ກຸ່ມບໍລິສັດ ບ້ານຝາຍ ຈຳກັດຜູ້ດຽວ ຈະເຂົ້າຊອກຄົ້ນ, ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ແຂວງໄຊສົມບູນ

512

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ແຂວງ ແລະ ກຸ່ມບໍລິສັດ ບ້ານຝາຍ ຈຳກັດຜູດຽວ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ.


ໃນພິທີ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງນີ້ ຊຶ່ງບົດບັນທຶກສະບັບນີ້ ປະກອບມີທັງມົດ 20 ມາດຕາ, ຂອບເຂດພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການ ແມ່ນຢູ່ເຂດບ້ານນໍ້າຊານ ເມືອງລ້ອງແຈ້ເງ ແຂວງໄຊສົມບູນ ໃນເນື້ອທີ່ 5,56 ກິໂລຕາແມັດ, ໄລຍະເວລາຂອງບົດບັນທຶກສະບັບນີ້ ແມ່ນ 24 ເດືອນ ໃນນີ້ ກອບວຽກຂອງໂຄງການຕ້ອງໄດ້ປະຕິບັດຄື: ຊອກຄົ້ນ-ສຳຫລວດແຮ່ເຫຼັກ ໃນພື້ນທີ່ໄດ້ຮັບອະນຸຍາດ, ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.


ໃນໂອກາດນີ້ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາແຂວງ ໃນຄັ້ງນີ້ ຊຶ່ງມັນເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ທ່ານໄດ້ຮຽກຮ້ອງໃຫ້ຝ່າຍບໍລິສັດ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດບັນທຶກສະບັບນີ້ ຢ່າງເຂັ້ມງວດ ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເປັນເຈົ້າການ ໃນການຕິດຕາມ ກວດກາ ການປະຕິບັດໂຄງການຢ່າງໃກ້ສິດ ແລະ ໄດ້ສະແດງຄວາມຂອບໃຈບໍລິສັດທີ່ໄດ້ມອບລົດໃຫ້ແຂວງໄຊສົມບູນໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈຳນຳນວນດັ່ງກ່າວເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ.

ຈາກນັ້ນ ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຕາງໜ້າໃຫ້ອົງການປົກຄອງແຂວງໂດຍ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ເຈົ້າເມືອງໆລ້ອງແຈ້ງ ແລະ ທ່ານ ຈັນທະລາ ມີລັດຕະນະແພງ ປະທານ ກຸ່ມບໍລິສັດ ບ້ານຝາຍ ຈຳກັດຜູ້ດຽວ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພີຍານ.

ສະໜັບສະໜູນຂ່າວໂດຍ: