ສະຫວັນນະເຂດ ປົວຫາຍດີເພີ່ມຕໍ່ເນື່ອງກັບບ້ານອີກ 16 ຄົນ

305

ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງມີເພີ່ມຂຶ້ນໃນແຕ່ລະວັນແຕ່ທີມແພດປິ່ນປົວກໍ່ ທຸ່ມສຸດຕົວກັບໜ້າວຽກຂອງຕົນໃນການປິ່ນປົວຜູ້ຕິດເຊື້ອເພື່ອໃຫ້ພວກເຂົາໄດ້ກັບຄືນສູ່ບ້ານເຮືອນໂດຍໄວທີ່ສຸດ ຫຼ້າສຸດນີ້ກໍ່ມີ 16 ຄົນທີ່ສາມາດກັບບ້ານໄດ້ ຫຼັງໄດ້ຮັບການປິ່ນປົວທີ່ໂຮງໝໍສະໜາມຫຼັກ 9.


ວັນທີ 22 ສິງຫາ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 16 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ9 ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.


ກ່ອນກັບສູ່ຄອບຄົວທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.


ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 4.031 ຄົນ, ຍັງຄ້າງສູນປິ່ນປົວ 1.705 ຄົນ, ປິ່ນປົວດີແລ້ວ 2.326 ຄົນ, ຍິງ 1.173 ຄົນ ແລະ ເສັຍຊີວິດ 3 ຄົນ, ຍິງ 1 ຄົນ.
( ຂໍ້ມູນ ວັນທີ 22 ສິງຫາ 2021 )