ຕາມນີ້ ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ບໍ່ມີບ້ານເຂດແດງເພີ່ມ

587

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງວຽງຈັນ 9 ຄົນ
1 ຄົນ ແມ່ນເພດຊາຍ ອາຍຸ 44 ປີ ມາຈາກ ບ້ານ ຫນອງແຫ້ວ ເມືອງຫາດຊາຍຟອງ ເຊີ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ 24 ສີງຫາ 2021 ແລະ ອີກ 8 ຄົນ ເດີນທາງມາຈາກບໍ່ແກ້ວ ທີ່ມາກັກຕົວ ຢູ່ ສູນຫລັກ 27 ແລະ ສູນ ປາກງື່ມ

ແຂວງ ສະຫວັນນະເຂດ 22 ຄົນ ພະນັກງານແພດ 1 ຄົນ, ອີກ 1 ຄົນ ເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງຫມໍ ແຂວງສະຫວັນນະເຂດ, 3 ຄົນເປັນພະນັກງານລັດຕະນະລັງສີ, 2 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ຊື່ງມີສາຍພົວພັນກັບພະນັກງານຂັບລົດ ບໍລິສັດຕະນະວົງ, ອີກ 13 ຄົນ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ, 1 ຄົນ ປະຊາຊົນຢູ່ບ້ານອຸດົມວິໄລ ແລະ 01 ຄົນ ຢູ່ບ້ານລັດຕະນະລັງສີໃຕ້, ອີກ 1 ຄົນ ຢູ່ບ້ານໂພນສະຫວ່າງໃຕ້

ແຂວງ ຄໍາມວນ 4 ຄົນ, 3 ຄົນ ແມ່ນອາສາສະຫນັກ ທີ່ເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະຫນາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021) ຊຶ່ງທັງ 3 ຄົນ ມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021
ອີກ 01 ຄົນ ຢູ່ບ້ານເລົ່າໂພນໄຊ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອ

ບໍ່ແກ້ວ 4 ຄົນ 3 ຄົນຈາກເມືອງຕົ້ນເຜິ້ງ (ຫນື່ງໃນ 3 ຄົນ ແມ່ນ ເຈົ້າຫນ້າທີ່ຕໍາຫລວດຈາກເມືອງຕົ້ນເຜິ້ງ); ແລະ ອີກ 1 ຄົນຈາກເມືອງຫ້ວຍຊາຍ.
ຫຼວງພະບາງ 1 ຄົນ : ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານເປັນຜູ້ສໍາຜັດກັບຜູ້ຕິດເຊື້ອກ່ອນຫນ້ານີ້ (ໄດ້ໄປຮ່ວມງານສົບ)
ສາລະວັນ 1 ຄົນ : ເປັນພະນັກງານຂັບລົດທະຫານປະຈໍາຢູ່ສູນວິທະຍາໄລຄູເມືອງສາລະ
ວັນ

ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່
ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້. – ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 15,459 ຄົນ, ເສຍຊີວິດ
ສະສົມ 14 ຄົນ (ໃຫມ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 5,317 ຄົນ.