ການດໍາລົງຊິວິດປົກກະຕິແບບໃໝ່ ຍັງມີຄວາມຈຳເປັນທີ່ທຸກຄົນຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນໂຄວິດ-19

394

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ ວ່າ: ເຖິງວ່າການລະບາດຢູ່ໃນປະເທດຂອງພວກເຮົາ ຈະມີທ່າອ່ຽງຫຼຸດລົງຢູ່ຫຼາຍແຂວງ ແຕ່ກໍຍັງ ມີລາຍງານການຕິດເຊື້ອໃໝ່ໃນຊຸມຊົນແຕ່ລະວັນໃນນະຄອນຫຼວງວຽງຈັນ ລວມທັງກໍລະນີນຳເຂົ້າຈາກແຮງງານທີ່ກັບມາແຕ່ຕ່າງປະເທດ ແລະ ອາດຈະຍັງມີລາຍງານການລັກລອບເຂົ້າເມືອງແບບຜິດກົດໝາຍ ເຊິ່ງເປັນສິ່ງທ້າທາຍທີ່ຈະມີການລະບາດໃນຊຸມຊົນໃນຕໍ່ໜ້າ.

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ, ລະເລີງ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ. ການດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດເປັນປະຈຳ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ່ຽງໄປບ່ອນທີ່ມີຄົນແອອັດຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ; ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖິງ ວັນອາທິດ); ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.

ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດຫ້າມຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້.