ການຄ້ານະຄອນຫຼວງ ກຳນົດໃໝ່ລາຄາຈໍາຫນ່າຍຂອງຮ້ານ ຊີພີພັອກຊັອບ

918

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການແນະນໍາ ກ່ຽວກັບລາຄາຈໍາຫນ່າຍຊີ້ນຫມູ ແລະ ໄກ່ປອກ ຂອງຮ້ານຊີພີພັອກຊັອບ 20 ຮ້ານຢູ່ໃນນະຄອນຫຼວງວຽງຈັນ ໃນໄລຍະ ວັນທີ 11-30 ມີຖຸນາ 2021 ໃຫ້ປະຕິບັດຕາມລາຄາໃໝ່ນີ້.

ໂດຍອີງຕາມແຈ້ງການແນະນໍາສະບັບເລກທີ 0741/ອຄ.ນວ.ຄພນ ລົງວັນທີ 11 ມິຖຸນາ 2021; ອີງຕາມ ໃບສະເຫນີຂອງບໍລິສັດ ຊີພີ ລາວ ຈໍາກັດ ເລກທີ່ 1991/ຊພລ, ລົງວັນທີ 10 ມິຖຸນາ 2021

ເພື່ອຕອບສະຫນອງ ດ້ານສິນຄ້າສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ຢູ່ນະຄອນຫຼວງວຽງຈັນ, ໃນໄລຍະທີ່ມີການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 (COVID-19), ເຮັດໃຫ້ລາຄາສິນຄ້າ ຢູ່ໃນທ້ອງຕະຫຼາດມີສະຖຽນລະພາບທີ່ຫມັ້ນທ່ຽງ ແລະ ບໍ່ມີຜົນກະທົບຕໍ່ສັງຄົມ.

ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຮ່ວມມືກັບຜູ້ປະກອບການ ແຈ້ງລາຄາຊີ້ນໍາ ໄກ່ສາມສາຍປອກ ແລະ ຊີ້ນຫມູ ເພື່ອໃຫ້ນໍາອອກຈໍາຫນ່າຍ ຢູ່ໃນຮ້ານຄ້າ ທີ່ເປັນສາຂາຂອງບໍລິສັດ ຊີ.ພີ ລາວ ຈໍາກັດ.

ໂດຍລາຄາຊີ້ນໍາທີ່ທາງພະແນກອຸກສາຫະກໍາ ແລະການຄ້ານະຄອນຫຼວງແຈ້ງມີຄືດັ່ງນີ້: ລາຄາໄກ່ສາມສາຍປອກ(ບໍ່ລວມເຄື່ອງໃນ) 20.000 ກິບ/ໂຕ; ລາຄາໄກ່ສາມສາຍປອກ 23.000 ກີບ/ໂຕ;

ສ່ວນລາຄາຊີ້ນຫມູ ປະກອບມີ: ຊີ້ນບ່າໄລ່ 35.000 ກີບ/ກິໂລ, ຊີ້ນສະໂພກ 36.000 ກີບ/ກິໂລ,  ຊີ້ນສາມຊັ້ນລອກຫນັງ, ຊີ້ນສາມຊັ້ນ, ສັນຄໍ, ຄໍຫມູປິ້ງ, ກະດູກຂ້າງຫມູ, ກະດູກອ່ອນແມ່ນລາຄາ 47.000 ກິບ/ກິໂລ, ຊີ້ນສອງຊັ້ນ 39.000 ກີບ/ກິໂລ, ສັນນອກ 40.000 ກີບ/ກິໂລ ແລະ ສັນນອກຕິດຫນັງ, ສັນໃນ, ຊີ້ນບົດແມ່ນລາຄາ 44.000 ກີບ/ກິໂລ.

ດັ່ງນັ້ນ, ຈຶ່ງແຈ້ງການແນະນໍາ ເພື່ອຊາບ ແລະ ສາມາດໄປຊົມໃຊ້ບໍລິການ ໃນສາຂາຂອງ ບໍລິສັດ ຊີ.ພີ ລາວ ຈໍາກັດ ໃກ້ບ້ານທ່ານໄດ້.