ສະຫວັນນະເຂດ ຕິດເຊື້ອໃໝ່ 85 ຄົນ ມີໃນຊຸມຊົນ 52 ຄົນ

870

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 22 ສິງຫາ 2021 ວ່າ: ວັນທີ 21 ສິງຫາ 2021ໄດ້ກວດວິເຄາະຫາເຊື້ອໂຄວິດ-19ທັງໝົດ 2.723 ຄົນ, ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ

ໃນນີ້ຕິດເຊື້ອໃນຊຸມຊົນເຖິງ 81 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ບໍ່ແກ້ວ (ຕົ້ນເຜິ້ງ) 29 ຄົນ, ສະຫວັນນະເຂດ 52 ຄົນ.ສ່ວນ ກໍລະນີນໍາເຂົ້າ ມີ 224 ຄົນ ຈາກ ຈຳປາສັກ 134 ຄົນ, ສະຫວັນນະເຂດ 33 ຄົນ, ສາລະວັນ 22 ຄົນ, ຄຳມ່ວນ 20 ຄົນ, ນະຄອນຫຼວງ 12 ຄົນ ແລະ ຫຼວງພະບາງ 3 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 52 ຄົນນັ້ນ, ໃນນັ້ນ ເປັນຜູ້ຕິດເຊື້ອຢູ່ສະຖານທີ່ຄຸມຂັງ 2 ແຫ່ງ ຈໍານວນ ເຖິງ 43 ຄົນ, ສ່ວນອີກ 7 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊິດກັບກໍາມະກອນ ສົ່ງນໍ້າ ເພດຊາຍອາຍຸ 33 ປີ ອາຊີບກໍາມະກອນ, ພະນັກງານໂຮງງານ 1 ຄົນ ແລະ ອີກ 1 ຄົນ ທາງທີມແພດແຂວງສະຫວັນນະເຂດກໍາລັງຕິດຕາມພົວພັນຜູ້ກ່ຽວຢູ່.


ສໍາລັບ ແຂວງ ບໍ່ແກ້ວຕິດເຊື້ອໃນຊຸມຊົນ 29 ຄົນ, ໃນນັ້ນ 16 ຄົນ ແມ່ນຈາກບ້ານໃຫຍ່ສີເມືອງງາມ, 1ຄົນຈາກບ້ານນໍ້າເກິ່ງ ເຊິ່ງເປັນແມ່ຄ້າຂາຍເຄື່ອງຢູ່ຕະຫລາດບ້ານໃຫຍ່ສີເມືອງງາມ ແລະ ອີກ 12 ຄົນ ແມ່ນມາຈາກເຂດສາມຫລ່ຽມຄໍາ.
ມາຮອດມື້ນີ້ ສປປລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12.469 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4.520 ຄົນ.