ພະຍາດ ທ້ອງເບັງ ລະບາດ ງົວປະຊາຊົນ ຕາຍກະທັນຫັນ 5 ໂຕ

754

ຕາມການລາຍງານຂອງທ່ານ ບຸນຍີ່ ຈັນທະບຸດ ຫົວໜ້ໜ່ວຍງານລ້ຽງສັດ ແລະ ການປະມົງຫ້ອງການກະສິກຳ-ປ່າໄມ້ເມືອງຜາອຸດົມແຂວງ ບໍ່ແກ້ວໃຫ້ຮູ້ວ່າ: ໃນວັນທີ 31 ພຶດສະພາ 2021 ນີ້, ອໍານາດການປົກຄອງບ້ານປຸ່ງລາດໄດ້ລາຍງານວ່າ: ມີງົວຂອງປະຊາຊົນຕາຍໂດຍບໍ່ຮູ້ສາເຫດຈໍານວນ 5 ໂຕ. ຕໍ່ກັບເຫດການດັ່ງກ່າວໜ່ວຍງານລ້ຽງສັດ ແລະ ການປະມົງໂດຍສົມທົບກັບ ອໍານາດການປົກຄອງບ້ານ ໄດ້ລົງກວດກາ ເພື່ອຊອກຫາສາເຫດ ແລະ ເກັບກໍາຂໍ້ມູນໃນເບື້ອງຕົ້ນ ກ່ຽວກັບເຫດການງົວຕາຍ ໃນຄັ້ງນີ້.


ຜ່ານການລົງກວດກາຕົວຈິງ ຂອງໜ່ວຍງານທີ່ກ່ຽວຂ້ອງ ໄດ້ບົງມະຕິພະຍາດສັດ ທີ່ເຮັດໃຫ້ມີງົວຕາຍໃນຄັ້ງນີ້ ແມ່ນເກີດຈາກຫຼາຍອາການ ເປັນຕົ້ນແມ່ນ: ອາການສັດເປັນພະຍາດທ້ອງເບັງ, ສັດຕາຍກະທັນຫັນ ບໍ່ສະແດງອາການຜິດປົກກະຕິ ຫຼື ເຈັບມາກ່ອນ, ມີນໍ້າລາຍ-ນໍ້າມູກໄຫຼອອກປາກ-ອອກດັງຍ້ອນມີລົມດັນກະເພາະ, ບາງໂຕມີເລືອດອອກ ຮູທະວານໜ້ອຍໜຶ່ງ. ງົວທີ່ຕາຍດັ່ງກ່າວເປັນງົວແມ່ 3 ໂຕ ແລະ ງົວຜູ້ 2 ໂຕ.

ຕໍ່ກັບເຫດການດັງກ່າວ ທາງໜ່ວຍງານທີ່ກ່ຽວຂ້ອງ ສົມທົບກັບ ອໍານາດການປົກຄອງບ້ານ ໄດ້ນໍາພາເຈົ້າຂອງສັດຂຸດຂຸມຝັງຊາກງົວຕາຍຈໍານວນ 5 ໂຕ ໃນຂຸມດຽວກັນ ເຊິ່ງຂຸມດັ່ງກ່າວມີຄວາມເລິກ 2 ແມັດ ພ້ອມທັງຊີດຢາຂ້າເຊື້ອພະຍາດໃສ່ຊາກງົວຕາຍ ແລະ ຫຼັງຈາກຖົມຂຸມແລ້ວ ກໍ່ໄດ້ຊີດຢາຂ້າເຊື້ອພະຍາດຮອບທີ່ສອງ ໃສ່ບໍລິເວນຂຸມ ແລະ ບໍລິເວນທີ່ມີຊິ້ນສ່ວນຕົກເຮ່ຍຂອງຊາກງົວຕາຍ, ພ້ອມແນະນໍາອໍານາດການປົກຄອງບ້ານ ແລະ ເຈົ້າຂອງສັດໃຫ້ແຍກສັດໃນຝູງທີ່ມີງົວຕາຍດັ່ງກ່າວອອກໄປລ້ຽງເຂດອື່ນ, ທັ້ງນີ້ ເພື່ອເປັນການປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດສັດທີ່ອາດຈະເກີດຂຶ້ນ.