ເຈົ້າແຂວງສະຫວັນນະເຂດ ອອກຄຳສັ່ງ ມີ 8 ຂໍ້ຫ້າມ ແຕ່ 24 ສິງຫາ ເຖິງ 5 ກັນຍາ ໃຜຝ່າຝືນ ປະຕິບັດຕາມລະບຽບກົດໝາຍທັນທີ.

866

ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ໃນຊຸມຊົນ ຂອງນະຄອນໄກສອນພົມວິຫານ ນັບແຕ່ວັນທີ 2 ສິງຫາ 2021 ມາເຖິງປະຈຸບັນນີ້ມີຈຳນວນເພີ່ມຂື້ນເຖິງ 80 ກໍລະນີ, ກວມເອົາ 24 ບ້ານເຊິ່ງສະ ພາບການລະບາດຂອງພະຍາດດັ່ງກ່າວມາຮອດປະຈຸບັນແມ່ນຍັງບໍ່ສາມາດຢູ່ໃນການຄວບຄຸມໄດ້ ແລະ ມີທ່າອ່ຽງເພີ່ມຂື້ນໃນແຕ່ລະວັນ ແລະ ເປັນປັດໃຈສ່ຽງສູງຕໍ່ການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງໃນທົ່ວແຂວງສະຫວັນນະເຂດ. ດັ່ງນັ້ນ, ໃນວັນທີ 23 ສິງຫາ 2021 ເຈົ້າແຂວງສະຫວັນນະເຂດ ຈຳເປັນຕ້ອງອອກຄໍາສັ່ງສະບັບເລກທີ 1443/ຈຂ.ສຂ ສືບຕໍ່ປະຕິບັດມາດຕະການການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແລະ ຜ່ອນຜັນບາງມາດຕະການໃນຂອບເຂດນະຄອນໄກສອນພົມວິຫານ ແຂວງສະ ຫວັນນະເຂດດັ່ງນີ້: ເພື່ອໃຫ້ທຸກພາກສ່ວນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄໍາສັ່ງສະບັບເລກທີ 15/ນຍ,ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19 ໂດຍອອກມາດຕະການຫ້າມດັ່ງນີ້:


1 ຫ້າມບຸກຄົນເດີນທາງເຂົ້າອອກທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກຳນົດຂອງຄະນະສະພາະກິດແຂວງ ຍົກເວັ້ນຜູ້ທີ່ໄດ້ຮັບການອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດ້ວຍເງື່ອນໄຂ ແລະ ເຫດຜົນທີ່ຈຳເປັນເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊິນ, ການເຈັບເປັນ, ເສຍຊີວິດ, ການໄປກວດຕົວຢ່າງຊອກເຊື້ອໂຄວິດ-19 ໃນຈຸດບໍລິການທີ່ກຳນົດໄວ້; 2. ຫ້າມສັນຈອນໄປມາພາຍໃນນະຄອນໄກສອນພົມວິຫານ ຫຼັງຈາກເວລາ 20:00 ໂມງແລງ ຂອງແຕ່ລະວັນ-ໄປຈົນເຖິງເວລາ 05:00 ໂມງເຊົ້າ ຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ ແລະ ເສຍຊີວິດ; 3. ຫ້າມບຸກຄົນທີ່ສຳພັດໄກ້ສິດຜູ້ຕິດເຊື້ອທີ່ຢູ່ໃນໄລຍະກັກກັນບໍ່ຄົບ 14 ວັນເດີນທາງໄປຕ່າງບ້ານ, ຕ່າງເມືອງ ແລະ ຕ່າງແຂວງຢ່າງເດັດຂາດ; 4. ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກຳ ແລະ ງານບຸນປະເພນີຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ ໃນກໍລະນີທີ່ຈຳເປັນຈັດກິດຈະກຳໃດໜຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ຕ້ອງປະຕິບັດຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຫ້າມກິນດື່ມຊຸມແຊວທີ່ມີທາດເຫຼົ້າທຸກປະເພດໃນສະຖານທີ່ຕ່າງໆ ລວມທັງພາຍໃນເຮືອນ;


5 ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວຂອງມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລພາກລັດ ແລະ ເອກະຊົນ, ອາຊີວະສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນ (ມັດທະຍົມຕົ້ນ, ມັດທະຍົມປາຍ, ປະຖົມ, ອະນຸບານ, ລ້ຽງເດັກ) ໃນຂອບເຂດທົ່ວນະຄອນໄກສອນພົມວິຫານ; 6. ໃຫ້ສຶບຕໍ່ປິດກິດຈະການຊົ່ວຄາວໃນຂອບເຂດນະຄອນໄກສອນພົມວິຫານເຊັ່ນ: ການບໍລິການຫ້ອງກວດພະຍາດເອກະຊົນທຸກປະເພດ, ຮ້ານຂາຍຄຳ, ຮ້ານແລກປ່ຽນເງິນຕາ, ຮ້ານຂາຍເຄື່ອງໄຟຟ້າເຄື່ອງກໍ່ສ້າງ, ຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງອຸປະກອນຫ້ອງການ, ຮ້ານມິນິມາກ, ຮ້ານຊຸບເປີມາເກັດໄອເຕັກ, ຮ້ານກິນດື່ມ-ປີ້ງແກ້ມ, ຮ້ານກາເຟ, ຮ້ານຄາລາໂອເກະ, ຮ້ານບໍລິການນວດ, ຮ້ານຮົມຢາ, ຮ້ານສະປາ, ຮ້ານບັນເທີງ, ຄາສິໂນ, ຣີສອດ, ສວນນ້ຳ, ສະຖານທີ່ທ່ອງທ່ຽວຕ່າງໆ, ຮ້ານເກມອອນລາຍ, ຕະຫຼາດກາງຄືນ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານຂາຍເສື້ອຜ້າ, ທຸລະກິດການບໍລິການຂົນສົ່ງອາຫານທຸກປະເພດ ( Food panda, ແຄນດີ ແລະ ບໍລິການສົ່ງອາຫານສ່ວນບຸກຄົນ) ລວມທັງສະຖານທີ່ອອກກຳລັງກາຍທຸກປະເພດທີ່ມີການສຳພັດກັ້ນ ແລະ ກິລາໃນສະໝາມຮົ່ມທຸກປະເພດ; 7. ຫ້າມບັນດາບຸກຄົນ ແລະ ນິຕິບຸກຄົນ ກັກຕຸນ ແລະ ຂຶ້ນລາຄາສິນຄ້າທຸກປະເພດເປັນຕົ້ນ: ຜ້າປິດປາກ-ດັ່ງ, ນ້ຳຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ເຄື່ອງອຸປະໂພກ-ບໍ ລິໂພກອື່ນໆ; 8. ສຶບຕໍ່ໂຈະການຂົນສົ່ງໂດຍສານລະຫວ່າງນະຄອນໄກສອນພົມວິຫານກັບບັນດາເມືອງຕ່າງໆໃນທົ່ວແຂວງ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ;

ສ່ວນມາດຕະການຜ່ອນຜັນດັ່ງນີ້: 1. ໃຫ້ບັນດາພະແນກການ, ກົມກອງ, ວິສາຫະກິດລັດ-ເອກະຊົນ ແລະ ບັນດາບໍລິສັດໃນທົ່ວນະຄອນໄກສອນພົມວິຫານ ຫຼຸດຈໍານວນ ພະນັກງານ – ລັດຖະກອນ, ກຳມະກອນ ແລະ ຈັດຕັ້ງຜັດປ່ຽນກັນມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ; ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ບໍລິສັດເກັບມ້ຽນຂີ້ເຫຍື່ອ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງສິນຄ້າທີ່ຈໍາເປັນ, ພະນັກງານສາທາລະນະສຸກ, ແພດ-ໝໍ, ອາສາສະໝັກສາທາລະນະສຸກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິຢູ່ເຮືອນ; ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ; 2. ອະນຸຍາດໃຫ້ເປີດຮ້ານອາຫານທຸກປະເພດແຕ່ໃຫ້ຊື້ເມືອກິນຢູ່ເຮືອນ ແລະ ໃຫ້ເປີດຮ້ານຂາຍເຄື່ອງຍ່ອຍປະເພດເຄື່ອງໃຊ້ປະຈໍາວັນທີ່ບໍ່ນອນໃນບ້ານເຂດແດງ ແລະ ເຂດເຫຼື້ອງແຕ່ໃຫ້ມີການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ; 3. ອະນຸຍາດໃຫ້ເປີດຮ້ານສ້ອມແປງລົດທຸກປະເພດທີ່ບໍ່ນອນໃນບ້ານເຂດພື້ນທີ່ສີແດງ ແລະ ສີເຫຼືອງ ແຕ່ໃຫ້ມີມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ;


ສ່ວນມາດຕະການຜ່ອນຜັນທີ 4. ອະນຸຍາດໃຫ້ບໍລິສັດຂົນສົ່ງສິນຄ້າທີ່ມີລົດຂົນສົ່ງສະເພາະ, ມີໃບອະນຸຍາດດຳເນີນທຸລະກິດຖືກຕ້ອງ ແລະ ມີທີ່ຕັ້ງຂອງຫ້ອງການບໍ່ນອນໃນບ້ານເຂດພື້ນທີ່ສີແດງ ແລະ ສີເຫຼືອງສາມາດດຳເນີນການຂົນສົ່ງລະຫວ່າງເມືອງ ແລະ ລະຫວ່າງແຂວງໄດ້ເປັນປົກກະຕິແຕ່ໃຫ້ມີການປະຕິບັດມາດຕະການປ້ອງກັນພະ ຍາດໂຄວິດ-19 ຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ໃຫ້ແຈ້ງລາຍຊື່ພະນັກງານຂົນສົ່ງ ແລະ ລົດຂົນສົ່ງສິນຄ້າໃຫ້ແກ່ຄະນະສະເພາະກິດຊາບ; 5. ອະນຸຍາດຂະບວນລົດຜູ້ນໍາ, ລົດສະຫຼາມ, ລົດສົ່ງຄົນເຈັບ, ລົດກູ້ໄພ, ລົດຄະນະສະເພາະກິດສາມາດເຂົ້າອອກນະຄອນໄກສອນໄດ້ໂດຍບໍ່ຈຳເປັນຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; 6. ອະນຸຍາດຜູ້ທີ່ມີຄວາມຈໍາເປັນໄດ້ເຊັ່ນ: ເຈັບເປັນ, ເສຍຊີວິດ ແລະ ປະຊຸມທາງລັດຖະການ ທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງແຂວງ, ຕ່າງເມືອງ ແຕ່ໃຫ້ຂໍໜັງສືອະນຸຍາດເດີນທາງນໍາຄະນະສະເພາະກິດຂັ້ນແຂວງຈຶ່ງສາມາດເດີນທາງໄດ້; 7. ສືບຕໍ່ອະນຸຍາດເປີດຕະຫລາດສົດໄດ້ນັບແຕ່ເວລາ 05 ໂມງ 00 ນາທີ ເຖິງ ເວລາ 17 ໂມງ 00 ນາທີ, ມອບໃຫ້ຜູ້ຈັດສັນຕະຫລາດທຸກແຫ່ງ ເປັນເຈົ້າການຕິດຕາມກວດກາ ແນະນຳຜູ້ຄ້າຂາຍ ແລະ ຜູ້ຊື້ສິນຄ້າພາຍໃນຕະຫລາດໃຫ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດເຊັ່ນ: ໃສ່ຜ້າອັດປາກ-ດັງ, ການເວັ້ນໄລຍະຫ່າງ 01 ແມັດຂຶ້ນໄປ, ຈັດໃຫ້ມີເຈວລ້າງມື ແລະ ຊີດຢາຂ້າເຊື້ອທຸກວັນຫລັງຈາກເລີກຕະຫລາດ;
8. ອະນຸຍາດໃຫ້ເປີດໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທຸກປະເພດ ທີ່ຕັ້ງຢູ່ນະຄອນໄກສອນພົມວິຫານທີ່ມີຫໍພັກສະເພາະໃຫ້ແຮງງານຢູ່ໂດຍທີ່ບໍ່ໄດ້ກ່ຽວກັບບ້ານໃນແຕ່ລະວັນ ແຕ່ ໃຫ້ມີການຄຸ້ມຄອງຢ່າງເຂັ້ມງວດ, ຕາມແຈ້ງການຂອງຄະນະສະເພາະກິດກະຊວງ ອຄ ສະບັບເລກທີ 0485/ອຄ.ກອຫ, ລົງວັນທີ 21 ມີຖຸນາ2021 ແລະ ມາດຕະການທີ່ຄະນະສະເພາະກິດແຂວງວາງອອກ;


ມາດຕະການຜ່ອນຜັນທີ 9. ມອບໃຫ້ຄະນະສະເພາະກິດຕ້ານໂຄວິດ-19 ຂອງນະຄອນໄກສອນພົມວິຫານ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຕັ້ງຈຸດກວດກາຄົນເຂົ້າ-ອອກນະຄອນໃນ 4ຈຸດດັ່ງນີ້: ຈຸດບ້ານນາຈະຫຼີດ, ຈຸດບ້ານຊອກວາງ, ຈຸດບ້ານຫ້ວຍໄຜ່ ແລະ ຈຸດບ້ານທ່າຫົວຊ້າງ; ໃຫ້ສົມທົບກັບຄະນະສະເພາະກິດແຂວງ ແລະ ພະແນກການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດມາດຕະການປີດບ້ານ (Lock down) ເຂດພື້ນທີ່ສີແດງ ແລະ ພື້ນທີ່ສີເຫຼືອງ ໃນຮູບແບບເປັນບ້ານ, ເປັນໜ່ວຍ ຫຼືເປັນຄອບຄົວ ໂດຍອີງຕາມຂໍ້ມູນແລະຈຳນວນ ຜູ້ຕິດເຊື້ອທີ່ລາຍງານໂດຍຄະນະສະເພາະກິດແຂວງໃນແຕ່ລະວັນ; 10. ມອບໃຫ້ກອງບັນຊາການ ປກຊ-ປກສ ແຂວງ ສົມທົບຊີ້ນຳສາຍຕັ້ງກຳລັງ ປກຊ-ປກສ ນະຄອນ ເພື່ອເຄື່ອນໄຫວການໂຄສະນາ ແລະ ກວດກາການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃນແຕ່ລະພື້ນທີ່ ແລະ ບ້ານຢ່າງເຂັ້ມງວດ; 11. ໃຫ້ພະແນກ ຖວທ ຊີ້ນຳຫ້ອງການ ຖວທ ນະຄອນໄກສອນພົມວິຫານ ຜູ້ສື່ຂ່າວທຸກພາກສ່ວນໃຫ້ສືບຕໍ່ເພີ້ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີ ຜ່ານທາງສື່ຕ່າງໆເປັນຕົ້ນໂທລະພາບ, ວິທະຍຸ, ໂທລະໂຄ່ງ ແລະອື່ນໆ ເພື່ອໃຫ້ປະຊາຊົນ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ-19, ຮູ້ຈັກວິທີສະກັດກັ້ນ ແລະ ຕ້ານພະຍາດນີ້ດ້ວຍຕົນເອງພ້ອມທັງຈັດການອອກຖະແຫຼງຂ່າວໂຕ້ຕອບຂໍ້ມູນທີ່ບໍ່ມີຄວາມຈິງໃນສັງຄົມ;


ເຊິ່ງຄຳສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ວັນທີ 24 ສິງຫາ 2021 ຫາ 05 ກັນຍາ 2001, ຖ້າຫາກຜູ້ໃດຜ່າຝືນຕໍ່ຄຳສັ່ງສະບັບດັ່ງກ່າວຈະຖືກປະຕິບັດຕາມລະບຽບກົດໝາຍ.