14 ພຶດສະພາ ລາວມີຜູ້ຕິດເຊື້ອ 16 ຄົນ ແລະ ເສຍຊີວິດ 1 ຄົນ

536

ໃນວັນທີ 14 ພຶດສະພາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ. ນາງ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.
ທ່ານ ດຣ.ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການເຝົ້າລະວັງ ຄວບຄຸມພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 14 ພຶດສະພາ ລາວ ມີຜູ້ຕິດເຊື້ອເພີ່ມ 16 ຄົນ ຈາກການເກັບຕົວຢ່າງໄປກວດທັງໝົດ 1.200 ຄົນ ໃນນັ້ນ: ຈາກ ນະຄອນຫຼວງ 1 ຄົນ ແລະ ຈໍາປາສັກ 15 ຄົນ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 1 ກໍລະນີ). ລວມຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ ມີທັງໝົດ 1.498 ຄົນ ແລະ ມີຜູ້ເສຍຊີວິດ 2 ຄົນ, ປິ່ນປົວຫາຍດີ 513 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍ 983 ຄົນ, ໃນທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດຈຳນວນ 44 ສູນ ແລະ ມີຜູ້ຈຳກັດບໍລິເວນ 3.681 ຄົນ.


ສໍາລັບການບໍລິການສັກວັກຊິນກັນພະຍາດ COVID-19 ນອກຈາກມີການບໍລິການ ຢູ່ ໂຮງໝໍແລ້ວ, ພວກເຮົາຍັງມີການສັກຢາຢູ່ສະໜາມອີກ 3 ຈຸດ ຄື: ຊັງເຈ້ງ ຈະເປີດບໍລິການເປັນປົກກະຕິ,ສູນການຄ້າລາວ-ໄອເຕັກ ຈະສຶບຕໍ່ສັກຈົນ ຮອດວັນທີ 20 ພຶດສະພາ 2021 ຈະໄດ້ຢຸດການໃຫ້ບໍລິການ, ສໍາລັບ ຢູ່ ວຽງຈັນເຊັນເຕີ ມື້ນີ້ ເປັນມື້ສຸດທ້າຍໃນການໃຫ້ບໍລິການສັກຢາວັກຊິນດັ່ງກ່າວ ແລ້ວທີມງານຈະໄປເປີດຈຸດສັກວັກຊິນຢູ່ ວັດຈີນ ຢູ່ບ້ານດົງປາແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.


ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຄັງຄັດ. ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ, ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ. ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ, ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ.

ການອອກກໍາລັງກາຍເເມ່ນກິດຈະກໍາໜຶ່ງທີ່ດີ ເພື່ອ ເຮັດໃຫ້ສຸຂະພາບແຂງແຮງ ແລະ ສ້າງມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການຕ້ານກັບພະຍາດຕ່າງໆ ແຕ່ໃນໄລຍະທີ່ກໍາລັງມີການລະບາດນີ້ ຂໍຮຽກຮ້ອງມາຍັງທຸກໆທ່ານ ໃຫ້ອອກກໍາລັງກາຍຢູ່ບ້ານຢູ່ເຮືອນຂອງຕົນເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ.
ບັນຫາໜຶ່ງທີ່ສຳຄັນ ເວລາທ່ານໄປກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ພ້ອມທັງເບີໂທລະສັບຄວບຄົວຂອງຕົນ ເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ: ຈົ່ງຈໍາກັດບໍລິເວນຢູ່ເຮືອນຂອງຕົນ ຈົນຄົບ 14 ວັນ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ, ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນປິ່ນປົວ ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົນ14 ວັນໃນໄລຍະຈໍາກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບຄືນມາກວດ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ. ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນແມ່ນ ໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື: ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ, ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ, ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ.