ຫລາຍພາກສ່ວນ ສືບຕໍ່ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ຕ້ານໂຄວິດ-19

312

ຫຼາຍພາກສ່ວນຍັງສືບຕໍ່ເງິນ ແລະ ເຄື່ອງຊ່ວຍເຫຼືອໃຫ້ແກ່ລັດຖະບານ ເພື່ອນຳໃຊ້ເຂົ້າໃນການປ້ອງ ແລະ ສະກັດກັ້ນການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2021 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ກ່າວຮັບໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ.

ການມອບເງິນ ແລະ ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ບໍລິສັດ ແພນອອສ໌ ແລະ ພູເບ້ຍມາຍນິງ ສະໜັບສະໜູນວັກຊີນ ຕ້ານໂຄວິດ-19 ຈຳນວນ 30 ພັນໂດສ໌, ສະພາການຄ້າແຂວງຫູນານ ປະຈຳ ສປປ ລາວ ມອບເງິນ ແລະ ອຸປະກອນການແພດ ລວມມູນຄ່າ 400 ກວ່າລ້ານກີບ, ບໍລິສັດຄູໂບຕາລາວ ຈຳກັດຜູ້ດຽວມອບເງິນ 1 ແສນບາດ.

ທະນາຄານຮ່ວມພັດທະ ນາ (JDB) ມອບເງິນ ຈຳນວນ 2,5 ຕື້ກີບ ແລະ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ມອບຜ້າອັດປາກ-ດັງ ຈຳນວນ 175 ກັບ, ເຈວລ້າງມື 48 ກ່ອງ, ເຫຼົ້າ 75 ອົງສາຈຳນວນ 45 ລິດ ແລະ ນ້ຳດື່ມໄອເດັຍລີ 44 ແກັດ ລວມມູນຄ່າ ທັງໝົດ 14 ລ້ານກີບ.


ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ, ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ພ້ອມທັງ ຢືນຢັນວ່າ ຈະນຳເອົາເງິນ ແລະ ອຸປະກອນການແພດທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ທີ່ພວມແຜ່ລະບາດ ຢູ່ ສປປ ລາວ ໃຫ້ຫຼຸດລົງ ແລະ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.


ໂອກາດດຽວກັນ, ບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດ ຜູ້ດຽວ ກໍໄດ້ມອບອຸປະກອນເອເລັກໂຕນິກທາງໄກ ລວມມູນຄ່າ 350 ລ້ານກີບ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕື່ມອີກ.