງເລື່ອນອອກໄປຕື່ມ

506

ເລີ່ມແຕ່ເດືອນກໍລະກົດ ເປັນຕົ້ນມາ ແຂວງຈຳປາສັກຖືວ່າພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດ ເນື່ອງຈາກແຮງງານກັບມາໃນແຕ່ລະວັນຈຳນວນບໍ່ໜ້ອຍ ເຊິ່ງມາຮອດປັດຈຸບັນນີ້ ສະພາບການການໃນແວງດັ່ງກ່າວກໍ່ຍັງພົບຜູ້ຕິດເຊື້ອຢູ່ ຈົນຮອດປັດຈຸບັນ ຈຳປາສັກຍັງບໍ່ມີການໄຂສົກຮຽນໃໝ່ເທື່ອ.


ເພື່ອເປັນທີ່ຮັບຮູ້ໂດຍທົ່ວກັນ ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກຈຶ່ງອອກແຈ້ງການດ່ວນສະບັບເລກທີ 1144/ສກຂ ລົງວັນທີ 7 ກັນຍາ 2021 ກ່ຽວກັບການເລື່ອນໄຂສົກຮຽນສາຍສາມັນສຶກສາ ແລະ ການສຶກສາກ່ອນໄວຮຽນ ສົກຮຽນ2021 – 2022.


ຕາມແຈ້ງການລະບຸວ່າ: ເພື່ອປະຕິບັດ ມາດຕະການຂອງຄະນະສະເພາະກິດຂັ້ນແຂວງ ແລະ ຫຼີກລ້ຽງການຕິດເຊື້ອພະຍາດໂຄວິດ-19 ໃນຂະແຫນງການສຶກ ສາ ແລະ ກິລາ ຈຶ່ງໃຫ້ເລື່ອນການໄຂສົກຮຽນໃຫມ່ ສາຍສາມັນສຶກສາ ແລະ ການສຶກສາກ່ອນໄວຮຽນ ສົກຮຽນ 2021 – 2022 ນັບທັງພາກລັດ ແລະ ເອກະຊົນ ທົ່ວແຂວງຈໍາປາສັກ ໄປຈົນຮອດວັນທີ 21 ກັນຍາ 2021 ຈຶ່ງ ຈະໄດ້ແຈ້ງການຄືນໃຫມ່ໃນການເຂົ້າຮຽນ ແລະ ເປີດສົກຮຽນ.


ເນື່ອງຈາກ ປັດຈຸບັນນີ້ໄດ້ມີການແຜ່ລະບາດພະຍາດ ໂຄວິດ-19 ໃນຊຸມຊົນ ຢູ່ແຂວງຈໍາປາສັກ,
ພ້ອມນີ້ ເພື່ອເປັນການກະກຽມໃຫ້ແກ່ການໄຂສົກຮຽນໃຫມ່ ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ ແຈ້ງການເຖິງບັນດາໂຮງຮຽນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບສະຫມັກລົງທະບຽນຮັບນັກ ຮຽນທຸກຊັ້ນທຸກສາຍ ແລະ ແນະນໍາໃຫ້ຄູ – ອາຈານກະກຽມແຕ່ງບົດສອນ, ການຮັກສາອະນາໄມສະຖານທີ່ໂຮງຮນ, ການສ້ອມແປງໂຕະ, ຕັ່ງ .

ພ້ອມນີ້ກໍ່ຕ້ອງໃຫ້ມີການແນະນໍາການຮັກສາໄລຍະຫ່າງ, ການນໍາໃຊ້ຜ້າອັດປາກ-ດັງ, ການ ລ້າງມີດ້ວຍສະບຸ ຫຼື ເຈວ ໃຫ້ຖືກຕ້ອງຕາມການແນະນໍາຂອງຄະນະສະເພາະກິດຂັ້ນເມືອງ ແລະ ແຂວງວາງອອກ, ສໍາລັບຄູ – ອາຈານ ໃນແຕ່ລະ ໂຮງຮຽນໃຫ້ຜັດປ່ຽນກັນມາປະຈໍາການ ແລະ ການຮັບນັກຮຽນກໍ່ໃຫ້ມີຈຸດບ່ອນຮັບ ລົງທະບຽນເພື່ອຫຼີກເວັ້ນຄວາມແອອັດ ແລະ ການຮັກສາໄດ້ໄລຍະຫ່າງ.