ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມເລືອກຕັ້ງຄະນະປະຈຳພັກ ແລະ ຄະນະກວດກາ ໃໝ່

1060

ໃນວັນທີ 24 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ພ້ອມດ້ວຍຄະນະພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເຊັ່ນ: ວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ນຳພາປັບປຸງເອກະສານປາຖະກະຖາຕ່າງໆ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີຊີວິດຊີວາຂຶ້ນຕື່ມ; ປັບປຸງເອກະສານສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບແນວທາງນະໂຍບາຍຂອງພັກ, ລັດ; ໄດ້ເອົາໃຈໃສ່ປັບປຸງທາງດ້ານເນື້ອໃນ, ຮູບແບບ, ເຕັກນິກວິຊາການ, ສະໜອງຂໍ້ມູນຂ່າວສານຮັບໃຊ້ວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ໃນຂອບເຂດທົ່ວປະເທດຢ່າງວ່ອງໄວ ແລະ ທັນການ, ປັບປຸງຫ້ອງສະໝຸດ, ຫ້ອງອິນເຕີເນັດໃຫ້ເປັນທັນສະໄໝ; ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳ, ຊຸກຍູ້ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແຕ່ລະອົງການເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດຂອງຕົນ ໂດຍຕິດພັນກັບການປະ ຕິບັດວຽກງານວິຊາສະເພາະ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຕິດພັນກັບຂະບວນການວຽກງານແຕ່ລະພາກສ່ວນ; ຜ່ານການເຄື່ອນໄຫວວຽກງານຕົວຈິງ ສາມາດຕີລາຄາໄດ້ວ່າ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ເປັນເຈົ້າການເຄື່ອນໄຫວຕາມພາລະບົດບາດຂອງຕົນ ໂດຍຜ່ານຂະບວນການດ້ານຕ່າງໆຢ່າງຕໍ່ເນື່ອງ ແລະ ກາຍເປັນສ່ວນໜຶ່ງທີ່ສຳຄັນ ໃນຂະບວນການລວມຂອງຄະນະໂຄ ສະນາອົບຮົມສູນກາງພັກ, ຈາກໝາກຜົນຂອງການເຄື່ອນໄຫວຕົວຈິງ, ໄດ້ເຮັດໃຫ້ບັນດາອົງການຈັດ ຕັ້ງມະຫາຊົນ ໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບເປັນກ້າວໆ, ສະມາຊິກສ່ວນໃຫຍ່ ໄດ້ຮັບການຫລໍ່ຫລອມທາງດ້ານການເມືອງ ແລະ ກາຍເປັນບ່ອນສ້າງ, ເປັນເບົ້າຫລໍ່ທີ່ເປັນຫລັກແຫລ່ງຂະຫຍາຍສະມາຊິກພັກໃໝ່ຂອງອົງຄະນະພັກ. ນອກຈາກນີ້, ຄະນະພັກ ຍັງໄດ້ເອົາໃຈ ໃສ່ ຜັນຂະຫຍາຍການພົວພັນ-ຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ເຂົ້າສູ່ລວງເລິກໃນຫລາຍດ້ານ ໂດຍສະເພາະ ການແລກປ່ຽນບົດຮຽນດ້ານວິຊາການ, ການກໍ່ສ້າງພະນັກງານ, ການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ການຊ່ວຍເຫລືອດ້ານວັດຖຸເຕັກນິກ ແລະ ອື່ນໆ.

ໃນປີຜ່ານມາ ໜ່ວຍພັກແຂງ ແມ່ນກວມ 71,25%, ສະມາຊິກພັກແຂງກວມ 80,66%; ໄດ້ຈັດຕັ້ງການມອບບັດສະມາຊິກພັກ ຈຳນວນ 58 ສະຫາຍ. ຄຽງຄູ່ກັນນັ້ນ, ຄະນະພັກ ຍັງໄດ້ຖືສໍາຄັນການປັບປຸງເນື້ອໃນ ດໍາເນີນຊີວິດການເມືອງປະຈຳເດືອນ, ຈັດຕັ້ງບັ້ນດຳເນີນຊີວິດໃນທົ່ວອົງຄະນະພັກ ຕິດພັນກັບການຕີລາຄາຈັດປະເພດສະມາຊິກພັກ ກໍຄື ຕິດພັນກັບການຄັດເລືອກຕົວເດັ່ນປະຈຳປີ; ປະຕິບັດລະບອບປະຊຸມ, ລະບອບສ່ອງແສງລາຍງານຢ່າງປົກກະຕິ.

ໃນໂອກາດດຽດກັນນີ້, ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກ ເອົາອົງຄະນະພັກຊຸດໃໝ່, ຜ່ານການປ່ອນບັດຄັດເລືອກ ເຫັນດີເປັນເອກະສັນ ເລືອກອົາຄະນະປະຈໍາພັກ 3 ສະຫາຍ ຄື: ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ, ສະຫາຍ ລາວປາວຊົງ ນະວົງໄຊ ແລະ ສະຫາຍ ນາງ ວິລະວອນ ພັນທະວົງ ເປັນຮອງເລຂາຄະນະບໍລິຫານງານພັກ ຄອສພ; ເລືອກເອົາຄະນະກວດກາ 3 ສະຫາຍ ຄື: ສະຫາຍ ນາງ ວິລະວອນ ພັນທະວົງ ເປັນປະທານກວດກາ, ສະຫາຍ ອານົງສັກ ອິນທະວົງ ແລະ ສະຫາຍ ສະຫວ່າງ ດາລາແສນ ເປັນຮອງປະທານກວດກາ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳແກ່ຄະນະພັກຊຸດໃໝ່ ໃຫ້ສືບຕໍ່ເສີມຂະຫຍາຍບົດບາດເປັນແກນນຳຂອງພັກ ໃນທົ່ວຄະນະໂຄສະນາອົບຮົມ, ເຊີດຊູຄວາມຮັບຜິດຊອບໃນໜ້າທີ່ການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍຄວາມເປັນແບບຢ່າງນຳໜ້າ ໃນການຝຶກຝົນຫລໍ່ຫລອມດ້ານຄຸນທາດປະຕິວັດ ສືບຕໍ່ປັບປຸງຄະນະພັກພາຍໃນໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາ ມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດນໍາພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ, ປັບປຸງກໍ່ສ້າງສະມາຊິກພັກ-ພະນັກງານທຸກຂັ້ນ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງດ້ານວຽກງານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ. ນອກຈາກນີ້, ຍັງເນັ້ນໃຫ້ປັບປຸງເນື້ອໃນສຶກສາອົບຮົມໃຫ້ເລິກເຊິ່ງກວ້າງຂວາງ, ໃຫ້ມີຫລາຍຮູບຫລາຍສີກວ່າເກົ່າ ແລະ ທັນກັບສະພາບການຍິ່ງຂຶ້ນ, ສືບຕໍ່ຄົ້ນຄວ້າບັນດາທິດສະດີຕ່າງໆ ໃຫ້ຫລາຍຂຶ້ນ, ວຽກງານໂຄສະນາອົບຮົມ ຕ້ອງເຂົ້າເຖິງນັກຮຽນ, ນັກສຶກສາໃຫ້ຫລາຍຂຶ້ນ ເພີ່ມທະວີຄຸ້ມຄອງລະບຽບວິໄນ ຕິດພັນກັບການຕີຖອຍປະກົດການຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ອື່ນໆ.