10 ກໍລະກົດຕິດເຊື້ອເພີ່ມ 93 ຄົນ ໃນນີ້ຈາກແຮງງານລາວເດີນທາງກັບປະເທດ 91 ຄົນ ແລະ ຊຸມຊົນພາຍໃນ2 ຄົນ

2118

ຕົວເລກການຕິດເຊື້ອພະຍາດໂຄວິດ ຢູ່ ສປປ ລາວ ຍັງໜ້າເປັນຫ່ວງ ໂດຍສະເພາະການຕິດເຊື້ອຈາກກໍລະນີນຳເຂົ້າ, ໂດຍໃນວັນທີ10 ກໍລະກົດ ມີຜູ້ຕິດເຊື້ອໃໝ່ 93 ຄົນ. ໃນນີ້ເປັນກໍລະນີນຳເຂົ້າ 91 ຄົນ ແລະ ຕິດເຊື້ອໃນຊຸມຊົນ 2 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈໍາວັນທີ 10 ກໍລະກົດ 2021 ວ່າ: ວັນທີ 9 ກໍລະກົດ ສປປ ລາວ ໄດ້ກວດວິເຄາະທັງໝົດ 1.967 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 93 ຄົນ; ໃນນີ້ເປັນກໍລະນີນໍາເຂົ້າມີ 91 ຄົນ ຈາກ ສະຫວັນນະເຂດ 45 ຄົນ, ຈຳປາສັກ 43 ຄົນ , ຄຳມ່ວນ 1 ຄົນ ແລະ ບໍ່ແກ້ວ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ; ຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກ ແຂວງຈໍາປາສັກ ທີ່ມີປະຫວັດສໍາຜັດໃກ້ຊິດ ນໍາຜູ້ຕິດເຊື້ອເກົ່າ.ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.630 ຄົນ, ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 453 ຄົນ.

ດ້ານການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 9 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2.144 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈໍາກັດບໍລິເວນ 4.979 ຄົນ.

ມາຮອດປັດຈຸບັນໂລກເຮົາຍັງປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ ຢ່າງໜັກໜ່ວງພ້ອມກັນນັ້ນມີການພົບສາຍພັນໃໝ່ເກີດຂື້ນໃນຫຼາຍປະເທດໂດຍສະເພາະໃນບັນດາປະເທດທີ່ມີອັດຕາການສັກຢາວັກຊິນໂຄວິດ ຕໍ່າ ແລະ ມີການລະບາດໃຫຍ່ໃນຊຸມຊົນຢ່າງກ້ວາງຂວາງ. ສາຍພັນໃໝ່ທີ່ອົງການອະນາໄມໂລກຈັດໃຫ້ເປັນສາຍພັນທີ່ໜ້າເປັນຫ່ວງໄດ້ແກ່: ສາຍພັັນອັນຟ້າ, ສາຍພັນເບຕ້າ, ກາມ້າ ແລະ ແດນຕ້າ.

ປັດຈຸບັນນີ້ສາຍພັັນແດນຕ້າມີທ່າອ່ຽງທີ່ຈະມາທົດແທນສາຍພັນອານຟ້າໃນຫຼາຍປະເທດໃນຫຼາຍທະວີບລວມທັງບັນດາປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວ ທີ່ກໍາລັງປະເຊີນໜ້າກັບການລະບາດໃນຊຸມຊົນໃນຂະນະນີ້ເພາະສາຍພັນເບຕ້າສາມາດແຜ່ເຊື້ອໄດ້ໄວກ່ອນສາຍພັນອານຟ້າກ່າວ 60% ແລະ ສາມາດແຜ່ເຊື້ອໄດ້ໄວ ແລະ ເຮັດໃຫ້ເກີດມີອາການຮຸ້ນແຮງຫຼາຍກ່າວອານຟ້າ. ປະຈຸບັນ ສາຍພັນເດວຕ້າ ແມ່ນພົບຫຼາຍ ຢູ່ໃນຢູໂຣບ ແລະ ອາເມລິກາ ແລະ ຄາດວ່າຕໍ່ໜ້າ ຈະເປັນສາຍພັນທີ່ຈະມາທົດແທນສາຍພັນອານຟ້າ ແລະ ສາຍພັນດັ້ງເດີມ.

ບັນດາປະເທດໃກ້ຄຽງ ສປປ ລາວ ແມ່ນກຳລັງມີການລະບາດໃນຊຸມຊົນ ຍ້ອນສາຍພັນເດວຕ້າ ເຊິ່ງມີລາຍງານຜູ້ຕິດເຊື້ອໃໝ່ຫຼາຍກວ່າ 9 ພັນກວ່າຄົນ ພາຍໃນມື້ດຽວ. ສະນັ້ນ, ແຮງງານທີ່ກັບມາຈາກປະເທດໃກ້ຄຽງນັ້ນ ແມ່ນມີຄວາມສ່ຽງສູງ ທີ່ຈະນຳສາຍພັນເດວຕ້າເຂົ້າມາແຜ່ລະບາດໃນປະເທດຂອງເຮົາ.

ດັ່ງນັ້ນ, ຂໍໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 745/ຫສນຍ, ລົງວັນທີ 4 ກໍລະກົດ 2021.