ດ່ວນ! ແຈ້ງ ເລື່ອນການສອບເສັງເຂົ້າ ມຊ ຈາກເດີມວັນທີ 11

347

ເນື່ອງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ  ເພື່ອເປັນການປ້ອງກັນລູກຫຼານນ້ອງນັກຮຽນທີ່ກຳລັງຈະເຂົ້າສອບເສັງຢູ່ ມະຫາວິທະຍາໄລແຫ່ງຊາດ ທາງ ມຊ ໄດ້ອອກແຈ້ງການມື້ນີ້ ໃຫ້ເລື້ອນການສອບເສັງອອກໄປຢ່າງບໍ່ມີກຳນົດ ຈາກທຳອິດທີ່ເປັນວັນທີ 11 ກັນຍາ.

ມະຫາວິທະຍາໄລແຫ່ງຊາດ ຈຶ່ງອອກແຈ້ງການສະບັບເລກທີ 2148/ມຊ ລົງວັນທີ 31 ສິງຫາ 2021 ເພື່ອສືບຕໍ່ເພີ່ມທະວີ ມາດຕະການປ້ອງກັນສະກັດກັ້ນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 31 ສິງຫາ – 13 ກັນຍາ 2021 ໂດຍໃຫ້ປະຕິບັດຄື: ໃຫ້ທຸກພາກສ່ວນພາຍໃນ ມຊ ສືບຕໍ່ ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄໍາສັ່ງຂອງ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ ສະບັບເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ອອກໄປ ຕື່ມອີກ 14 ວັນ.

ໂດຍໃຫ້ໂຈະການລົງທະບຽນສອບເສັງເຂົ້າຮຽນ ມຊ (ກັບທີ່) ແລະ ການອອກບັດເຂົ້າຫ້ອງສອບເສັງ ຢູ່ສະໂມສອນໃຫຍ່ ມຊ; ສໍາລັບ ການລົງທະບຽນສະຫມັກສອບເສັງເຂົ້າຮຽນ ມຊ ທາງອອນລາຍນັ້ນ ແມ່ນໃຫ້ສືບຕໍ່ໄດ້; ພອມນີ້ ແມ່ນໃຫ້ເລື່ອນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ໃນວັນທີ 11 – ກັນຍາ 2021 ອອກໄປ ຈົນກວ່າຈະມີແຈ້ງການເພີ່ມເຕີມ.

ໃຫ້ແຕ່ລະພາກສ່ວນຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ແຕ່ວັນຈັນ ຫາ ວັນອາທິດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ເປັນຕົ້ນແມ່ນ: ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ 01 ແມັດຂື້ນໄປ, ໃສ່ຜ້າປິດປາກ-ດັງ, ຫມັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບຸ ຫຼື ເຈວລ້າງມື; ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຕ່າງໆ ເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ; ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນຮູບແບບທາງໄກ (Online) ຂອງບາງຄະນະວິຊາທີ່ເຮັດໄດ້ ໂດຍໃຊ້: Facebook, OBS, Powerpoint + OBS, Google Classroom ຕາມຄວາມເຫມາະສົມ ແລ້ວລາຍງານໃຫ້ຄະນະນໍາຊາບ.

ໃຫ້ທຸກພາກສ່ວນມີສະຕິລະວັງຕົວ ແລະ ເພີ່ມທະວີໃນການກັ່ນກອງ ບໍລິໂພກຂ່າວຢ່າງມີຄວາມຮັບຜິດຊອບຈົ່ງມີຄວາມລະມັດລະວັງການລາຍງານຂ່າວ (ປອມ) ໃນສັງຄົມອອນລາຍ ສໍາຄັນທີ່ສຸດໃຫ້ຕິດຕາມຂ່າວສານ ທີ່ຫນ້າເຊື່ອຖືໄດ້ຂອງທາງການ ທາງເຟສບຸກໃຫ້ຕິດຕາມ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health , ທາງເວັບໄຊ:www.covid19.gov.la ແລະ ຫນ່ວຍສະເພາະກິດ COVID-19 ຂອງກະຊວງສາທາລະນະສຸກ ແລະ ແຫຼ່ງຂ່າວຂອງລັດຖະບານ.