ກົມຕໍາຫຼວດຈະລາຈອນ ເຊື່ອມຊຶມເອກະສານສໍາຄັນຂອງພັກ

466

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະ ຊວງ ປກສ ໄດ້ຈັດພິທີເຊື່ອມຊຶມເອກະສານທີ່ສໍາຄັນຂອງພັກ ໃນວັນທີ 8 ກໍລະກົດ 2021,ເຜີຍແຜ່ ໂດຍ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ມີຄະນະພັກ-ຄະນະກົມ, ຫົວໜ້າ- ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານນັກ ຮົບເຂົ້າຮ່ວມ.


ທ່ານ ພັອ ກົງສີ ສຸວັນນະຕຸ້ມ ກ່າວວ່າ: ບັນດາເອກະ ສານທີ່ນໍາມາເຜີຍແຜ່ ຄັ້ງນີ້ ປະກອບມີ: ເຊື່ອມຊຶມຄໍາສັ່ງເລກທີ 38/ຄລສພ, ລົງວັນທີ 9 ມີນາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ເນື້ອໃນລາຍ ງານການເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະ ໄໝທີ XI, ເຊື່ອມຊຶມ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V ແລະ ເອກະສານບົດສູນທອນພົດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຕໍ່ພິທີໂຮມຊຸມນຸມສະເຫຼີມສະ ຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ.

ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງທຸກຂັ້ນພາຍໃນກົມຕໍາຫຼວດຈະລາຈອນ ໄດ້ຮັບຮູ້- ເຂົ້າ ໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນເນື້ອໃນຂອງມະຕິ XI ຂອງພັກ ໂດຍສະເພາະແມ່ນເນື້ອໃນ ຕົ້ນ ຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນຳພາ- ຊີ້ ນຳໃນຂົງເຂດວຽກງານ ປກສ ຕາມຄວາມຮັບ ຜິດຊອບຂອງຕົນ,ຕິດພັນກັບການເສີມຂະຫຍາຍ ຄວາມເປັນເຈົ້າການຂອງກໍາລັງໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ພ້ອມທັງນໍາເອົາເນື້ອໃນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໂດຍສະເພາະ ກໍແມ່ນວຽກ ງານຈະລາຈອນ ເພື່ອຮັບປະກັນໃຫ້ຄະນະພັກ,ສະ ມາຊິກພັກ ແລະ ພະນັກງານ-ນັກຮົບພາຍໃນກົມຕໍາຫຼວດຈະລາຈອນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເຕີບໃຫຍ່ເຂັ້ມແຂງໃນການກໍ່ສ້າງພະນັກງານດີຂຶ້ນກວ່າເກົ່າ.


ພາບ-ຂ່າວ: ລັດດາວັນ ບຸດຕະວົງ