ຮັນນາ ນັກກີລາວີລແຊຍິງ ທໍາລາຍສະຖິຕິໂລກ ຄວ້າຫຼຽນຄໍາທີ 6 ໃນພາຣາແລມປິກ

350
Britain's Hannah Cockcroft celebrates after winning the women's T34 100-meters final during the 2020 Paralympics at the National Stadium in Tokyo, Sunday, Aug. 29, 2021. (AP Photo/Eugene Hoshiko)

ຮັນນາ ຄ໊ອກຣອຟ ( Hannah Cockcroft ) ນັກກີລາວິລແຊຍິງ ຈາກສະຫະຣາຊາອະນາຈັກ ເຈົ້າຂອງແຊັມ 100 ແມັດ 2 ສະໄໝຊ້ອນ ຮັກສາຜົນງານໂດດເດັ່ນໄດ້ອີກຄັ້ງ ເມື່ອທໍາລາຍສະຖິຕິໂລກ ກ່ອນຄວ້າຫຼຽນຄໍາໃນການແຂ່ງຂັນວີລແຊໃນ ພາຣາແລມປິກ 2020 ເມື່ອວັນທີ 29 ສິງຫາ 2021.

ຮັນນາ ເຂົ້າເສັ້ນໄຊເປັນອັນດັບທີ 1 ດ້ວຍເວລາ 16:39 ວິນາທີ ຄວ້າຫຼຽນຄໍາທໍາອິດໃນການແຂ່ງຂັນຄັ້ງນີ້ໄດ້ສໍາເລັດ. ນອກນັ້ນ, ຍັງເປັນການທໍາລາຍສະຖິຕິໂລກໃໝ່ອີກດ້ວຍ, ສ່ວນອັນດັບ 2 ເປັນຂອງ ແຄ ອະເດເນກັນ ເພື່ອນຮ່ວມຊາດ.

ຫຼຽນຄໍາຄັ້ງນີ້ເຮັດໃຫ້ ຮັນນາ ໄດ້ຫຼຽນຄໍາທີ 6 ໃນຊີວິດ ແລະ ຕ້ອງການອີກ 5 ຫຼຽນຄໍາ ເພື່ອສ້າງສະຖິຕິຂອງ ສະຫະຣາຊາອະນາຈັກ ທີ່ນັກກີລາຮຸ່ນອ້າຍຢ່າງ ທັນນິິ ເກ-ທອມສັນ ເຄີຍຄວ້າໄປເຖິງ 11 ຫຼຽນຄໍາຈາກພາຣາແລມປິກ 4 ສະໄໝ ນັບຕັ້ງແຕ່ປີ 1992 ເຖິງປີ 2004.
ຮູບຈາກ: AP