ຜົນການສຶກສາຄົ້ນຄວ້າ ຂອງກະຊວງສາທາລະນະສຸກ ເຫັນວ່າພືດເປັນຢາ3ຊະນິດ ສາມາດຢຸດຢັ້ງເຊື້ອພະຍາດໄວຣັສໂຄວິດ-19ໄດ້ດີພໍສົມຄວນ ແຕ່ຕ້ອງໃຊ້ຕາມຄຳແນະນຳ

1097

ສປປລາວ ມີກໍລະນີຕິດເຊທ້ອໂຄວິດ-19 ເພີ່ມອຮກ284ຄົນ ໃນນີ້ເປັນກໍລະນີຕິດເຊື້ອໃນຊຸມຊົນພາຍໃນ 19ຄົນ. ກະຊວງສາທາລະນະສຸກ ໄດ້ເຮັດການສຶກສາຄົ້ນຄວ້າ ໃນການນຳໃຊ້ພືດເປັນຢາ ເພື່ອສົມທົບເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເຊິ່ງມີ 3 ຊະນິດ ເຫັນວ່າ ມີຫຼັກຖານສອດຄ່ອງກັນ ໃນການປ້ອງກັນ, ປິ່ນປົວ ແລະ ຢຸດຢັ້ງເຊື້ອພະຍາດໄວຣັສໄດ້ດີພໍສົມຄວນ.ແຕ່ຂໍໃຫ້ບັນດາທ່ານອ່ານ ແລະ ສຶກສາຄຳແນະນຳຢ່າງລະອຽດ ຫຼື ສອບຖາມນຳຜູ້ຊ່ຽວຊານຕື່ມ ເພື່ອນຳໃຊ້ຢາດ່ັງກ່າວໃຫ້ຖືກຕ້ອງ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳທີ19 ສິງຫາ 2021ວ່າ: ວັນທີ 18 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.456 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 284 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 19 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 2 ຄົນ, ສະຫວັນນະເຂດ 17 ຄົນ; ສ່ວນ ກໍລະນີນໍາເຂົ້າ ມີ 265 ຄົນ ແມ່ນມາຈາກ ຈຳປາສັກ 82 ຄົນ, ຄຳມ່ວນ 66 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 44 ຄົນ, ນະຄອນຫຼວງ 7 ຄົນ, ຫຼວງພະບາງ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11.313 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.435 ຄົນ.


ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 106 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 12,079 ຄົນ. ພວກເຮົາຍັງສາມາດຮອງຮັບໄດ້ຕື່ມອີກ 22.406 ຄົນ, ໃນນັ້ນ ສູນ ແມ່ນ 15,025 ຄົນ ແລະ ໂຮງແຮມ 7,381 ຄົນ.
ອົງການອະນາໄມໂລກ ປະກາດວ່າ ປັດຈຸບັນ ກຳລັງທົດລອງຢາ 3 ໂຕ ປະກອບ ມີ artesunate, imatinib ແລະ infliximab ເຊິ່ງໄດ້ທົດລອງນຳໃຊ້ໃນຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ ເພື່ອຫຼຸດຜ່ອນຄວາມສ່ຽງໃນການເສຍຊີວິດ ເຊິ່ງທັງ 3 ຕົວຢາ ໄດ້ຖືກນຳໃຊ້ເຂົ້າໃນການປິ່ນປົວຜ່ານມາ ເປັນຕົ້ນ ຢາ artesunate ໃຊ້ສຳລັບ ປິ່ນປົວພະຍາດໄຂ້ມາລາເຣຍທີ່ຮຸນແຮງ, ຢາ imatinib ປິ່ນປົວມະເຮັງບາງຊະນິດ ແລະ ຢາ infliximab ປິ່ນປົວພະຍາດພູ້ມຄຸ້ມກັນ ເຊັ່ນ ພະຍາດປະດົງ. ການທົດລອງ 3 ຢານີ້ ຖືວ່າເປັນຂ່າວດີຂອງໂລກເຮົາ ເຊິ່ງຜົນຂອງການສຶກສາຄົ້ນຄວ້າ ພວກເຮົາຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.

ສຳລັບ ສປປ ລາວ ເຮົາ ກະຊວງສາທາລະນະສຸກ ກໍ່ໄດ້ເຮັດການສຶກສາຄົ້ນຄວ້າ ໃນການນຳໃຊ້ພືດເປັນຢາ ເພື່ອສົມທົບເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເຊິ່ງມີ 3 ຊະນິດ ຄື: ຕົ້ນລາຊາບີ, ຜັກຄາວທອງ ແລະ ຫົວກະຊາຍຂາວ, ຜົນຂອງການສຶກສາຄົ້ນຄວ້າ ເຫັນວ່າ ມີຫຼັກຖານສອດຄ່ອງກັນ ໃນການປ້ອງກັນ, ປິ່ນປົວ ແລະ ຢຸດຢັ້ງເຊື້ອພະຍາດໄວຣັສໄດ້ດີພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຂໍໃຫ້ບັນດາທ່ານ ອ່ານ ແລະ ສຶກສາຄຳແນະນຳຢ່າງລະອຽດ ຫຼື ສອບຖາມນຳຜູ້ຊ່ຽວຊານຕື່ມ ເພື່ອນຳໃຊ້ຢາດ່ັງກ່າວໃຫ້ຖືກຕ້ອງ, ສົມເຫດສົມຜົນ ແລະ ປາດສະຈາກຜົນຂ້າງຄຽງໜ້ອຍທີ່ສຸດ.

ສຳລັບ ການຈຳກັດບໍລິເວນຢູ່ສູນນ້ັນ ເຫັນວ່າ ມີການກວດພົບເຊື້ອຂອງຜູ້ຖືກຈຳກັດບໍລິເວນ ເມື່ອໃກ້ຈະຄົບກຳນົດທີ່ຈະອອກຈາກສູນ ຫຼື ພາຍຫຼັງອອກຈາກສູນແລ້ວ ເຊິ່ງທັງໝົດນີ້ ກໍ່ແມ່ນມີສາເຫດມາຈາກສູນຈຳກັດບໍລິເວນທີ່ມີຈຳນວນຈຳກັດ, ບໍ່ສາມາດຮັກສາໄລຍະຫ່າງໄດ້ ແລະ ຄວາມເຂົ້າໃຈໃນການປ້ອງກັນຕົວເອງ ຂອງຜູ້ຈຳກັດບໍລິເວນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ຄະນະສະເພາະກິດ ຈຶ່ງອອກແຈ້ງການ ພາຍຫຼັງ ອອກຈາກສູນຈຳກັດບໍລິເວນຢູ່ນະຄອນຫຼວງວຽງຈັນ ຫຼື ບັນດາແຂວງຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນຕິດຕາມ ການສືບຕໍ່ຈຳກັດບໍລິເວນຢູ່ເມືອງ ຫຼື ບ້ານຕື່ມອີກ 14 ວັນ ຢ່າງເຂັ້ມງວດ ເພື່ອຕິດຕາມອາການ, ຖ້າມີອາການ ຈະໄດ້ເກັບຕົວຢ່າງກວດ ເພື່ອກວດຊອກຫາເຊື້ອ