ເກີດແຜ່ນດິນໄຫວ2 ຄັ້ງ ບໍລິເວນ ແຂວງໄຊຍະບູລີ

548

ສູນຂໍ້ມູນຂ່າວສານແຜ່ນດິນໄຫວ ແຫ່ງຊາດລາວ ໄດ້ລາຍງານໃນວັນທີ 1 ມິຖຸນາ 2021 ວ່າ: ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 2 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ລາຍລະອຽດມີດັ່ງນີ້:


ໃນເວລາ 03:30:53 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງເສັ້ນຂະໜານທີ 19.487 ອົງສາເໜືອ ແລະ ເສັ້ນແວງທີ 101.506 ອົງສາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 27 ກິໂລແມັດ.


ໃນເວລາ 04:54:13 ໂມງ, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງເສັ້ນຂະຫນານທີ 19.386 ອົງສາເໜືອ ແລະ ເສັ້ນແວງທີ 101.549 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 1.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານນາຂັນ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊຍະບູລີ ປະມານ 22 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.