ຕະຫຼາດ ມຊ ຍັງເປີດການຊື້-ຂາຍທຸກວັນ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

1112

ເມື່ອບໍ່ດົນມານີ້ ໄດ້ມີຄົນບໍ່ດີໃຊ້ສື່ສັງຄົມອອນລາຍ (ເຟສບຸ໊ກ) ໂພສຂ່າວທີ່ບໍ່ມີມູນຄວາມຈິງ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຂດຕະຫຼາດມະຫາວິທະຍາໄລແຫ່ງຊາດ (ມຊ), ມີການປິດຕະຫຼາດ 14 ວັນ.

ຕໍ່ກັບຂ່າວດັ່ງກ່າວໄດ້ສ້າງຄວາມແຕກຕື່ນໃຫ້ແກ່ພໍ່ແມ່ປະຊາຊົນ, ນັກສຶກສາ ໃນເຂດດັ່ງກ່າວ ພ້ອມທັງສົ່ງຜົນກະທົບຕໍ່ບັນຍາກາດການຊື້-ຂາຍໃນຕະຫຼາດນຳອີກ.


ຕໍ່ກັບຂ່າວທີ່ບໍ່ມີມູນຄວາມຈິງດັ່ງກ່າວນັ້ນ ໃນວັນທີ 16 ສິງຫາ 2021 ຜ່ານມາ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດ ແສງເພັດ ກໍ່ສ້າງ ຜູ້ສຳປະທານຕະຫຼາດ ມຊ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂ້າພະເຈົ້າຂໍແຈ້ງຕໍ່ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໂດຍສະເພາະກໍຄືຊາວບ້ານດົງໂດກ, ນັກສຶກສາຢູ່ໃນ ມຊ, ເມືອງໄຊທານີ ວ່າຂ່າວລືທີ່ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19, ມີການປິດຕະຫຼາດນັ້ນແມ່ນບໍ່ມີມູນຄວາມຈິງ ແລະ ຕະຫຼາດ ມຊ ຂອງພວກເຮົາ ແມ່ນຍັງເປີດບໍລິການຮັບໃຊ້ປະຊາຊົນ, ນັກສຶກສາ ຢູ່ທຸກວັນ ຂໍໃຫ້ພໍ່ແມ່ປະຊາຊົນ, ນັກສຶກສາ ເຂົ້າມາໃຊ້ບໍລິການໄດ້.

ສ່ວນມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນຕະຫຼາດ ທາງຄະນະຈັດສັນຕະຫຼາດກໍໄດ້ມີການປະຕິບັດມາດຕະການປ້ອງກັນຕາມຄະນະສະເພາະກິດຂອງນະຄອນຫຼວງວຽງຈັນ ແລະ ຕາມຄຳສັ່ງຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ໂດຍໄດ້ມີຈຸດກວດວັດແທກອຸນຫະພູມ, ແອວກໍຮໍລ້າງມື ກ່ອນເຂົ້າໄປຊົມໃຊ້ບໍລິການພາຍໃນຕະຫຼາດ ແລະມາດຕະການອື່ນໆ. ນອກນັ້ນເມື່ອບໍ່ດົນມານີ້ ທາງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກໍໄດ້ລົງມາສັກຢາວັກແຊັງປ້ອງກັນໂຄວິດ-19 ໃຫ້ກັບພໍ່ຄ້າແມ່ຄ້າທຸກຄົນຢູ່ພາຍໃນຕະຫຼາດ. ສະນັ້ນ, ຈຶ່ງຂໍຝາກເຖິງບັນດາພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການຢູ່ໃນຕະຫຼາດ ມຊ ຂອງພວກເຮົາ ໃຫ້ມີຄວາມໝັ້ນໃຈໄດ້.

.


ທ່ານ ສອນເພັດ ເມືອງວົງ ໃຫ້ຮູ້ຕື່ມອີກວ່າ: ສ່ວນການກຳນົດລາຄາສິນຄ້າພາຍໃນຕະຫຼາດ ໂດຍສະເພາະສິນຄ້າທີ່ລັດຄວບຄຸມລາຄາ ແມ່ນປະຕິບັດຕາມລາຄາຊີ້ນຳຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊທານີ ຂາຍຕາມລາຄາທີ່ກຳນົດໄວ້. ຈຸດພິເສດຂອງຕະຫຼາດ ມຊ ນີ້ ຫຼັກໆແລ້ວແມ່ນຈະມີຮ້ານຂາຍອາຫານ, ຂອງກິນສຸກ, ພືດຜັກສົດ, ເສື້ອຜ້າ, ອຸປະກອບອີເລັກໂຕຣນິກ ຮັບໃຊ້ນັກສຶກສາແລະ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະຂອງກິນຈະມີລາຄາຖືກ.


ຕະຫຼາດ ມຊ ເປີດຢ່າງເປັນທາງການມາໄດ້ 8 ເດືອນຜ່ານມາ ມີສະຖານທີ່ກວ້າງຂວາງສາມາດຈອດລົດໃຫຍ່ໄດ້ຫຼາຍກວ່າ 300 ຄັນ, ມີຮ້ານຂາຍເຄື່ອງຕ່າງໆປະມານ 500 ກວ່າຮ້ານ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ,ນະຄອນຫຼວງວຽງຈັນ.