ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ ຈະຈັດຂຶ້ນໃນທ້າຍເດືອນກັນຍາ

567

ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ,ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ໃຫ້ສໍາພາດກ່ຽວກັບການກະກຽມຄວາມພ້ອມເພື່ອດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍລວມມີຄວາມຄືບໜ້າຫຼາຍສົມຄວນ ເຊິ່ງຄາດວ່າຈະໃຫ້ສາມາດເປີດກອງປະຊຸມໄດ້ໃນທ້າຍເດືອນ ກັນຍາ 2021 ທີ່ຈະມາເຖິງ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສະໄໝທີ IV ໃນວັນທີ 10 ກໍລະກົດ 2015 ທີ່ຜ່ານມາ ໄດ້ເລືອກເອົາຄະນະບໍລິຫານງານພັກ ຈໍານວນ 15 ສະຫາຍ (ຍິງ 3 ສະຫາຍ), ແຕ່ 12 ສະຫາຍໄດ້ຮັບນະໂຍບາຍອຸດໜູນບຳນານ. ປັດຈຸບັນຍັງມີຄະນະພັກກະຊວງ 3 ສະຫາຍ (ຍິງ 1 ສະຫາຍ). ອົງຄະນະພັກກະຊວງ ອຄ ມີ 2 ຄະນະພັກຮາກຖານ (ພ້ອມ 6 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ) ແລະ 24 ໜ່ວຍພັກຮາກຖານ. ທົ່ວອົງຄະນະພັກມີສະມາຊິກພັກທັງໝົດ 742 ສະຫາຍ (ຍິງ 255 ສະຫາຍ), ສຳຮອງ 62 ສະຫາຍ (ຍິງ 28 ສະຫາຍ).

ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ອຄ 5 ປີ ຜ່ານມາ (2016-2020) ມີຜົນສໍາເລັດແຕ່ລະດ້ານ ດັ່ງນີ້:
1) ວຽກງານການເມືອງ-ແນວຄິດ
ຖັນແຖວພະນັກງານ-ສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນ້ຳໃຈຮັກຊາດ ແລະ ຮັກລະບອບໃໝ່. ສະມາຊິກພັກ ແລະ ພະນັກງານລັດຖະກອນໂດຍລວມ ຍັງຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ມີຄວາມອົດທົນ, ເສຍສະຫຼະເພື່ອປະໂຫຍດສ່ວນລວມ, ຊຶ່ງທັງໝົດນີ້ສະແດງອອກໃນນ້ຳໃຈບຸກບືນ ແລະ ຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ການເມືອງຂອງແຕ່ລະສະຫາຍ.


2) ວຽກງານການຈັດຕັ້ງ, ກໍ່ສ້າງພັກ ແລະ ປ້ອງກັນພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ກວດກາ
ການກໍ່ສ້າງພັກ: ຄະນະພັກໄດ້ເອົາໃຈໃສ່ວຽກງານຂະຫຍາຍສະມາຊິກ ໂດຍຖືເອົາດ້ານຄຸນນະພາບເປັນກົກ ຮອດປັດຈຸບັນທົ່ວອົງຄະນະພັກມີສະມາຊິກພັກທັງໝົດ 742 ສະຫາຍ (ຍິງ 255 ສະຫາຍ), ສຳຮອງ 62 ສະຫາຍ (ຍິງ 28 ສະຫາຍ) ເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ IV ສະມາຊິກພັກເພີ່ມຂຶ້ນ 228 ສະຫາຍ ເທົ່າກັບ 44%.
ການປັບປຸງກົງຈັກການຈັດຕັ້ງລັດ: ປັດຈຸບັນໂຄງປະກອບການຈັດຕັ້ງຂັ້ນກະຊວງ ປະກອບມີ 1 ຫ້ອງການ, 12 ກົມ ແລະ 1 ສະຖາບັນ; ຂັ້ນພະແນກ ອຄ ແຂວງ/ນະຄອນຫຼວງ ປະກອບມີ 9 ຂະແໜງ; ຫ້ອງການ ອຄ ຂັ້ນເມືອງ/ນະຄອນ ມີ 5 ໜ່ວຍງານ ແລະ ພ້ອມນັ້ນກໍຍັງໄດ້ປັບປຸງໜ້າທີ່ ແລະ ສິດ ຂອງແຕ່ລະພາກສ່ວນ ທີ່ສັງກັດໃນກົງຈັກຂອງກະຊວງ ອຄ.
ພະນັກງານ-ລັດຖະກອນທົ່ວຂະແໜງ ອຄ ມີພະນັກງານທັງໝົດລວມທັງຍົກຍ້າຍມາ 2.918 ຄົນ, ຍິງ 910 ຄົນ, ເພີ້ມຂຶ້ນ 12,6%. (ໃນນັ້ນ ຂະແໜງ ອຄ ບາງແຂວງ ແລະ ບາງເມືອງ ຍັງບໍ່ທັນລວມເອົາຈໍານວນພະນັກງານຈາກຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເທື່ອ).

ການຄຸ້ມຄອງ ແລະ ບຳລຸງສ້າງພະນັກງານ: ໄດ້ເປີດຊຸດຝຶກອົບຮົມຍົກລະດັບທິດສະດີການເມືອງ-ການປົກຄອງ 45 ວັນ ໃນແຕ່ລະປີ, ໄດ້ນໍາສົ່ງພະນັກງານ-ລັດຖະກອນ ຂອງຂະແໜງ ໄປຍົກລະດັບທິດສະດີການເມືອງ-ການປົກຄອງ ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ຫວຽດນາມ ແລະ ຈີນ.
ວຽກງານກວດກາ: ໄດ້ເລັ່ງໃສ່ກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ຂອງອົງຄະນະພັກຂອງຕົນ, ການປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ແຜນການພັດທະນາຂອງຂະແໜງການຕົນ ນັບທັງງົບປະມານລາຍຮັບ-ລາຍຈ່າຍ ແລະ ໂຄງການລົງທຶນຂອງລັດ.

ສ່ວນກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ ມາຮອດປະຈຸບັນໄດ້ສໍາເລັດການກະກຽມບັນດາເນື້ອໃນເອກະສານທີ່ຈະນໍາໄປຜ່ານກອງປະຊຸມໃຫຍ່ຄັ້ງທີ V ເຊັ່ນ: 1) ຮ່າງລາຍງານກງານເມືອງ, 2) ຮ່າງບົດສໍາຫຼວດການນໍາພາລວມ ແລະ 3) ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025).
ພ້ອມນີ້ ກໍໄດ້ກະກຽມດ້ານບຸກຄະລາກອນ ຊຶ່ງແມ່ນບັນດາເປົ້າໝາຍທີ່ຈະລົງສະໝັກຮັບເລືອກຕັ້ງ ເພື່ອບັນຈຸເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ V ໂດຍຜ່ານການທາບທາມມາແລ້ວ 3 ຮອບ.

ຄຽງຄູ່ກັນນັ້ນ ຄະນະພັກກໍໄດ້ຊີ້ນຳຍູ້ແຮງຂະບວນການປະຕິບັດວຽກງານວິຊາສະເພາະອັນພົ້ນເດັ່ນແມ່ນ ການຈັດກອງປະຊຸມວິທະຍາສາດຫຼາຍຄັ້ງ ແລະ ມໍ່ໆ ນີ້ ໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາ ຈັດກອງປະຊຸມທຸລະກິດລາວຄັ້ງທີ 13, ສ້າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ແລະ ສ້າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 05 ປີ (2021-2025) (ຊຶ່ງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ນີ້ກອງປະຊຸມລັດຖະບານ ໄດ້ຮັບຮອງໃນວັນທີ 24 ສິງຫາ 2021 ນີ້).

ເພື່ອປະຕິບັດຕາມແຜນດໍາເນີນງານກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ, ຄະນະພັກກະຊວງໄດ້ກໍານົດເອົາ ວັນທີ 23-24 ກັນຍາ 2021 ເພື່ອສະເໜີຂໍອະນຸມັດຈາກຄະນະຈັດຕັ້ງສູນກາງພັກ ເປັນມື້ດໍາເນີນກອງປະຊຸມຢ່າງເປັນທາງການ. ສະນັ້ນ, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງ ໃນໂອກາດກະກຽມເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ຮຽກຮ້ອງມາຍັງສະມາຊິກພັກທັງໝົດ ຈົ່ງສືບຕໍ່ເສີມຂະຫຍາຍ ມູນເຊື້ອສາມັກຄີ ເປັນຈິດໜຶ່ງໃຈດຽວ ສຸມສະຕິປັນຍາ ແລະ ເຂົ້າຮ່ວມກອງປະຊຸມ ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຢ່າງຈົບງາມ.