ໍຊົມເຊີຍແພດໝໍແຂວງໄຊຍະບູລີ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີທັງ 3 ກໍລະນີ

498

ແຂວງໄຊຍະບູລີ ສໍາເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງ 3 ກໍລະນີ; ໂດຍໃນວັນທີ 27 ພຶດສະພາ 2021 ສູນປິ່ນປົວໂຮງໝໍແຂວງໄຊຍະບູລີ ໄດ້ຈັດສົ່ງກໍລະນີທີ 1 ແລະ ທີ 2 ທີ່ຕິດເຊື້ອໂຄວິດ-19 ແລະ ເຂົ້າປິ່ນປົວຫາຍດີຢູ່ໂຮງໝໍແຂວງໄຊຍະບູລີ ກັບຄືນສູ່ຄອບຄົວ ພ້ອມກັກຕົວຢູ່ບ້ານເປັນເວລາ 7 ວັນ ພາຍຫຼັງທີ່ໄດ້ເຂົ້າຮັກສາປິ່ນປົວຢູ່ໂຮງໝໍແຂວງເປັນເວລາ 30 ວັນ.

ເຂົ້າຮ່ວມໃນພິທີມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະສະເພາະກິດ ແລະ ແພດໝໍໂຮງໝໍແຂວງໄຊຍະບູລີ.
ປະຫວັດການເຄື່ອນໄຫວ ກໍລະນີທີ 1 ເປັນເພດຊາຍ, ອາຍຸ 26 ປີ ເປັນນັກສຶກສາ ກວດພົບເຊື້ອໂຄວິດ-19ທີ່ຫ້ອງ LAB ໄຊຍະບູລີ ວັນທີ 25/4/2021 ແລະ ໄດ້ຮັບການຢັ້ງຢືນຈາກສູນວິເຄາະລະບາດວິທະຍາແຫ່ງຊາດ ວັນທີ 26/4/2021.

ກໍລະນີທີ 2 ນັກສຶກສາເພດຊາຍ ອາຍຸ 19 ປີ ກວດພົບເຊື້ອໂຄວິດ-19 ທີ່ຫ້ອງ LAB ໄຊຍະບູລີ ວັນທີ 27/4/2021 ແລະ ຮັບການຢັ້ງຢືນຈາກສູນວິເຄາະລະບາດວິທະຍາແຫ່ງຊາດ ວັນທີ 30/4/2021 ທັງສອງຄົນແມ່ນຢູ່ບ້ານທ່ານາ ເມືອງໄຊຍະບູລີ ແລະ ໄດ້ນອນປິ່ນປົວແຍກປ່ຽວຢູ່ໂຮງໝໍແຂວງໄຊຍະບູລີ;

ທ່າມກາງທີ່ທີມແພດໂຮງໝໍແຂວງໄດ້ຕິດຕາມປິ່ນປົວໃກ້ສິດ ຕະຫຼອດໄລຍະການປິ່ນປົວ ໄດ້ເກັບຕົວຢ່າງໄປກວດວິເຄາະຄັ້ງທີ 2 ຜົນກວດຍັງເປັນບວກ ທັງສອງຍັງສືບຕໍ່ປິ່ນປົວກັກກັນຢູ່ໂຮງໝໍ ທັງສອງມີສຸຂະພາບແຂງແຮງ, ກວດຄັ້ງທີ 3, ທີ 4, ທີ 5 ຜົນກວດເປັນລົບ ໃນວັນທີ 26/5/2021 ລວມຄວາມວ່າທັງສອງແມ່ນກວດບໍ່ພົບເຊື້ອສອງຄັ້ງໆທີ 4 ແລະ ທີ 5 ແລະ ຄົບຕາມເງື່ອນໄຂທີ່ອອກໂຮງໝໍໄປກັກບໍລິເວນຢູ່ບ້ານຄົບ 7 ວັນ.

ກ່ອນໜ້ານີ້ຄືວັນທີ 24/5/2021 ແຂວງໄຊຍະບູລີກໍປິ່ນປົວຜູ້ຕິດເຊື້ອໂຄວິດ 19 ເປັນເພດຍິງ ອາຍຸ 14 ປີ ເປັນນັກຮຽນ ກໍອອກໂຮງໝໍໄປແລ້ວ ສັງລວມແລ້ວໂຮງໝໍແຂວງໄຊຍະບູລີສາມາດປິ່ນປົວຄົບເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 3 ຄົນ ຫາຍດີທັງໝົດ ກໍລະນີທີ 1, 2 ແລະ 3 ມອບໃຫ້ທາງຄະນະສະເພາະກິດຂັ້ນເມືອງ, ບ້ານ ແລະ ຄອບຄົວສືບຕໍ່ໃນການປະຕິບັດສັງເກດອາການຕໍ່ໄປອີກ 7 ວັນ ຖ້າບໍ່ມີອາການຫຍັງເກີດຂຶ້ນກັບພວກຜູ້ກ່ຽວ ກໍສະເໜີໃຫ້ພວກເພິ່ນເຂົ້າສູ່ຊີວິດສັງຄົມແບບໃໝ່ (NEW NORMAL) ຖືວ່າແຂວງໄຊຍະບູລີໄດ້ສໍາເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢ່າງຈົບງາມ.