ປັບຂຶ້ນລາຄານ້ຳມັນທຸກຊະນິດ ເລີ່ມເຊົ້າມື້ອື່ນ ກາຊວນຂຶ້ນຫຼາຍສຸດ

553

ເປັນຂ່າວສົ່ງທ້າຍເດືອນທີ່ບໍ່ດີປານໃດ ສຳລັບການປັບຂຶ້ນລາຄານ້ຳມັນທີ່ຈະມີຜົນນັບແຕ່ເຊົ້າມື້ອື່ນເປັນຕົ້ນໄປ ໜັກໜ່ວງຄືການເພີ່ມຂຶ້ນຂອງລາຄານ້ຳມັນກາຊວນ ເຊິ່ງໄລຍະນີ້ກຳລັງເປັນຊ່ວງລະດູການເຮັດໄຮ່ເຮັດນາທີ່ໃຊ້ນ້ຳມັນຫຼາຍ ໃນນັ້ນແອັດຊັງພິເສດ ຂຶ້ນ 51 ກີບ ແລະ ແອັດຊັງທຳມະດາ 100 ກີບ ແລະ ກາຊວນ 145 ກີບຕໍ່ລິດ.


ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0396/ອຄ.ກຄພນ, ລົງວັນວັນທີ 28 ພຶດສະພາ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນດັ່ງນີ້:

ຫຼັງຈາກການປັບຂຶ້ນລາຄາໃໝ່ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດຈະຖືກຢູ່ລິດລະ 11.340 ກີບ, ແອັດຊັງທຳມະດາ 10.130 ກີບ ກາຊວນ 8.690 ຕໍ່ລິດ, ແຂວງຫຼວງພະບາງ ແອັດຊັງພິເສດ 11.710 ກີບ, ແອັດຊັງທຳມະດາ 10.500 ກີບ, ກາຊວນ 9.060 ກີບ, ແຂວງອຸດົມໄຊ ແອັດຊັງພິເສດ 11.820 ກີບ, ແອັດຊັງທຳມະດາ 10.610 ກີບ, ກາຊວນ 9.170 ກີບ.

ເຊິ່ງລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ 29 ພຶດສະພາ 2021 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດຄັ້ງແຮນໍ້າມັນກາຊວນ 150 ກີບຕໍ່ລິດ ແລະ ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 51 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 100 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 145 ກີບຕໍ່ລິດ; ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ເກັບຕາມທີ່ກຳນົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0350/ກຄພນ.ຄສລ, ລົງວັນທີ 28 ພຶດສະພາ 2021 ຈົນກວ່າຈະມີການປ່ຽນແປງ.