ພະແນກຍຸຕິທໍາ ແຂວງບໍ່ແກ້ວ ປະກາດປັບປຸງຊັບຊ້ອນ ພະນັກງານຫຼາຍຕຳແໜ່ງ

392

ຕອນບ່າຍຂອງວັນທີ 2 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການຈັດຕັ້ງໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິເດດ ບັນດາກອນ ຮອງຫົວໜ້າພະແນກຍຸຕິທໍາ ແລະ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທໍາ, ມີຫົວໜ້າຂະແໜງ, ຮອງຂະແໜງ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວຄະນະຈັດຕັ້ງພິທີກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ສະບັບເລກທີ391/ຈຂ.ບກ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜງບໍລິຫານປະເພດ 5 ຈຳນວນ 4 ທ່ານ, ຍິງ 2 ທ່ານຄື: ແຕ່ງຕັ້ງທ່ານນາງ ສີພອນ ແອ່ນວິໄລ ຮອງຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ຂຶ້ນເປັນຫົວໜ້າຂະແໜງທະບຽນສານ, ແຕ່ງຕັ້ງ ທ່ານ ວ່າ ຈາງ ຮອງຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ຂຶ້ນເປັນຫົວໜ້າຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ແຕ່ງຕັ້ງ ທ່ານນາງ ເພັດສະໝອນ ພົມປັນຍາ ຮອງຫົວໜ້າຂະແໜງທະບຽນສານຂຶ້ນເປັນຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ກວດກາ, ແຕ່ງຕັ້ງທ່ານ ອານົນ ໄພຍະສານ ຮອງຫົວໜ້າຂະແໜງກົດໝາຍ ຂຶ້ນເປັນຫົວໜ້າຂະແໜງກົດໝາຍ ພະແນກຍຸຕິທໍາແຂວງບໍ່ແກ້ວ.

ໃນຕອນທ້າຍຂອງພິທີ ປະທານພິທີໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ທີໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ໂດຍໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງທາງດ້ານແນວຄິດ,ທິດສະດີ,ການຈັດຕັ້ງແລະປະຕິບັດວຽກງານວິຊາສະເພາະ ຕາມສິດ ແລະ ພາລະບົດບາດທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.