27 ພຶດສະພາ ລາວ ມີຜູ້ຕິດເຊື້ອ +12 ຄົນ ແລະ ມີຜູ້ສັກຢາປ້ອງກັນໂຄວິດ ເຂັ້ມທີ 2 ສັກແລ້ວ 174.212 ໂດສ

414

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນປະເທດລາວ ໃນວັນທີ 27 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອເພີ່ມ 12 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ; ສະຫວັນນະເຂດ 3 ຄົນ(ນຳເຂົ້າ)ແລະ ຈຳປາສັກ 5 ຄົນ(ນຳເຂົ້າ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.895 ຄົນ, ເສຍຊີວິດສະສົມ 2 ຄົນ.

ໃນວັນທີ 27 ພຶດສະພາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 1.895 ຄົນ, ວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວຫາຍດີທັງໝົດ 1.281 ຄົນ (ໃໝ່ 20 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 612 ຄົນ. ວຽກງານການຈຳກັດບໍລິເວນ ປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.430 ຄົນ.

ໃນວັນທີ 26 ພຶດສະພາ ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 2.788 ຄົນ, ຜ່ານສະໜາມບິນ 546 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.990 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ 12 ກໍລະນີ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ,ສະຫວັນນະເຂດ 3 ຄົນ(ນຳເຂົ້)ແລະ ຈຳປາສັກ 5 ຄົນ(ນຳເຂົ້າ).


ທ່ານກ່າວຕື່ມວ່າ: ສັງເກດເຫັນວ່າ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່. ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນແຕ່ລະວັນ; ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ຄຽງຄູ່ກັນນັ້ນ ກໍສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນແມ່ນ ຖ້າບໍ່ມີຄວາມຈຳເປັນ ບໍ່ໃຫ້ອອກຈາກບ້ານ ຫຼື ເດີນທາງໄປແຂວງອື່ນ, ໃຫ້ຮັກສາໄລຍະຫ່າງໃນສັງຄົມ, ຫຼີກລ່ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ.


ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14ມື້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.

ການລະບາດ ຮອບທີ່ ສອງ ທີ່ເກີດຢູ່ ສປປ ລາວ ນີ້ ອາດຈະ ມີຈໍານວນຄົນຕິດເຊື້ອຫຼາຍກວ່າປະຈຸບັນ ແຕ່ເນື່ອງຈາກວ່າ ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ປະຊາຊົນໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 ເຊິ່ງມາຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັມທີ 1 ແມ່ນ 639.878 ໂດສ ແລະ ເຂັມທີ 2 ສັກໄດ້ 174.212 ໂດສ, ເຊິ່ງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່.

 ສິ່ງດັ່ງກ່າວກໍ່ເຮັດໃຫ້ຄົນຕິດເຊື້ອຫຼຸດລົງຕາມທີ່ກະຊວງສາທາລະນະສຸກໄດ້ຄາດຄະເນໄວ້; ແຕ່ເຖິງຢ່າງໃດກໍຕາມພວກເຮົາກໍບໍ່ຄວນຈະຫຼົງໄຫຼກັບການລາຍງານຈໍານວນຕິດເຊື້ອໃໝ່ເພາະພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ.

ບາງແຂວງປະຊາຊົນກໍຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ ແຕ່ເມື່ອເກີດມີການລະບາດໃນແຂວງຂອງທ່ານແລ້ວຈຶ່ງຈະໄປສັກວັກຊິນມັນກໍຈະຊ້າເກີນໄປ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນຫຼັງໄດ້ຮັບວັກຊີນ ຈຶ່ງເຮັດໃຫ້ຮ່າງກາຍມີິພູມຄຸ້ມກັນຕ້ານໂຄວິດ-19.  ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍຄືພະແນກການອື່ນໆ ຈົ່ງຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້ ທັງນີ້ກໍເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ສັງຄົມ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.