ບໍລິສັດຢາງພາລາຢຸນນານ ສປ ຈີນ ມອບອຸປະກອນຕ້ານໂຄວິດ ໃຫ້ແຂວງຫຼວງນໍ້າທາ 35 ລ້ານກີບ

314

ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ໃຫ້ຜ່ອນຜັນ ແລະ ຢຸດຕິລົງ. ມາໃນວັນທີ 1 ມິຖຸນາ 2021 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ. ບໍລິສັດຢາງພາລາຢຸນນານ ສປ ຈີນໄດ້ ມອບອຸປະກອນເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19. ໃຫ້ແຂວງຫຼວງນໍ້າທາ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ: ເຄື່ອງນຸ່ງປ້ອງກັນ, ຜ້າອັດປາກ-ດັງ, ແວນຕາປ້ອງກັນສານເຄມີ, ເຫຼົ້າຂ້າເຊື້ອ ແລະ ຖົງມື ລວມມູນຄ່າທັງໝົດ 35 ລ້ານກີບ. ກ່າວມອບໂດຍ ທ່ານ ເກົາຈີ່ ປະທານ ບໍລິສັດຢາງພາລາຢຸນນານ ສປ ຈີນ ແລະ ກ່າວຮັບຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ກໍ່ໄດ້ສະແດງຄວາມຂອບໃຈມາຍັງທາງ ບໍລິສັດຢາງພາລາຢຸນນານ ທີ່ມີຄວາມເປັນຫ່ວງເປັນໄຍທີ່ໄດ້ປະກອບສ່ວນວັດຖຸປັດໃຈເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ພະຍາດໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ແລະ ທ່ານ ກໍ່ໄດ້ອວຍພອນໃຫ້ ປະທານບໍລິສັດ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໝ້າທີ່ວຽກງານທຸກປະການ.