ນາຍົກລັດຖະມົນຕີ ຊຸກຍູ້ວຽກງານຕ້ານໂຄວິດ-19 ຢູ່ພາກໃຕ້ ຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ແພດໝໍ

538

ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ການນຳ ແລະ ຄະນະສະເພາະກິດ ຂອງແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຢູ່ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ຊີ້ນຳ ການຈັດຕັ້ງປະຕິບັດມາດຕະການ ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂອງບັນດາແຂວງພາກໃຕ້ ໂດຍການຕ້ອນຮັບຈາກອົງການປົກຄອງ ແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຈາກການນຳ ຂອງບັນດາແຂວງດັ່ງກ່າວ.

ຫຼັງຈາກນັ້ນ, ທ່ານ ນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ກ່າວສະແດງຄວາມຊົມເຊີຍ ການນຳຂອງ 4 ແຂວງດັ່ງກ່າວ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍ ນະໂຍບາຍຂອລັດຖະບານ ໂດຍສະເພາະ ນະໂຍບາຍກ່ຽວກັບແຮງງານລາວທີ່ກັບຄືນມາຈາກປະເທດໃກ້ຄຽງ ແລະ ນິຕິກຳຕ່າງໆຂອງລັດຖະບານ ເຮັດໃຫ້ສາມາດຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ ໄດ້ໃນລະດັບໜຶຶ່ງ.

ໃຫ້ຄະນະພັກ, ຄະນະນໍາ ກໍຄືຄະນະສະເພາະກິດໂຄວິດ-19 ຂອງບັນດາແຂວງພາກໃຕ້ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະແຂວງ. ອັນສຳຄັນ ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກແຜນຮັບມືກັບແຮງງານລາວ ທີ່ກັບມາຈາກປະເທດໃຫ້ຄຽງ, ຊຶ່ງມາດຕະການຮີບດ່ວນ ແມ່ນໃຫ້ປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ, ໂຮງໝໍປົກກະຕິ, ໂຮງໝໍພາກສະ ໜາມ ໃຫ້ສາມາດຮອງຮັບຈຳນວນແຮງງານທີ່ຈະກັບຄືນມາ ໄດ້ຢ່າງພຽງພໍ, ຄຽງຄູ່ກັບການປັບປຸງຄວາມເປັນລະບຽບ ຮຽບຮ້ອຍ ຢູ່ສູນກັກກັນ ແລະ ສູນປິ່ນປົວ; ໃຫ້ບັນດາແຂວງ ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ໃຫ້ປະສານກັບແຂວງຊາຍແດນເຊິ່ງໜ້າ ໃຫ້ດີ ເພື່ອກຽມຮັບ ແລະ ອຳນວຍຄວາມສະດວກໃຫ້ແຮງງານເດີນທາງກັບຄືນມາ.

ໃຫ້ແຕ່ລະເມືອງ, ແຕ່ລະບ້ານ ກວດກາຈໍານວນ ທີ່ເປັນແຮງງານທີ່ຢູ່ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ ພ້ອມທັງ ຄາດຄະເນແຮງງານ ທີ່ຈະກັບມາຕື່ມໃນຕໍ່ໜ້າ ເພື່ອສ້າງແຜນຮັບມື ໃຫ້ຖືກຕ້ອງ ໂດຍຂຶ້ນທະບຽນແຮງງານເຫຼົ່ານັ້ນ ໃຫ້ລະອຽດ, ຊັດເຈນ ແລະ ທັນການ ເພື່ອເປັນບ່ອນອີງໃນການຝຶກສີມືແຮງງານ ແລະ ຈັດຫາຕຳແໜ່ງງານໃນຕໍ່ໜ້າ; ເພີ່ມທະວີການເຮັດວຽກງານສຶກສາອົບຮົມແນວຄິດ ໃຫ້ແຮງງານລາວທີ່ກັບມາ ດ້ວຍຮູບການ, ວິທີການ ແລະ ເນື້ອໃນ ທີ່ເໝາະສົມ ໂດຍສະເພາະກ່ຽວກັບການໄປອອກແຮງງານຢູ່ຕ່າງປະເທດ ແລະ ການກັບຄືນມາ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ແກ່ຜູ້ທີ່ຢູ່ໃນສູນຈຳກັດບໍລິເວນ, ສູນປິ່ນປົວ ລວມທັງ ຢູ່ໃນເມືອງ, ໃນບ້ານ ໃຫ້ເປັນປົກກະຕິ; ໃຫ້ເລັ່ງສັກວັກຊີນ ທີ່ສູນກາງໄດ້ຈັດສົ່ງໃຫ້ນັ້ນ ໃຫ້ສຳເລັດຕາມແຜນ. ລັດຖະບານ ຈະຈັດສົ່ງເຄື່ອງມືອຸປະກອນການແພດຕ່າງໆ ຕາມຄວາມຕ້ອງການທີ່ຈຳເປັນ ແລະ ຮີບດ່ວນ ພ້ອມທັງສະໜອງງົບປະມານ ຢ່າງສົມເຫດສົມຜົນ.


ພາຍຫຼັງສຳເລັດການໂອ້ລົມ ການນຳ ແລະ ຄະນະສະເພາະກິດແລ້ວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ໄປຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກຳລັງປິ່ນປົວ ຢູ່ສູນວິທະຍາໄລການເງິນພາກໃຕ້ ທີ່ນະຄອນປາກເຊ, ແຂວງຈຳປາສັກ ຕື່ມອີກ.

ຊຶ່ງການໂອ້ລົມຂອງທ່ານ ນາຍົກລັດຖະມົນຕີ ແມ່ນໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຕ່າງປະເທດ ແລະ ພາຍໃນ ສປປ ລາວ; ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ລວມທັງ ການຮ່ວມມື ຈາກທຸກພາກສ່ວນໃນສັງຄົມ ແລະ ການຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ; ນະໂຍບາຍຕໍ່ແຮງງານລາວ ທີ່ມາຈາກຕ່າງປະເທດ ແລະ ຜູ້ຕິດເຊື້ອໂຄວິດ-19; ເຫດຜົນ ແລະ ຄວາມຈຳເປັນ ທີ່ຕ້ອງໄດ້ກັກບໍລິເວນ ຜູ້ທີ່ຢູ່ໃນກຸ່ມສ່ຽງ ແລະ ຕິດເຊື້ອ; ຄາດໝາຍໃຫຍ່ ຂອງລັດຖະບານໃນການແກ້ໄຂການລະບາດຂອງພະຍາດໂຄວິດ-19.

ພ້ອມກັນນີ້, ທ່ານ ຍັງໄດ້ເນັ້ນໜັກ ໃຫ້ຜູ້ທີ່ຕິດເຊື້ອ ແລະ ກຳລັງປິ່ນປົວ ຈົ່ງໃຫ້ການຮ່ວມມື ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນ ຢ່າງເຂັ້ມງວດ; ຈົ່ງໃຊ້ເຫດຜົນ ບໍ່ໃຊ້ອາລົມ, ສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ພ້ອມທັງເອົາໃຈໃສ່ເບິ່ງແຍງ ຮັກສາສຸຂະພາບຂອງຕົນ; ຕິດຕາມ ຂໍ້ມູນຂ່າວສານ ຈາກແຫຼ່ງຂ່າວທາງການ, ຫຼີກລ່ຽງຊົມໃຊ້ຂໍ້ມູນຂ່າວສານ ໃນສື່ສັງຄົມອອນລາຍ ທີ່ບໍ່ຖືກຕ້ອງ; ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ໂດຍບໍ່ໃຫ້ລັງເລໃຈໃດໆ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ນອກຈາກນັ້ນ ກໍ່ໃຫ້ເອົາໃຈໃສ່ຕິດຕໍ່ພົວພັນກັບຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນ ໂດຍສະເພາະ ຜູ້ທີ່ໄປອອກແຮງງານ ແລະ ຍັງບໍ່ທັນກັບຄືນມາປະເທດ ໃຫ້ເຄົາລົບລະບຽບກົດໝາຍຂອງປະເທດນັ້ນໆ, ຫາກມີຄວາມປະສົງຢາກກັບຄືນມາ ກໍ່ແນະນຳໃຫ້ມາຢ່າງຖືກຕ້ອງຕາມກົດໝາຍ ຫຼື ມາແລ້ວ ໃນຕໍ່ໜ້າຫາກຈະກັບໄປ ກໍ່ແມ່ນໃຫ້ດຳເນີນຖືກຕາມຂັ້ນຕອນ ແລະ ລະບຽບກົດໝາຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແຮງງານ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ