ເຊັນສັນຍາສະໜອງທຶນໃຫ້ກັບທະນາຄານທຸລະກິດ ເພື່ອນໍາໄປປ່ອຍກູ້ ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

887

ເປັນຂ່າວດີຕໍ່ປະຊາຊົນລາວໃນຂອບເຂດທົ່ວປະເທດ ຫຼັງຈາກທີ່ຫຼາຍທະນາຄານເປັນຕົວແທນໃຫ້ລັດຖະບານລາວ ກຽມພ້ອມສະໜອງທຶນປ່ອຍກູ້ໃນອັດຕາດອກເບ້ຍຕໍ່າ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ພິທີເຊັນສັນຍາສະໜອງທຶນໃຫ້ກັບທະນາຄານທຸລະກິດ ເພື່ອນຳໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ຈວນກ ) ໄດ້ມີຂຶ້ນໃນຕອນເຊົ້າວັນທີ 14 ກໍລະກົດ 2021 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງ ວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ທັງເປັນປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ອາເລັກແຊນເດີ ເຄມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ແລະ ພ້ອມດ້ວຍທີມງານເຂົ້າຮ່ວມຜ່ານລະບົບທາງໄກ ແລະ ແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ.

ພິທີເຊັນສັນຍາສະໜອງທຶນໃນຄັ້ງນີ້ແມ່ນແບ່ງອອກເປັນ 02 ບ້ວງທຶນ ຄື: ບ້ວງທຶນໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ – 19 ( MSME A2F-ESR ) ແລະ ບ້ວງທຶນຂອງລັດຖະບານ ງວດທີ 1 ຂອງປີ 2021.

อาจเป็นรูปภาพของ 1 คน และกำลังยืน

ພາຍໃຕ້ບ້ວງທຶນໂຄງການ MSME A2F-ESR ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຖືກມອບໝາຍໃຫ້ເຊັນສັນຍາສະໜອງທຶນໃຫ້ແກ່ 5 ທະນາຄານທຸລະກິດທີ່ຜ່ານເງື່ອນໄຂຄັດເລືອກເຂົ້າຮ່ວມໂຄງການ ຄື: ທະນາຄານໄຊງ່ອນເທືອງຕິ່ນລາວ, ທະນາຄານ ລາວ – ຈີນ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານມາຣູຮານ ເຈແປນລາວ ແລະ ທະນາຄານ ຫວຽດຕິນ ຈໍານວນ 16 ລ້ານໂດລາສະຫະລັດ ເພື່ອປ່ອຍສິນເຊື່ອໃຫ້ ຈວນກ ເປັນທັງທຶນໝູນວຽນ ແລະ ທຶນຄົງທີ່ໃນອັດຕາດອກເບ້ຍທີ່ເໝາະສົມ ຊ່ວຍ ຈວນກ ໃຫ້ສາມາດຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ – 19, ບັນດາທະນາຄານທຸລະກິດຈະຕ້ອງນໍາທຶນທີ່ໄດ້ຮັບໄປປ່ອຍສິນເຊື່ອໃຫ້ ຈວນກ ທີ່ມີເງື່ອນໄຂເໝາະສົມ ແລະ ຕ້ອງປະຕິບັດຕາມລະບຽບ ຫຼື ຂໍ້ກໍານົດການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ທີ່ສອດຄ່ອງກັບລະບຽບ ແລະ ນະໂຍບາຍຂອງລັດຖະບານ ແລະ ທະນາຄານໂລກ ຕາມທີ່ກໍານົດໄວ້ໃນສັນຍາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ແລະ ໃນຄູ່ມືຈັດຕັ້ງປະຕິບັດໂຄງການ.

ສໍາລັບບ້ວງທຶນຂອງລັດຖະບານປະກອບທຶນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ງວດທີ 1 ປີ 2021 ນັ້ນ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຊັນສັນຍາສະໜອງທຶນ ຈໍານວນ 94 ຕື້ກີບ ເພີ່ມຕື່ມໃຫ້ແກ່ 4 ທະນາຄານທຸລະກິດ ຄື: ທະນາຄານພັດທະນາລາວ, ທະນາຄານ ໄຊງ່ອນເທືອງຕິ່ນລາວ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານ ມາຣູຮານເຈແປນ ລາວ ແລະ ສະໜອງທຶນຈຳນວນ 5 ຕື້ກີບ ໃຫ້ແກ່ກອງທຶນພັດທະນາໄຊສົມບູນ ເພື່ອນຳໄປປ່ອຍສິນເຊື່ອໃຫ້ ຈວນກ ຢູ່ສະເພາະແຂວງໄຊສົມບູນ ໃນອັດຕາດອກເບ້ຍ 3% ຕໍ່ປີ.

ໃນໂອກາດດັ່ງກ່າວນີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄໍາເຫັນຕໍ່ພິທີເຊັນສັນຍາສະໜອງທຶນ ວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນດີແລ້ວວ່າ ຈວນກ ປຽບເປັນພື້ນຖານເສດຖະກິດຂອງຊາດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນລາວບັນດາເຜົ່າ ເພາະວ່າ ຈວນກ ກວມອັດຕາສ່ວນເຖິງ 99% ຂອງຈໍານວນວິສາຫະກິດທັງໝົດຢູ່ ສປປ ລາວ. ສະນັ້ນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດທິດຊີ້ນໍາຢ່າງຊັດເຈນ ໃຫ້ລັດຕ້ອງມີການຊີ້ນໍາປັບປຸງບັນດາປັດໄຈສະໜັບສະໜູນອັນຈໍາເປັນສໍາລັບການເຄື່ອນໄຫວທຸລະກິດໃນແຕ່ລະຂົງເຂດ ເພື່ອກະຕຸ້ນຢ່າງແຂງແຮງຕໍ່ຜູ້ປະກອບການ ຈວນກ ຂະຫຍາຍການຜະລິດ ແລະ ການບໍລິການ, ໂດຍສະເພາະສະໜັບສະໜູນແຫຼ່ງທຶນສົ່ງເສີມຢ່າງມີຈຸດສຸມ, ທັງຮັບປະກັນການນໍາໃຊ້ທຶນຮອນຢ່າງມີປະສິດທິຜົນ ເພື່ອສ້າງຜະລິດຕະພັນສິນຄ້າສະໜອງການສົ່ງອອກ ແລະ ການຊົມໃຊ້ພາຍໃນ, ການສ້າງຖານລາຍຮັບໃໝ່ທີ່ແຂງແຮງໃຫ້ແກ່ງົບປະມານຂອງລັດ ທັງຈະເປັນການແກ້ໄຂວຽກເຮັດງານທໍາ ແລະ ລາຍໄດ້ຕົວຈິງຂອງຜູ້ອອກແຮງງານ.

ທ່ານຍັງກ່າວຕື່ມວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບໂດຍລວມຕໍ່ເສດຖະກິດຂອງປະເທດເຮົາ, ໃນນັ້ນ ຈວນກ ໄດ້ຮັບຜົນກະທົບໜັກໜ່ວງຍ້ອນຂໍ້ຈໍາກັດທາງດ້ານທຶນຮອນ ເພື່ອຈະສາມາດຮັບມືກັບການແຜ່ລະບາດທີ່ແກ່ຍາວຂອງພະຍາດໂຄວິດ – 19 ເມື່ອເຫັນໄດ້ສະພາບດັ່ງກ່າວ ລັດຖະບານໄດ້ພະຍາຍາມຂຸດຄົ້ນຊອກຫາແຫຼ່ງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນວຽກງານສົ່ງເສີມ ຈວນກ ເຂົ້າຫາແຫຼ່ງທຶນ. ພິທີເຊັນສັນຍາສະໜອງທຶນໃນຄັ້ງນີ້ຖືເປັນຂີດໝາຍອັນສຳຄັນຂອງການຮ່ວມມື ລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ ໃນຖານະເປັນຈຸດປະສານງານວຽກງານສົ່ງເສີມ ຈວນກ ກັບ ຂະແໜງການເງິນ ແລະ ຂະແໜງການທະນາຄານໃນວຽກງານຊຸກຍູ້ສົ່ງເສີມ ຈວນກ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຫວັງເປັນຢ່າງຍິ່ງວ່າບັນດາທະນາຄານທຸລະກິດທີ່ຈະຮ່ວມເຊັນສັນຍາສະໜອງທຶນໃນມື້ນີ້ ຈະເປັນຄູ່ຮ່ວມມືໃນວຽກງານຊຸກຍູ້ສົ່ງເສີມ ຈວນກ ໃຫ້ເຫັນເປັນຮູບປະທຳ ເພື່ອໃຫ້ທຶນຮອນໄປຮອດໄປເຖິງພາກທຸລະກິດ ຈວນກ ທີ່ເຮັດແທ້ທໍາຈິງຢູ່ທຸກແຂວງຂອງປະເທດ.