ກະຊວງ ອຄ ປະກາດການຈັດຕັ້ງຫຼາຍຕໍາແໜ່ງ ໃນນີ້ ແຕ່ງຕັ້ງທ່ານ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ

4150

ວັນທີ 14 ມິຖຸນາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ມີພິທີປະກາດ ພະນັກງານຂັ້ນນໍາພາ ອອກພັກການ-ຮັບການອຸດໜູນບໍານານ ແລະ ປະກາດການແຕ່ງຕັ້ງຫົວໜ້າກົມ, ຮັກສາການຫົວໜ້າຫ້ອງການກະຊວງ, ສະຖາບັນ ແລະ ຮອງຫົວໜ້າກົມ ໂດຍເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ.


ໃນພິທີທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດໍາລັດຂອງ ທ່ານ ນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ວ່າດ້ວຍການອະນຸມັດໃຫ້ພະນັກງານຂັ້ນ ຮອງຫົວໜ້າກົມອອກຮັບອຸດໜູນບໍານານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການກະຊວງ ແລະ ຮອງຫົວໜ້າກົມເຊິ່ງມີການຕົກລົງ ແລະ ແຕ່ງຕັ້ງດັ່ງນີ້:


1. ດໍາລັດນາຍົກລັດຖະມົນຕີສະບັບເລກທີ 311/ນຍ ລົງວັນທີ 11 ພຶດສະພາ 2021 ອະນຸມັດໃຫ້ ທ່ານ ສິລິສໍາພັນ ວໍຣະຈິດ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າອອກພັກການ-ຮັບອຸດໜູນບໍານານ.


2. ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 312/ນຍ ລົງວັນທີ 11 ພຶດສະພາ 2021 ອະນຸມັດໃຫ້ ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ອອກພັກການ – ຮັບອຸດໜູນບໍານານ
3. ດໍາລັດ ນາຍົກລັດຖະມົນຕີ ເລກທີ 313/ນຍ ລົງວັນທີ 11 ພຶດສະພາ 2021 ອະນຸມັດໃຫ້ທ່ານ ນາງ ບານສະຕິ ເທບພະວົງ ກໍາມະການຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງ ອອກພັກການ-ຮັບອຸດໜູນບໍານານ


4. ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ອຄ ສະບັບເລກທີ 0414/ອຄ ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍອະນຸມັດໃຫ້ທ່ານ ນາງ ຈຽງຄໍາ ທອງປະເສີດ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ອອກພັກການ ຮັບອຸດໜູນບໍານານ
5. ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ອຄ ເລກທີ 0413/ອຄ ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍອະນຸມັດໃຫ້ທ່ານ ປອ ນາງ ພວງພະກາ ອຸດົມ ຮອງຫົວນ້າກົມການຄ້າພາຍໃນ ອອກພັກການຮັບອຸດໜູນບໍານານ

6. ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ອຄ ເລກທີ 0412 /ອຄ ລົງວັນທີ 31 ພຶດສະພາ 2021 ອະນຸມັດໃຫ້ທ່ານ ບຸນຖອງ ໂສພາວັນດີ ຮອງຫົວໜ້າຫ້ອງການກະຊວງ ອອກພັກການ ຮັບອຸດໜູນບໍານານ.


ພ້ອມນັ້ນຍັງໄດ້ຜ່ານ ດໍາລັດສະບັບເລກທີ 301/ນຍ ລົງວັນທີ 26 ເມສາ 2021 ວ່າດ້ວຍແຕ່ງຕັ້ງທ່ານ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ.
ດໍາລັດເລກທີ 302/ນຍ ລົງວັນທີ 26 ເມສາ 2021 ວ່າດ້ວຍການແຕ່ງຕັ້ງທ່ານ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ.


ຂໍ້ຕົກລົງ ເລກທີ 0389/ອຄ.ກຈພງ ລົງວັນທີ 26 ພຶດສະພາ 2021 ແຕ່ງຕັ້ງ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຮັກສາການແທນຫົວໜ້າຫ້ອງການກະຊວງ.
ຂໍ້ຕົກລົງ ເລກທີ 0390 /ອຄ.ກຈພງ ລົງວັນທີ 26 ພຶດສະພາ 2021 ແຕ່ງຕັ້ງທ່ານ ປອ ແກ້ວມໍລະກົດ ສິດລາກອນ ເປັນຮັກສາການແທນຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ.


ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ອຄ ເລກທີ 0386/ອກ.ກຈພງ ລົງວັນທີ 25 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການກະຊວງ ແລະ ຮອງຫົວໜ້າກົມເພື່ອທົດແທນຕໍາ ແໜ່ງທີ່ວ່າງດັ່ງນີ້:
ແຕ່ງຕັ້ງທ່ານ ນາງ ສິມາລາ ແກ້ວສະກຸນວຽງ ຫົວໜ້າພະແນກບໍລິຫານ ຫ້ອງການກະຊວງ ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ອຄ
ແຕ່ງຕັ້ງທ່ານ ດາວເພັດ ເມືອງໂພນທອງ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ – ພະນັກງານ, ກົມຈັດຕັ້ງ ແລະ ພະນັກງານຂຶ້ນເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ


ແຕ່ງຕັ້ງທ່ານ ບຸນຈັນ ລໍວັນໄຊ ຫົວໜ້າພະແນກສັງລວມ, ກົມການຄ້າພາຍໃນ ຂຶ້ນເປັນຮອງຫົວໜ້ກົມການຄ້າພາຍໃນ
ແຕ່ງຕັ້ງທ່ານ ນາງ ວິໄລພອນ ຊິນດາວົງ ຫົວຫນ້າພະແນກການຄ້າຫຼາຍຝ່າຍ ກົມນະໂຍບາຍການຄ້າຕ່າງປະເທດ ຂຶ້ນເປັນຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ
ແຕ່ງຕັ້ງທ່ານ ອິດທິລິດ ຍັງນຸວົງ ຫົວໜ້າພະແນກການຄ້າດ້ານສິນຄ້າ ກົມນະໂຍບາຍການຄ້າຕ່າງປະເທດ ຂຶ້ນເປັນຮອງກົມນະໂຍບາຍການຄ້າຕ່າງປະເທດ


ພ້ອມນັ້ນ ທ່ານ ລັດຖະມົນຕີກະຊວງ ອຄ ອອກຂໍ້ຕົກລົງ ເລກທີ 0394 /ອຄ. ກຈພງ ລົງວັນທີ 27 ພຶດສະພາ 2021 ສັບຊ້ອນພະນັກງານທີ່ມາຈາກກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນກົມຄື:
ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມເປັນຜູ້ຊ່ວຍວຽກການນໍາກະຊວງ
ທ່ານ ສົມພາດ ໂພທິສັກ ເປັນຮອງຫົວໜ້າກົມກວດກາ
ທ່ານ ຈິດຕະພົງ ອັກຄະວົງ ເປັນຮອງຫົວໜ້າກົມແຜນການ ແລະ ການຮ່ວມມື


ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ກ່າວຕໍ່ພິທີວ່າ: ການແຕ່ງຕັ້ງ, ການສັບຊ້ອນ, ປ່ຽນແທນ ແລະ ອອກຮັບອຸດໜູນບຳນານຂອງພະນັກງານ-ລັດຖະກອນ ເປັນການປະຕິບັດ ຢ່າງເປັນປົກກະຕິຂອງ ການຈັດຕັ້ງໃນທົ່ວລະບົບການເມືອງ ຂອງພວກເຮົາ, ເພື່ອແນໃສ່ປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ.


ຢ່າງໃດກໍຕາມ, ພາຍໃຕ້ສະພາບການໃໝ່ ທີ່ມີທັງຄວາມຫຍຸ້ງຍາກສັບສົນ ແລະ ສິ່ງທ້າທາຍ ຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາກົມ, ຫ້ອງການກະຊວງ ແລະ ສະຖາບັນ ເອົາໃຈໃສ່ແຕ່ລະວຽກງານ ດັ່ງນີ້: ການນຳພາໃນຂົງເຂດການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະ ແບບແຜນວິທີເຮັດວຽກ ໃຫ້ເອົາໃຈໃສ່ສຶກສາອົບຮົມ ພະນັກງານລັດຖະກອນໃຫ້ມີຄວາມເຂົ້າໃຈ ກຳແໜ້ນແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ການຈັດຕັ້ງເຊື່ອມຊຶມ ບັນດາເອກະສານ, ມະຕິ, ຄໍາສັ່ງ ແນວທາງນະໂຍ ບາຍຂອງພັກ, ສືບຕໍ່ເພີ່ມທະວີການກໍ່ສ້າງ ແລະ ປັບປຸງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ຊ່ວຍການປັບປຸງຄືນພາລະບົດບາດຂອງກະຊວງ ກໍຄືຂອງກົມກອງ ແລະ ບັນດາພະແນກຂອງຕົນ ໂດຍສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ເພື່ອຮັບປະກັນໃຫ້ກົງຈັກກະທັດຮັດ ມີປະສິດທິພາບ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ ຫຼີກເວັ້ນການທັບຊ້ອນໜ້າວຽກລະຫວ່າງກັນ.