ໄຟທ໌ມວຍລະຫວ່າງ ຟິວຣີ ກັບ ໂຈຊົວ ເລື່ອນໄປຊົກທ້າຍປີ 2021

623

ສະພາມວຍໂລກ ( WBC ) ກຽມຈັດໄຟທ໌ມວຍລະຫວ່າງ ໄທສັນ ຟິວຣິີ ກັບ ດີອອນເທ ໄວລເດີ ໄຟທ໌ທີ 3 ຊີງແຊັມຮຸ່ນເຮຟວີເວດ ໃນວັນທີ 24 ກໍລະກົດ 2021 ທີ່ອັລລີໄຈແອນ ສະເຕດ້ຽມ ລາສ ເວກັສ ສະຫະລັດອາເມຣິກາ ເຮັດໃຫ້ໄຟທ໌ລະຫວ່າງ ຟິວຣີ ກັບ ແອນໄທນີ ໂຈຊົວ ທີ່ປະເທດຊາອຸດິອາຣະເບຍ ຖືກເລື່ອນອອກໄປຢ່າງໜ້ອຍເຖິງເດືອນທັນວາ 2021.

ທ່ານ ເມົາຣິຊິໂອ ສະໄລມານ ປະທານສະພາມວຍໂລກ ກ່າວວ່າ: ພວກເຮົາໄດ້ຕົກລົງຄໍາຂໍໍຊົກລະຫວ່າງ ຟິວຣີ ກັບ ໄວເດີ ຈິ່ງເຮັດໃຫ້ ໄຟທ໌ລະຫວ່າງ ຟິວຣີ ກັບ ແອນໂທນີ ໂຈຊົວ ທີ່ຊີງແຊັມສາຍແອວກັນເຖິງ 4 ສະຖາບັນ ຕ້ອງເລື່ອນອອກໄປເຖິງທ້າຍປີ 2021.

ຢ່າງໃດກໍຕາມ, ຫຼັງຈາກເຈລະຈາຍືດເຍື້ອຫຼາຍເດືອນ ໂຈຊົວ ກໍມີແຜນຂຶ້ນຊົກກັບ ໂອເລັກຊານເດີ ຢູຊິກ ເຮັດໃຫ້ຄວາມຫວັງຂອງແຟນມວຍທີ່ຢາກເບິ່ງການຊົກລະຫວ່າງ ຟິວຣີ ກັບ ໂຈຊົວ ທີ່ກໍານົດຊົກກ່ອນໜ້ານີ້ 14 ສິງຫາ 2021 ຕ້ອງງຖືກເລື່ອນອອກໄປ.