ອົງການອະນາໄມໂລກ ເລັ່ງທົດລອງ 3 ຕົວຢາ ປົວພະຍາດ ຂະນະທີ່ໝໍ ລາວ ກໍ່ສຶກສາ ພືດ 3 ຊະນິດ ມາເປັນຢາປ້ອງກັນ ແລະ ປົວໂຄວິດ-19

1236

ໃນວັນທີ 19 ສິງຫາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງເປັນຮອງຫົວໜ້າຄະນະສະເພາະກິດ,ຜູ້ປະຈຳການ ຫົວໜ້າກອງເລຂາກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19; ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ປະຈຳວັນ, ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ອົງການອະນາໄມໂລກ ປະກາດວ່າ ປັດຈຸບັນກຳລັງທົດລອງຢາ 3 ໂຕ ປະກອບ ມີ artesunate, imatinib ແລະ infliximab ເຊິ່ງໄດ້ທົດລອງນຳໃຊ້ໃນຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ ເພື່ອຫຼຸດຜ່ອນຄວາມສ່ຽງໃນການເສຍຊີວິດ ເຊິ່ງທັງ 3 ຕົວຢາ ໄດ້ຖືກນຳໃຊ້ເຂົ້າໃນການປິ່ນປົວຜ່ານມາ ເປັນຕົ້ນ ຢາ artesunate ໃຊ້ສຳລັບ ປິ່ນປົວພະຍາດໄຂ້ມາລາເຣຍທີ່ຮຸນແຮງ, ຢາ imatinib ປິ່ນປົວມະເຮັງບາງຊະນິດ ແລະ ຢາ infliximab ປິ່ນປົວພະຍາດພູມຄຸ້ມກັນ ເຊັ່ນ: ພະຍາດປະດົງ. ການທົດລອງ 3 ຢານີ້ ຖືວ່າເປັນຂ່າວດີຂອງໂລກເຮົາ ເຊິ່ງຜົນຂອງການສຶກສາຄົ້ນຄວ້າ ພວກເຮົາຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.


ສຳລັບ ສປປ ລາວ ເຮົາ ກະຊວງສາທາລະນະສຸກ ກໍ່ໄດ້ເຮັດການສຶກສາຄົ້ນຄວ້າ ໃນການນຳໃຊ້ພືດເປັນຢາ ເພື່ອສົມທົບເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເຊິ່ງມີ 3 ຊະນິດ ຄື: ຕົ້ນລາຊາບີ, ຜັກຄາວທອງ ແລະ ຫົວກະຊາຍຂາວ, ຜົນຂອງການສຶກສາຄົ້ນຄວ້າ ເຫັນວ່າ ມີຫຼັກຖານສອດຄ່ອງກັນ ໃນການປ້ອງກັນ, ປິ່ນປົວ ແລະ ຢຸດຢັ້ງເຊື້ອພະຍາດໄວຣັສໄດ້ດີພໍສົມຄວນ.

ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຂໍໃຫ້ບັນດາທ່ານ ອ່ານ ແລະ ສຶກສາຄຳແນະນຳຢ່າງລະອຽດ ຫຼື ສອບຖາມນຳຜູ້ຊ່ຽວຊານຕື່ມ ເພື່ອນຳໃຊ້ຢາດ່ັງກ່າວໃຫ້ຖືກຕ້ອງ, ສົມເຫດສົມຜົນ ແລະ ປາດສະຈາກຜົນຂ້າງຄຽງໜ້ອຍທີ່ສຸດ.