ລາຍລະອຽດ 2 ກໍລະນີຕິດເຊື້ອໃນຊຸມຊົນພາຍໃນ ນະຄອນຫຼວງວຽງຈັນ

1006

ຄະນະສະເພາະກິດຂັ້ນສູງກາງ ຖະແຫຼງຂ່າວປະຈຳວັນທີ21 ສິງຫາ2021ວ່າ: ວັນທິ0 ສິງຫາ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ ໂຄວິດ-19 ທັງຫມົດ 2.753 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊື້ອໃຫມ່ 411 ຄົນ ( ໃນຊຸມຊົນພາຍໃນ 26 ຄົນ ແລະ ກໍລະນີນຳເຂົ້າ 385 ຄົນ).

ການຕິດເຊື້ອພາຍໃນຊຸມຊົນຈໍານວນ 26 ຄົນປະກອບມີ ແຂວງບໍ່ແກ້ວ(ເມືອງຕົ້ນເຜິ້ງ)18 ຄົນ, ສະຫວັນນະເຂດ 5 ຄົນ
ນະຄອນຫຼວງວຽງຈັນ 2 ຄົນ ແລະ ຈໍາປາສັກ 1 ຄົນ). ການຕີດເຊື້ອໃນ ແຮງງານ ແລະ ຜູ້ ທີ່ເດີນ ທາງເຂົ້າປະເທດ ຈໍານວນ 385 ຄົນຄື:ຈາກ ຈາປາສັກ 158 ຄົນ , ສະຫວັນນະເຂດ 95 ຄົນ , ຄໍາມ່ວນ 61 ຄົນ, ນະຄອນຫຼວງ 52 ຄົນ, ສາລະວັນ 9 ຄົນ , ໄຊຍະບູລີ 8 ຄົນ , ອຸດົມໄຊ 2 ຄົນ. ຮອດປະຈຸບັນ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປລາວແມ່ນ 12.164 ຄົນ (ໃຫມ່ 411) , ມີຈຳນວນ ເສຍຊີວິດ ສະສົມ 11 ຍັງ ແລະ ສືບຕໍ່ປິ່ນປົວ 4.415 ຄົນ.

ໃນສະພາບການກັບມາຂອງແຮງງານຈໍານວນຫຼວງຫຼາຍ ລັດຖະບານໄດ້ເອົາໃຈໃສ່ ແລະ ເລັ່ງ ໃຫ້ບັນດາແຂວງຕ້ອງໄດ້ຈັດສັນໃຫ້ມີສະຖານ ທີ່ຈໍາກັດບໍລິເວນ ເພື່ອຮອງຮັບແຮງງານທີ່ກັບ ຄືນມາໃຫ້ໄດ້ຈໍາກັດບໍລິເວນຄົບຕາມເວລາ ທີ່ຄະນະສະເພາະກິດໄດ້ກໍານົດໄວ້ ແລະ ຕ້ອງຈັດ ສັນໃຫ້ມີໂຮງຫມໍພາກສະຫນາມ ແລະສະຖານຈໍາກັດບໍລິເວນ ຫຼັງຈາກຄົບກໍານັດປິ່ນປົວ ( 14 ບວກ 7) ເພື່ອສາມາດຮອງຮັບຈໍານວນແຮງງານທີ່ຕິດເຊື້ອພະຍາດໂຄວິດ 19, ນັ້ນແມ່ນ ສະແດງເຖິງຄວາມ ເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຂອງລັດຖະບານຕໍ່ບັນດາແຮງງານທຸກ ຄົນທີ່ກັບຄືນມາປະເທດ.

ໃນໂອກາດນີ້ ຕາງຫນ້າກອງເລຂາດ້ານວິຊາການ ຂອງຄະນະສະເພາະກິດຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພະນັກງານແພດຫມໍ ລວມທັງພະນັກງານ ແລະ ບຸກຄະລາກອນ ຂອງທຸກຂະແຫນງ ການທີ່ໄດ້ ເສຍສະຫຼະ ແລະ ປະກອບສ່ວນໃນການປະຕິບັດຫນ້າທີ່ຂອງ ຕົນ ຢ່າງຕັ້ງຫນ້າ ແລະ ບໍ່ຮູ້ອິດເມື່ອຍ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດ ຂອງ ປະຊາຊົນ ຈາກ
ພະຍາດໂຄວິດ19.

ກໍລະນີຕິດເຊື້ອໃນຊຸມຊົນ 2 ຄົນຢູ່ນະຄອນຫຼວງວຽງຈັນມີດັ່ງນີ້: ຜູ້ທີ1: ເພດຊາຍ ອາຍຸ 31 ປີ,ພະນັກງານ ບ້ານນາທ່ອນ ເມືອງນາຊາຍທອງສັກວັກຊີນຄົບ 2 ເຂັມ, ຜູ້ກ່ຽວປະຈຳຢູ່ສູນຈຳກັດບໍລິເວນ ໃນໄລຍະວັນທີ7-16 ສິງຫາ 2021; ວັນທີ 17 ສິງຫາ ໄປບ້ານຫົວນາ ເມືອງໄຊທານີ; ວັນທີ 18 ສິງຫາ ໄປຊື້ຕໍາຫມາກຫຸ່ງໃກ້ຕະຫຼາດເຂດດົງໂດກ ແລະ ຮູ້ສຶກມີອາການ ເຈັບຄໍ, ມີຂີ້ກະເທີ່; ວັນທີ 19 ສິງຫາ ມີໄຂ້, ເຈັບຫົວ; ວັນທີ 20 ສິງຫາ ຜົນກວດພົບເຊື້ອ coVID-19.


ຜູ້ທີ 2: ເພດຊາຍ ອາຍຸ 31 ປີ,ພະນັກງານ ບ້ານດົງໂດກ ເມືອງໄຊທານີ. ສັກວັກຊີນຄົບ 2 ເຂັມ; ວັນທີ 12-13 ສິງຫາ ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ; ວັນທີ 14 ສິງຫາ ມີໄຂ້, ໄປກວດຢູ່ຄຣີນິກ; ວັນທີ 17 ສິງຫາ ໄປກວດກະເພາະຢູ່ໂຮງຫມໍ; ວັນທີ 18 ສິງຫາ ໄປເກັບຕົວຢ່າງກວດຢູ່ ສູນ ມຊ ດົງໂດກ;ວັນທີ 20 ສິງຫາ ຜົນກວດພົບເຊື້ອ CoVID-19.