ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງບົວລະພາ ທຳລາຍ ຈັກສະຕິນ ຕັດໄມ້ ແລະ ສັດປ່າ

969

ເພື່ອຈັດຕັ້ງປະຕິບັດ ຕາມລະບຽບ, ກົດໝາຍ ກ່ຽວກັບ ປ່າໄມ້, ສັດນ້ຳ – ສັດປ່າ ແລະ ຄຳສັ່ງ ເລກທີ່ 15/ນຍ, ເລກທີ່ 05/ ນຍ ກ່ຽວກັບຂອງກາງທີ່ອາຍັດ ແລະ ທ້ອນໂຮມໃນໄລຍະຜ່ານມາ ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ່ 13 ກໍລະກົດ 2021 ທີ່ຜ່ານມານີ້ ຢູ່ທີ່ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງບົວລະພາ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ຮ່ວມກັບພະແນກການທີ່ກ່ຽວຂ້ອງ ໄດ້ຈັດພິທີທຳລາຍ ຈັກຕັດໄມ້ ຫລື ຈັກສະຕີນ ແລະ ສັດນ້ຳ-ສັດປ່າ ທີ່ໄດ້ອາຍັດໄວ້ ໂດຍພາຍໃຕ້ການນຳພາ ຂອງ ທ່ານ ຄຳປອນ ກາລີແກ້ວດວງສອນ ຮອງເລຂາພັກເມືອງ, ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງເມືອງບົວລະພາ ແລະ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ເຂົ້າຮ່ວມມີ ບັນດາ ທ່ານໃນຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມນຳຢ່າງພ້ອມພຽງ.

ໃນພິທີຄັ້ງນີ້ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງບົວລະພາ ກໍ່ໄດ້ ລາຍງານຜົນການຈັດຕັ້ງປະຕິບັດ ການສະກັດກັ້ນ, ຕ້ານ ການລັກລອບຂຸດຄົ້ນ, ຊື້ຂາຍ, ເຄື່ອນຍ້າຍໄມ້ ແລະ ສັດນ້ຳ-ສັດປ່າ ຕາມລະບຽບ, ກົດໝາຍ ກ່ຽວກັບ ປ່າໄມ້, ສັດນ້ຳ – ສັດປ່າ ໃນໄລຍະ ຜ່ານມາ ຈົນເຖີງປະຈຸບັນ, ເຊີ່ງ ຈັກຕັດໄມ້(ຈັກສະຕີນ) ທີ່ນຳມາທຳລາຍໃນຄັ້ງນີ້ ມີຈຳນວນທັງໝົດ 1.220 ໜ່ວຍ ແລະ ສີ້ນສ່ວນສັດປ່າ, ສັດປ່າ ທີ່ຍັງມີຊີວິດ ລວມຈຳນວນທັງໝົດ 18 ໂຕ ປ່ອຍຄືນສູ່ທຳມະຊາດ ຈຳນວນ 7 ໂຕ, ເຊີ່ງສັດປ່າທີ່ຕາຍ ແລະ ນຳມາທຳລາຍ ມີຈຳນວນທັງໝົດ 11 ໂຕ ໃນນັ້ນມີ ໂຕຫອນ, ໂຕເຫງັນ, ໂຕບ່າງລົ້ວ, ໂຕກະຮອກ ແລະ ໂຕຟານ, ຫລັງຈາກນັ້ນ ກໍ່ພ້ອມກັນ ທຳລາຍ ສັດປ່າ ແລະ ເຄື່ອງຈັດຕັດໄມ້ດັ່ງກ່າວ.

ໃນຕອນທ້າຍ ຂອງພິທີຄັ້ງນີ້ ຍັງໄດ້ຮັບຟັງ ການໂອ້ລົມ ຂອງທ່ານ ຄຳປອນ ກາລີແກ້ວດວງສອນ ຮອງເລຂາພັກເມືອງ ເບື້ອງຕົ້ນ ທ່ານກໍ່ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ ເປັນຢ່າງດີ ພ້ອມກັນນັ້ນ ທ່ານຍັງໄດ້ ໃຫ້ທຸກພາກສ່ວນ ຕ້ອງໄດ້ປຸກລະດົມ ແນວຄິດຈິດໃຈ ຂອງພໍ່ແມ່ປະຊາຊົນ ໃຫ້ພ້ອມພາກັນ ຊ່ວຍອານຸລັກ ຮັກສາປ່າໄມ້ ແລະ ສັດນ້ຳ-ສັດປ່າ ເພື່ອເຮັດໃຫ້ ປ່າໄມ້ ແລະ ສັດນ້ຳ – ສັດປ່າ ພາຍໃນເມືອງບົວລະພາ ໄດ້ມີຄວາມອຸດົມສົມບູນຕະຫລອດໄປ.