ທຸກຄວາມລົ້ມແຫຼວໃນຊີວິດ ມີບົດຮຽນສອນເຮົາສະເໝີ

1014

ທຸກຄົນເກີດມາລ້ວນພົບພໍ້ກັບຄວາມສໍາເລັດ ຫຼື ຄວາມລົ້ມແຫຼວທີ່ແຕກຕ່າງກັນ ບາງຄົນມີພື້ນຖານຄອບຄົວດີກໍກ້າວສູ່ຈຸດໝາຍປາຍຝັນໄດ້ໄວ ແຕ່ບາງຄົນກັບພົບແຕ່ອຸປະສັກ ພົບຄວາມລົ້ມແຫຼວທີ່ເຂົ້າມາພິສູດຄວາມອົດທົນພະຍາຍາມຢູ່ຕະຫຼອດ ແຕ່ຈົ່ງເຊື່ອເທາະວ່າເມື່ອທ່ານຜ່ານມັນໄປໄດ້ ມັນຈະກາຍເປັນບົດຮຽນ ແລະ ເປັນເລື່ອງເລົ່າທີ່ໜ້າພູມໃຈທີ່ສຸດ.

ລາຍການ Business Talk ຂອງພວກເຮົາ ມີໂອກາດໄດ້ໂອ້ລົມກັບ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການ ບໍລິສັດ ອິນທິຣາ ກຣຸບ ຫຼື ເປັນທີ່ຮູ້ຈັກກັນດີໃນນາມຂອງຜູ້ບຸກເບີກການທ່ອງທ່ຽວຜະຈົນໄພໃນລາວ, ທີ່ສໍາຄັນເພິ່ນກໍເປັນໜຶ່ງໃນກຸ່ມຄົນທີ່ຜູ້ຂຽນກ່າວເຖິງຂ້າງເທິງ ກໍຄືພົບກັບຄວາມລົ້ມແຫຼວມາບໍ່ໜ້ອຍກ່ອນຈະປະສົບຜົນສໍາເລັດໃນມື້ນີ້ໄດ້ ເຊິ່ງໃນການສົນທະນານັ້ນເພິ່ນກໍໄດ້ເຜີຍໃຫ້ພວກເຮົາຮູ້ກ່ຽວກັບຊີວິດຂອງເພິ່ນຫຼາຍໆຢ່າງນັບແຕ່ຈຸດເລີ່ມຕົ້ນການເຂົ້າສູ່ເສັ້ນທາງທຸລະກິດ, ການຜ່ານຜ່າອຸປະສັກ, ການປັບຕົວພາທຸລະກິດຜ່າວິກິດ ໂດຍສະເພາະການຮັບມືກັບສະຖານະການການລະບາດຂອງພະຍາດໂຄວິດ – 19 ໃນປັດຈຸບັນ ພ້ອມໃຫ້ຫຼາຍຂໍ້ຄິດ ຫຼາຍບົດຮຽນທີ່ຜູ້ຂຽນເຊື່ອວ່າທ່ານຜູ້ອ່ານສາມາດນໍາໄປປັບໃຊ້ຕົວຈິງໄດ້ແນ່ນອນ.

ທ່ານ ອິນທີ ເດືອນສະຫວັນ ເລີ່ມຕົ້ນເຂົ້າສູ່ຖະໜົນທຸລະກິດດ້ວຍການເປີດຮ້ານອາຫານຂອບໃຈເດີ ແຕ່ກ່ອນໜ້ານັ້ນກໍເປັນພະນັກງານຂາຍ ກິນເງິນເດືອນມາກ່ອນປະມານ 5 ປີ ໂດຍສະສົມປະສົບການໃນການເຮັດວຽກຕ່າງໆ ບວກກັບເງິນສະສົມ ແລະ ທ່າແຮງທີ່ມີໃນຕອນນັ້ນ ຈຶ່ງຕັດສິນໃຈມາເປີດຮ້ານອາຫານນ້ອຍໆເປັນທຸລະກິດທໍາອິດເລີ່ມໃນປີ 1998. ແຕ່ສິ່ງທີ່ເຮົາເຮັດບໍ່ໄດ້ແມ່ນສິ່ງທີ່ເຮົາຮັກ ຫຼື ມັກສະເໝີໄປ ເຊິ່ງ ທ່ານ ອິນທີ ກໍເຊັ່ນກັນການເປີດຮ້ານອາຫານແມ່ນບໍ່ມີໃນຄວາມຄິດມັກ ເພາະຄວາມຝັນທີ່ແທ້ຈິງນັ້ນຄືຢາກເປັນນັກສະຖາປະນິກ ແຕ່ດ້ວຍປັດໄຈຫຼາຍຢ່າງ ຈຶ່ງຕ້ອງໄດ້ເລີ່ມຕົ້ນທຸລະກິດດ້ວຍຮ້ານອາຫານ.

ພາຍຫຼັງທີ່ເປີດຮ້ານອາຫານ ກໍມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງປັບປຸງປ່ຽນແປງ, ພົບບັນຫາທັງເລື່ອງການບໍລິຫານ, ການຕະຫຼາດ ເຊິ່ງຮ້ານອາຫານທີ່ເປີດນັ້ນ ກໍມີການປັບປ່ຽນຫຼາຍຢ່າງຈາກທີ່ເປັນຮ້ານເຝີ ກາຍມາເປັນຮ້ານຊີ້ນດາດ ແລະ ກໍຕ້ອງປິດຕົວລົງປ່ຽນເປັນແນວໃໝ່ໄປຕາມຄວາມຕ້ອງການຂອງສັງຄົມ.

ທັງນີ້, ຫຼັງຈາກຮ້ານອາຫານຂອບໃຈເດີ ກໍມີທຸລະກິດອື່ນເພີ່ມຂຶ້ນມາ ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ ເຊິ່ງຈຸດເລີ່ມຕົ້ນກໍມາຈາກ ທ່ານ ອິນທີ ເອງທີ່ເປັນຜູ້ມັກການທ່ອງທ່ຽວຢູ່ແລ້ວ ບວກກັບການໄດ້ໂອ້ລົມສົນທະນາກັບແຂກນັກທ່ອງທ່ຽວຕ່າງປະເທດທີ່ສົນໃຈການທ່ອງທ່ຽວລາວ ເຄີຍມີການພາແຂກໄປທ່ຽວ ແລະ ພາໃຫ້ເກີດມີແນວຄວາມຄິດຢາກເຮັດທຸລະກິດກ່ຽວກັບການທ່ອງທ່ຽວຜະຈົນໄພ ບວກກັບການແນມເຫັນທ່າແຮງທີ່ປະເທດເຮົາມີ ຈຶ່ງເລີ່ມລົງມື ແລະ ພັດທະນາຂະຫຍາຍຕົວມາເລື້ອຍໆຈົນມາຮອດປັດຈຸບັນ.

ແຕ່ທ່ານຮູ້ບໍ່ວ່າ ກ່ອນທີ່ທຸລະກິດຂອງ ທ່ານ ອິນທີ ເດືອນສະຫວັນ ຈະເຕີບໂຕກ້າວມາຮອດທຸກມື້ນີ້ໄດ້ເພິ່ນກໍຜ່ານຜ່າອຸປະສັກ ແລະ ຄວາມລົ້ມແຫຼວມາບໍ່ໜ້ອຍ ເຄີຍເຮັດຫຼາຍໆທຸລະກິດ ແຕ່ກໍຕ້ອງປິດຕົວລົງ ແຕ່ແນ່ນອນໃນທຸກໆຄວາມລົ້ມແຫຼວມັນຈະມີສິ່ງທີ່ເປັນຂໍ້ຜິດພາດ ຫຼື ຈຸດບົກພ່ອງຢູ່ໃນນັ້ນເຮົາຕ້ອງເບິ່ງໃຫ້ເຫັນ ແລະ ສຸດທ້າຍມັນກໍຈະກາຍເປັນບົດຮຽນ ເພື່ອບໍ່ໃຫ້ເຮົາພາດຊໍ້າອີກ.

ເພິ່ນຍັງໃຫ້ຮູ້ເຖິງອຸປະສັກໃນການເຮັດທຸລະກິດຂອງເພິ່ນວ່າ: ເວົ້າເລື່ອງອຸປະສັກແມ່ນມັນມີຫຼາຍຢ່າງ ແຕ່ສາມາດສະຫຼຸບມາໄດ້ຫຍໍ້ໆຄືເລື່ອງບຸກຄະລາກອນ ເພາະເລື່ອງການທ່ອງທ່ຽວໃນລາວເຮົາຍັງເປັນເລື່ອງໃໝ່ ນັ້ນໝາຍຄວາມວ່າຄວາມເຂົ້າໃຈດ້ານວຽກການທ່ອງທ່ຽວຍັງບໍ່ລະອຽດ ແຕ່ສໍາລັບວຽກພື້ນຖານພະນັກງານບໍລິການ ຫຼື ໄກ້ນໍາທ່ຽວກໍບໍ່ເປັນບັນຫາ ຫາກຍັບຂຶ້ນມາໃນລະດັບບໍລິຫານ ຜູ້ທີ່ຕ້ອງມາຊ່ວຍບໍລິຫານຈັດການນີ້ແມ່ນຍັງຕ້ອງການເວລາ, ຕ້ອງຮຽນຮູ້ ແລະ ຍັງຕ້ອງຫາປະສົບການຕື່ມກ່ອນ ແລະ ແນ່ນອນເມື່ອເປັນແນວນີ້ຈໍານວນບຸກຄະລາກອນທີ່ມາສະໜອງໃຫ້ກໍຍັງບໍ່ພຽງພໍ. ອີກອຸປະສັກໜຶ່ງແມ່ນປະຊາຊົນບາງເຂດ ພວກເຂົາຍັງບໍ່ເຂົ້າໃຈທ່ອງແທ້ກ່ຽວກັບເຈຕະນາ ການພັດທະນາການທ່ອງທ່ຽວ, ການຊ່ວຍຫາແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ຍາວນານໃຫ້ແກ່ເຂົາເຈົ້າ.

ທ່ານ ອິນທີ ເດືອນສະຫວັນ ໃຫ້ຮູ້ຕື່ມວ່າ: ອຸປະສັກທັງໝົດທີ່ເວົ້າມາມັນກາຍເປັນສິ່ງເລັກໜ້ອຍໄປເລີຍ ເມື່ອທຽບກັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເພາະສາມາດເວົ້າໄດ້ເລີຍວ່າມັນເປັນສິ່ງທີ່ສົ່ງຜົນກະທົບອັນໃຫຍ່ຫຼວງທີ່ສຸດໃນຊີວິດທີ່ເຄີຍພົບພໍ້ມາແລ້ວ. ແຕ່ທັງໝົດນີ້ກໍຍັງມີຄວາມຫວັງ, ຫວັງວ່າພວກເຮົາຈະຈັດການມັນໄດ້ໂດຍໄວ ແຕ່ຂະນະດຽວກັນກໍປະຕິເສດບໍ່ໄດ້ວ່າມັນຍັງມີຄວາມກັງວົນຢູ່ ເຊິ່ງແນ່ນອນວ່າມັນບັ່ນທອນຈິດໃຈເຮັດໃຫ້ເຮົາຮູ້ສຶກທໍ້ໄດ້ຄືກັນ ເພາະວ່າທຸລະກິດທີ່ເຮົາລົງທຶນໄປກໍຍ້ອນມີຄວາມຫວັງວ່າທຸກຢ່າງຈະກັບມາສູ່ສະພາບປົກກະຕິໂດຍໄວ ແຕ່ຫາກມັນແກ່ຍາວໄປກໍອາດຕ້ອງໜັກໄປນໍາກັນ.

ແນວໃດກໍຕາມ, ທ່າມກາງວິກິດທີ່ພົບຢູ່ກໍຄືການລະບາດຂອງພະຍາດໂຄວິດ – 19 ມັນກໍມີບົດຮຽນໃຫ້ເຮົາຫຼາຍຢ່າງ ບໍ່ວ່າຈະເປັນເລື່ອງການວາງແຜນການຕະຫຼາດ ເມື່ອກ່ອນເບິ່ງແຕ່ຕະຫຼາດຕ່າງປະເທດຢ່າງດຽວ ແຕ່ປັດຈຸບັນເຫັນໄດ້ເລີຍວ່າຕະຫຼາດພາຍໃນເຮົາກໍມີສະຖານະພາບສູງ, ມີຄົນລາວທີ່ມັກການທ່ອງທ່ຽວທໍາມະຊາດ ພ້ອມທີ່ຈະຈ່າຍເພື່ອການທ່ອງທ່ຽວທີ່ຕົນມັກນັ້ນມີຫຼາຍ ແລະ ອີກບົດຮຽນໜຶ່ງແມ່ນມີໂຄວິດປຸບ ເຮັດໃຫ້ເຮົາຕ້ອງເລີ່ມກັບເຂົ້າໄປເບິ່ງວຽກລະອຽດຄືນ ຈາກທີ່ບໍລິຫານເບິ່ງພຽງພາບລວມ ເຫັນໄດ້ວ່າບາງວຽກເຮົາຈະມອບໃຫ້ພະນັກງານເຮັດຢ່າງດຽວກໍບໍ່ໄດ້ ເຮົາຕ້ອງເຂົ້າມາເບິ່ງເອງ.

ໃນຕອນທ້າຍຂອງການໂອ້ລົມກັນ ທ່ານ ອິນທີ ເດືອນສະຫວັນ ຍັງໄດ້ຝາກຂໍ້ຄິດໄວ້ວ່າ: ຖ້າເຮົາຢາກກ້າວໄປຫາຈຸດທີ່ເຮົາຝັນໄວ້ ຄວາມພະຍາຍາມເປັນສິ່ງທີ່ສໍາຄັນ, ໃຈເຮົາຕ້ອງຢາກ ເວລາໃຈເຮົາຢາກ ມັນຈະພັດທະນາໃຫ້ເຮົາມີຄວາມພະຍາຍາມ; ອີກຢ່າງການເຮັດທຸລະກິດຢ່າລືມວ່າເຮົາຕ້ອງມີການພົວພັນກັບແວດລ້ອມສັງຄົມຕ່າງໆ ຕ້ອງຄໍານຶງສະເໝີວ່າທຸກຄົນຕ້ອງໄດ້ຮັບຜົນປະໂຫຍດ ຕ້ອງກ້າວໄປພ້ອມກັນ ທຸກຄົນທີ່ໄປກັບເຮົາຕ້ອງໄດ້ນໍາກັນ ເພາະຫາກໄດ້ພຽງເຮົາຄົນດຽວມັນຈະບໍ່ຍາວນານ ແລະ ຄວາມສໍາເລັດທີ່ໄດ້ມາມັນຈະໜ້າພູມໃຈທີ່ສຸດ.