ມີ 500 ກວ່າຕົວເລກທີ່ຈະບັນຈຸເຂົ້າລັດຖະກອນ ຄູ ແລະ ບໍລິຫານປີ 2021

679

ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຕົວເລກ (ໂກຕ້າ) ລັດຖະກອນໃຫມ່ໃນສົກປີ 2020 – 2021  ທັງຫມົດ 535 ຕົວເລກ, ໃນນັ້ນ ລັດຖະກອນຄູ ຈໍານວນ 530 ຕົວເລກ ແລະ ບໍລິຫານ ຈໍານວນ 05 ຕົວເລກ; ສະນັ້ນ ເພື່ອເຮັດໃຫ້ການບັນຈຸລັດຖະກອນ ຄູ ແລະ ບໍລິຫານໃຫມ່ ຂອງຂະແຫນງການສຶກສາທິການ ແລະ ກິລາ ຖືກຕ້ອງຕາມລະບຽບການ, ຮັບປະກັນຄວາມສະເຫມີພາບ, ໂປ່ງໃສ, ຍຸຕິທໍາ ແລະ ຄັດເລືອກໄດ້ຜູ້ທີ່ຮຽນດີ, ຮຽນ ເກັ່ງ, ມີຄຸນສົມບັດດີ, ຮັກອາຊີບຄູຢ່າງແທ້ຈິງ ແລະ ສອດຄ່ອງກັບຄວາມຕ້ອງການຄູຕົວຈິງໃນແຕ່ລະຊັ້ນ, ແຕ່ລະສາຍ ແລະ ລາຍວິຊາ ທີ່ຍັງຂາດຄຸ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ.

ແຜນແບ່ງປັນຕົວເລກລັດຖະກອນຄູ ແລະ ບໍລິຫານສໍາລັບມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນ ແລະ ພາກສ່ວນອ້ອມຂ້າງກະຊວງມີ 35 ຕົວເລກດັ່ງນີ້:

– ສະຖາບັນການສຶກສາຊັ້ນສູງ ມີ 20 ຕົວເລກຄື: ມະຫາວິທະຍາໄລແຫ່ງຊາດ 8 ຕົວເລກ, ມະຫາວິທະຍາໄລສະຫວັນນະເຂດ 5ຕົວເລກ, ມະຫາວິທະຍາໄລຈໍາປະສັກ 4ຕົວເລກ ແລະ ມະຫາວິທະຍາໄລສຸພານຸວົງ 3ຕົວເລກ

– ສະຖານອາຊີວະສຶກສາ ແລະ ຂຶ້ນກັບມີ 13ຕົວເລກ: ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ 2ຕົວເລກ,ວິທະຍາໄລເຕັກນິກປາກປ່າສັກ 2ຕົວເລກ, ວິທະຍາໄລລາວ-ເຢຍລະມັນ 2ຕົວເລກ, ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ 1ຕົວເລກ, ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຫຼວງພະບາງ 2ຕົວເລກ, ວິທະຍາໄລເຕັກນິກສັບພະວິຊາ 2ຕົວເລກ, ວິທະຍາໄລເຕັກນິກ-ວິຊາຊີບແຂວງວຽງຈັນ 2ຕົວເລກ, ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ 1ຕົວເລກ

ພາກສ່ວນອ້ອມຂ້າງກະຊວງມີ 2ຕົວເລກຄື ສະຖາບັນພັດທະນາອາຊີວິສຶກສາ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກໍາພາກສ່ວນລະ 1 ຕົວເລກ.

ທີ່ເຫຼືອຈາກນັ້ນແມ່ນເປັນຕົວເລກແບ່ງປັນ ສໍາລັບແຂວງຕ່າງໆ ແລະນະຄອນຫຼວງວຽງຈັນ ລວມທັງໝົດ 500ຕົວເລກ ຄູ495, ບໍລິຫານ5 ດັ່ງນີ້:

ເຊິ່ງແຂວງທີ່ໄດ້ໂກ້ຄ້າຫຼາຍທີ່ສຸດແມ່ນສະຫວັນນະເຂດ 82 ໃນນັ້ນ ຄູ71ຕົວເລກ, ບໍລິຫານ1 ຕົວເລກ, ຄູໂຄງການBEQUAL 10ຕົວເລກ ຮອງລົງມາແຂວງສາລະວັນ36 ເປັນຄູ35 ຕົວເລກ, ຕາມມາດ້ວຍແຂວງຈໍາປາສັກ34 ຕົວເລກຄູ33 ຕົວເລກ , ແຂວງຄໍາມ່ວນ32 ແຍກໃຫ້ຄູ25 ຕົວເລກ.

 

ບັນດາແຂວງຮອງລົງມາຄືຜົ້ງສາລີລວມ 28 ໂກຕ້າ, ຄູ 23ຕົວເລກ, ແຂວງຫົວພັນ 26: ຄູ 25ຕົວເລກ ແຂວງໄຊຍະບູລີ26 ໂກຕ້າ ຄູ 25 ຕົວເລກ, ແຂວງໄຊສົມບູນ25: ຄູ 22ຕົວເລກ, ນະຄອນຫຼວງວຽງຈັນ ລວມ25 ເປັນຄູ 24ຕົວເລກ, ແຂວງວຽງຈັນ24: ຄູ 24ຕົວເລກ, ແຂວງຫຼວງພະບາງ23: ຄູ 22ຕົວເລກ, ແຂວງອຸດົມໄຊ 21: ຄູ 20ຕົວເລກ.

 

ນອກຈາກນີ້ຍັງມີແຂວງບໍລິຄໍາໄຊທີ່ໄດ້ 21ໂກຕ້າ, ຄູ 20ຕົວເລກ, ແຂວງຊຽງຂວາງ20, ຄູ19ຕົວເລກ, ແຂວງຫຼວງນໍ້າທາ 20 ຄູ 15ຕົວເລກ, ຄູໂຄງການBEQUAL 4ຕົວເລກ, ແຂວງບໍ່ແກ້ວ19 ໃຫ້ຄູທັງໝົດ, ເຊກອງ19 ໂກຕ້າຄູ 18ຕົວເລກ, ແຂວງອັດຕະປື19 ຄູ 18ຕົວເລກ.

ສໍາລັບ ການບັນຈຸຄູສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ພາກສ່ວນອ້ອມຂ້າງກະຊວງໃຫ້ບັນຈຸຕາມລາຍວິຊາສະເພາະທີ່ຈໍາເປັນ ແລະ ຂາດເຂີນຄູ, ຜູ້ສະຫມັກສອບເສັງເຂົ້າເປັນຄູ ຕ້ອງມີຄະແນນສະເລ່ຍ ຈົບວິຊາສະເພາະ 3.20 ຂື້ນໄປ: ຜູ້ສະຫມັກ ສອບເສັງເຂົ້າເປັນຄູຢູ່ສະຖາບັນການສຶກສາ ແລະ ມະຫາວິທະຍາໄລ ຕ້ອງມີຄະແນນສະເລ່ຍ ຈົບວິຊາສະເພາະ 3.50 ຂຶ້ນໄປ ຫຼື ໄດ້ຮັບປະກາສະນີຍະບັດແດງ, ຈົບປະລິນຍາໂທ ຫຼື ປະລິນຍາເອກ,ການບັນຈຸລັດຖະກອນ ບໍລິຫານ ໃຫ້ບັນຈຸໃນເມືອງ ທີ່ຂາດເຂີນ ແລະ ວິຊາສະເພາະທີ່ຈໍາເປັນແທ້ໆ ພາຍໃນ 40 ເມືອງເປົ້າຫມາຍ ຂອງໂຄງການຍົກສູງຄຸນນະພາບການສຶກສາ ໃນເຂດຫ່າງໄກສອກຫຼີກ, ໃຫ້ບັນຈຸຄູ ທີ່ຮຽນຈົບວິຊາສະເພາະຖືກຕາມຊັ້ນ ແລະ ລາຍວິຊາ ທີ່ຂາດຄູແທ້ໆ ການບັນຈຸໃຫ້ເລັ່ງໃສ່ຄູ ອາສາສະຫມັກມາໄດ້ຫຼາຍປິ ຫ້າວຫັນໃນຫນ້າທີ່ວຽກງານ ສ່ວນໂຮງຮຽນທີ່ບໍ່ມີຄູອາສາສະຫນັກ ແມ່ນໃຫ້ຈັດຕັ້ງການສອບເສັງຄັດເລືອກ ຕາມລະບຽບການ;     ການບັນຈຸຄູສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ພາກສ່ວນອ້ອມຂ້າງກະຊວງ ໃຫ້ຈັດຕັ້ງການສອບເສັງຄັດເລືອກຕາມວິຊາສະເພາະທີ່ຕ້ອງການ ແລະ ຂາດເຂີນຄູ;  ໃຫ້ບັນຈຸຄູອາສາສະຫມັກ 95%, ນັກສຶກສາຄູທີ່ຮຽນຈົບໃຫມ່ 5% ່ ຜູ້ຮຽນເກັ່ງ ຄະແນນສະເລ່ຍ 3.50 ຂື້ນໄປ ຫຼື ໄດ້ຮັບປະກາສະນີຍະບັດແດງ; ການບັນຈຸລັດຖະກອນບໍລິຫານ ແມ່ນໃຫ້ຈັດຕັ້ງການສອບເສັງຄັດເລືອກເອົາຕາມວິຊາສະເພາະ ທີ່ຈໍາເປັນ ແລະ ຂາດເຂີນ; ບໍ່ອະນຸຍາດໃຫ້ພາກສ່ວນຕ່າງໆ ປ່ຽນຕົວເລກລັດຖະກອນ ຄູມາເປັນ ບໍລິຫານ ແລະ ບໍລິຫານ ມາເປັນຄູ.

ຈາກນັ້ນ ໃຫ້ນໍາສົ່ງມາຍັງ ກະຊວງສຶກສາທິການ ແລະ ກິລາ ເພື່ອກວດກາ ຄວາມຖືກຕ້ອງ ແລະ ຮັບຮອງ ຫຼັງຈາກແຜນການບັນຈຸຖືກຮັບຮອງແລ້ວໃຫ້ແຕ່ລະພາກສ່ວນຮີບຮ້ອນ ປະກອບເອກະສານຕ່າງໆ ບໍ່ໃຫ້ກາຍ ວັນທີ 31 ພຶດສະພາ 2021, ເພື່ອລາຍງານຕໍ່ກະຊວງພາຍໃນ ແລະ ໃຫ້ທັນບັນຈຸເຂົ້າເປັນລັດຖະກອນ ໃນງວດ lll (ວັນທີ 01 ກໍລະກົດ 2021)