ແຂວງອຸດົມໄຊ ອະນຸຍາດໃຫ້ 3 ບໍລິສັດເຂົ້າມາລົງທຶນ ຢູ່ ເມືອງໄຊ, ເມືອງແບງ ແລະ ເມືອງຮຸນ

793

ພິທີເຊັນສັນຍາໂຄງການລົງທຶນພາກເອກະຊົນ ລະຫວ່າງ ອົງການປົກຄອງແຂວງອຸດົມໄຊ ກັບພາກທຸລະກິດ ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ຢູ່ພະແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ.

ໂດຍແມ່ນທ່ານ ຈັນທະບູລີ ວັນທາລັກ ຮັກສາການຫົວໜ້າພະແນກແຜນການ ແລະການລົງທຶນ ຕາງໜ້າໃຫ້ອົງການປົກຄອງແຂວງອຸດົມໄຊ ເຊັນສັນຍາຮ່ວມກັບ 3 ບໍລິສັດ ຄື: ບໍລິສັດ ຫຼົງຊິງ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ລົງນາມໂດຍ ທ່ານ ຫຼົງຊິງ ປະທານບໍລິສັດ; ບໍລິສັດ ຫົວເຟິງສົ່ງເສີມກະສິກຳ ຈຳກັດ ລົງນາມໂດຍ ທ່ານ ຈາງຮົວ ອຳນວຍການບໍລິສັດ ແລະ ບໍລິສັດ ອຸດົມໄຊພັດທະນາກະສິກຳ ຂາເຂົ້າ-ຂາອອກ ຈຳກັດ ລົງນາມໂດຍ ທ່ານ ບຸນມີ ອຳນວຍການບໍລິສັດ ໂດຍມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີອົງການປົກຄອງເມືອງໄຊ, ເມືອງແບງ, ເມືອງຮຸນ ແລະພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີ.


ທັງ 3 ບໍລິສັດ ແມ່ນດໍາເນີນທຸລະກິດການລົງທຶນທີ່ແຕກຕ່າງກັນ ແລະດໍາເນີນທຸລະກິດ ພາຍໃຕ້ລະບຽບ, ກົດໝາຍ ການລົງທຶນຂອງ ສປປ ລາວ ຄື: ບໍລິສັດ ຫຼົງຊິງ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ແມ່ນສົ່ງເສີມປະຊາຊົນ ປູກພຶດກະສິກຳຕາມລະດູການເປັນສິນຄ້າ ແລະປູກໄມ້ໃຫ້ໝາກໃນເນື້້ອທີ່ທັງໝົດ 201,55 ເຮັກຕາ ຢູ່ບ້ານມູນເມືອງ ເມືອງໄຊ; ບ້ານນ້ຳດໍ, ບ້ານໂຮມໄຊຄໍາ, ບ້ານຫ້ວຍລຸກ ແລະບ້ານປາງສົມ ເມືອງແບງ ບໍລິສັດ ຈະຮັບຜິດຊອບທຶນ, ເຕັກນິກ, ການຕະຫຼາດ ແລະເກັບຊື້ໝາກໄມ້ຈາກປະຊາຊົນຕາມລາຄາໃນທ້ອງຕະຫຼາດ ໃນຮູບແບບການຂາຍຍົກ ໃນແຕ່ລະໄລຍະ ຫຼື ລາຄາທີ່ທັງສອງຝ່າຍໄດ້ຕົກລົງກັນ;

ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ລົງທຶນສົ່ງເສີມປະຊາຊົນ ຟື້ນຟູ ແລະເກັບໃບຊາ, ປູກພືດຜັກ, ໄມ້ໃຫ້ໝາກ, ພືດລະດູແລ້ງ ແລະສົ່ງເສີມປະຊາຊົນລ້ຽງສັດໃຫຍ່ ແລະສັດນ້ອຍ ຢູ່ເຂດ 10 ບ້ານ ໃນເມືອງໄຊ ຄື: ບ້ານມົກກົກ, ບ້ານນາຊາຍທອງ, ບ້ານກິ່ວເຮ້ຍ, ບ້ານພູສະຫວັນ, ບ້ານລາວລີ-ລາວວ່າ, ບ້ານ ບໍ່, ບ້ານນາໝີ, ບ້ານທ່ຽວ, ບ້ານປາງແມງ ແລະບ້ານຫ້ວຍແພ ໃນເນື້ອທີ່ທັງໝົດ 300 ເຮັກຕາ ບໍລິສັດຈະຮັບຜິດຊອບທຶນ, ເຕັກນິກ, ການຕະຫາດ ແລະເກັບຊື້ໃບຊາ, ໝາກໄມ້, ສັດລ້ຽງຈາກປະຊາຊົນ ຕາມລາຄາໃນທ້ອງຕະຫຼາດ ໃນຮູບແບບການຂາຍຍົກ ໃນແຕ່ລະໄລຍະ ຫຼື ລາຄາທີ່ທັງສອງຝ່າຍໄດ້ຕົກລົງກັນ.

ບໍລິສັດ ອຸດົມໄຊ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ຈຳກັດ ລົງທຶນສົ່ງເສີມປະຊາຊົນ ປູກສາລີ ຢູ່ເມືອງໄຊ, ເມືອງແບງ ແລະເມືອງຮຸນ ໃນເນື່ອທີ່ 4 ພັນເຮັກຕາ ແລະສ້າງຕັ້ງໂຮງງານອົບແຫ້ງສາລີ ແລະໂຮງງານ ຜະລິດຕະພັນ ປ້ອງກັນພືດພັນກະສິກຳລາວ ຢູ່ ບ້ານນ້ຳປຣະ ເມືອງໄຊ, ບໍລິສັດຈະຮັບຜິດຊອບທຶນ, ເຕັກນິກ, ການຕະຫາດ ແລະເກັບຊື້ສາລີ ຈາກປະຊາຊົນ ຕາມລາຄາໃນທ້ອງຕະຫຼາດ ໃນຮູບແບບການຂາຍຍົກ ໃນແຕ່ລະໄລຍະ ຫຼື ລາຄາທີ່ທັງສອງຝ່າຍໄດ້ຕົກລົງກັນ. ເຊິ່ງທັງ 3 ບໍລິສັດທີ່ໄດ້ຮັບການອານຸຍາດລົງທຶນ ແມ່ນມີອາຍຸການລົງທຶນ 10 ປີ ນັບແຕ່ມີການເຊັນສັນຍາເປັນຕົ້ນໄປ.