ທະນາຄານລາວ-ຝຣັ່ງ ສະໜອງທຶນ 10ລ້ານໂດລາ  ໃຫ້ແກ່ລັດວິສາຫະກິດຖືຮຸ້ນລາວ

589

ໃນວັນທີ 24 ມິຖຸນາ, ທະນາຄານລາວ – ຝຣັ່ງ ໄດ້ເຊັນສັນຍາສະໜອງທຶນ 10 ລ້ານ ໂດລາສະຫະລັດ ຄັ້ງທີ 2 ໃຫ້ແກ່ລັດວິສາຫະກິດຖືຮຸ້ນລາວ  ເພື່ອສະໜັບສະໜູນຍຸດທະສາດ ການພັດທະນາໃນຂະແໜງພະລັງງານຂອງ ສປປ ລາວ.

ເຂົ້າຮ່ວມພິທີເຊັນສັນຍາມີທ່ານ ອາກໂນ ໂກລີເອ ຜູ້ອໍານວຍການທະນາຄານລາວ-ຝຣັ່ງ ແລະ ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ່ນລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ອາກໂນ ໂກລີເອ ຜູ້ອໍານວຍການທະນາຄານລາວ-ຝຣັ່ງໄດ້ກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຜົນສຳເລັດທີ່ສຳຄັນໃນການຮ່ວມມືຂອງພວກເຮົາ, ທະນາຄານລາວ-ຝຣັ່ງ (BFL) ມີຄວາມຍິນດີ ແລະ ມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ສະໜອງທຶນ ໃຫ້ແກ່ລັດວິສາຫະກິດຖືຮຸ້ນລາວ ດ້ວຍເງິນທຶນ 10ລ້ານໂດລາສະຫະລັດ ເຊິ່ງຈະຊ່ວຍເສີມສ້າງຂີດຄວາມສາມາດດ້ານການເງິນ ສືບຕໍ່ລົງທຶນໃນຂະແໜງພະລັງງານ.

ຂໍ້ຕົກລົງດ້ານການເງິນກັບ ລັດວິສາຫະກິດ ຖືຮຸ້ນລາວ ເປັນການສົ່ງເສີມການພັດທະນາຂະແໜງພະລັງງານ ເຊິ່ງບໍ່ພຽງແຕ່ກ່ຽວກັບພະລັງງານໄຟຟ້ານໍ້າຕົກເທົ່ານັ້ນ ແຕ່ຍັງມີພະລັງງານທົດແທນອີກດ້ວຍ ພວກເຮົາຂໍສະແດງຄວາມຂອບໃຈມາຍັງທັງສອງທີມ ລັດວິສະຫະກິດຜູ້ຖືຮຸ້ນລາວແລະ ທະນາຄານລາວ – ຝຣັ່ງ  ທີ່ພວກເຮົາ ເຮັດວຽກຢ່າງໜັກເພື່ອເຮັດໃຫ້ຂໍ້ຕົກລົງນີ້ເກີດຂື້ນ ແລະ ຫວັງວ່າມັນຈະເປັນຈຸດເລີ່ມຕົ້ນຂອງໂຄງການຕ່າງໆໃນອະນາຄົດ.


ໂຄງການສະໜອງທຶນນີ້ ເກີດຂຶ້ນເປັນຜົນສືບເນື່ອງມາຈາກຂໍ້ຕົກລົງການສະໜອງທຶນຄັ້ງທີ 2 ລະຫວ່າງທະນາຄານລາວ – ຝຣັ່ງ ແລະ ລັດວິສາຫະກິດຖືຮຸ້ນລາວ ຈໍານວນ 10 ລ້ານ ໂດລາສະຫະລັດ ໃນເດືອນ ມິຖຸນາ 2021 ເພື່ອສະໜັບສະໜູນຍຸດທະສາດການພັດທະນາໃນຂະແໜງພະລັງງານຂອງ ສປປ ລາວ.