ໄບເດັນ ລົງນາມປະກາດໃຊ້ກົດໝາຍປ້ອງກັນອາດຊະຍາກຳຕໍ່ຊາວອາຊີ

263

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ໂຈ ໄບເດັນ ປະທານາທິບໍດີຂອງສະຫະລັດອາເມຣິກາ ໄດ້ລົງນາມປະກາດໃຊ້ກົດໝາຍ “ ຕໍ່ຕ້ານອາດຊະຍາກຳຈາກຄວາມກຽດຊັງ ເພາະໂຄວິດ – 19 ( COVID – 19 Hate Crimes Act )” ໃຫ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 20 ພຶດສະພາເປັນຕົ້ນໄປ, ຫຼັງຈາກທີ່ກ່ອນໜ້ານີ້ທັງສະພາຕ່ຳ ແລະ ສະພາສູງຂອງອາເມຣິກາ ຮັບຮອງເອົາເມື່ອບໍ່ດົນມານີ້.

ສຳລັບເນື້ອໃນສຳຄັນຂອງກົດໝາຍ ໄດ້ກຳນົດໃຫ້ກະຊວງຍຸຕິທຳເປັນໜ່ວຍງານຫຼັກໃນການຕິດຕາມ, ສືບສວນ – ສອບສວນອາດຊະຍາກຳຈາກຄວາມກຽດຊັງທາງເຊື້ອຊາດ ແລະ ສາສະໜາ ໂດຍສະເພາະຕໍ່ກຸ່ມຄົນຊາວອາເມຣິກາເຊື້ອສາຍອາຊີ ແລະ ກຸ່ມປະເທດໃນໝູ່ເກາະມະຫາສະໝຸດປາຊີຟິກ.