ຍັງບໍ່ຫຼຸດລົງເລີຍ ມື້ນີ້ຕິດໃໝ່ອີກ 411 ກໍລະນີ

591

ຕາມການຖະແຫຼງຂອງທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 21 ສິງຫາ 2021 ໃຫ້ຮູວ່າ: ມື້ນີ້ເປັນອີກໜຶ່ງມື້ທີ່ມີຜູ້ຕິດເຊື້້ອສຸດເຖິງ 411 ຄົນ ໃນນັ້ນສ່ວນໃຫຍ່ແມ່ນກໍລະນີນຳເຂົ້າ ແຕ່ການຕິດເຊື້ອພາຍໃນແຂວງກໍ່ຍັງໜ້າເປັນຫ່ວງຢູ່.

ມາຮອດປະຈຸບັນເຫັນວ່າຕົວເລກຕິດເຊື້ອສະສົມໃນ ສປປ ລາວແມ່ນ 12.164 ຄົນ, ມີຈຳນວນຜູ້ເສຍຊີວິດສະສົມ11 ຄົນ ແລະຍັງສືບຕໍ່ປິ່ນປົວຈຳນວນ 4.415 ຄົນ.


ສະເພາະວັນທີ 20 ສິງຫາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດເຊື້ອ 2.753 ຕົວຢ່າງ ໃນນີ້ກວດພົບພົບຜູ້ຕິດເຊື້ອໃໝ່ 411 ຄົນ ໃນແຂວງ 26 ຄົນ ນຳເຂົ້າ 385 ຄົນ.


ໃນຈຳນວນ 26 ຄົນທີ່ຕິດເຊື້ອພາຍໃນນັ້ນແມ່ນຢູ່ບໍ່ແກ້ວ 18 ຄົນ, ສະຫວັນນະເຂດ 5, ນະຄອນຫຼວງ2 ແລະຈຳປາສັກ 1 ຄົນ.
ໃນສ່ວນການນຳເຂົ້າກໍ່ຄືການຕິດເຊື້ອໃນແຮງງານ ແລະຜູ້ເດີນທາງເຂົ້າປະເທດຈຳນວນ 385 ຄົນນັ້ນມີຢູ່ແຂວງຈຳປາສັກ 158 ຄົນ, ສະຫວັນນະເຂດ 95 ຄົນ, ຄຳມ່ວນ 61 ຄົນ, ນະຄອນຫຼວງ 52 ຄົນ, ສາລະວັນ 5 ຄົນ, ໄຊຍະບູລີ 8 ຄົນ ແລະອຸດົມໄຊ 2 ຄົນ.