ການຄ້າຫຼວງພະບາງຄຸມເຂັ້ມລາຄາສິນຄ້າໄລຍະການລະບາດໂຄວິດ-19

333

ໄລຍະນີ້ປະເທດເຮົາແມ່ນພວມຜະເຊີນກັບບັນຫາພະຍາດລະບາດ ລັດຖະບານໄດ້ມີທິດຊີ້ນຳໃຫ້ປະຊາຊົນທັ້ງປະເທດເຫັນໃຈກັນ ແລະພໍ່ຄ້າຊາວຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈອັນຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຜູ້ບໍລິໂພກ ສະເພາະແຂວງຫຼວງພະບາງໄດ້ເອົາໃຈໃສ່ຕິດຕາມບັນຫາລາສິນຄ້າຢ່າງເຄັ່ງຄັດ.

ຕາມການໃຫ້ສຳພາດຂອງທ່ານ ປອ ສຸລິໄຊ ຫົງສາຄອນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ຕໍ່ສື່ທ້ອງຖິ່ນຄັ້ງວັນທີ 27 ເມສາ 2021 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດຕາມຄໍາສັ່ງຂອງຂັ້ນເທິງວາງອອກ ແລະ ເພີ່ມທະວີມາດຕະ ການສະກັດກັ້ນ-ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ຊື້ຂາຍສິນຄ້າອຸປະໂພກ ບໍລິໂພກ ແລະ ເຄື່ອງໃຊ້ສອຍປະຈໍາວັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ທາງພະແນກອຸດສາຫະກໍາ ແລະ ການຄ້າ ກໍໄດ້ອອກແຈ້ງການເຖິງຫ້ອງການອຸດສາຫະກໍາແລະການຄ້າ 11 ເມືອງ ແລະ ນະຄອນ ເພື່ອເເຈ້ງໃຫ້ຜູ້ປະກອບການທຸລະກິດ,ສູນການຄ້າ,ຮ້ານຊັບພະສິນຄ້າ,ຮ້ານຊຸບເປີມາເກັດ-ມິນິມາກ,ຮ້ານສະດວກຊື້ ແລະ ຮ້ານຄ້າຂາຍສົ່ງ-ຂາຍຍົກ,ຂາຍຍ່ອຍ,ຮ້ານຂາຍຢາ,ບັນດາຕະຫຼາດ,ປໍ້ານໍ້າມັນເຊື້ອໄຟ ບໍ່ໃຫ້ຂຶ້ນລາຄາສິນຄ້າ.

ໃນການລົງກວດກາຄັ້ງນີ້ແມ່ນໄດ້ແນະນໍາບໍ່ໃຫ້ຜູ້ປະກອບການທຸລະກິດຄ້າຂາຍສິນຄ້າປະເພດຕ່າງໆສວຍໂອກາດຂຶ້ນລາຄາສິນຄ້າທຸກປະເພດເປັນຕົ້ນແມ່ນ ເຂົ້າກິນ,ຊິ້ນ(ໝູ,ງົວ,ຄວາຍ ) ໄຂ່,ໄກ່ປອກ,ເປັນປອກ,ປານິນ ແລະປະເພດຜຶດຜັກຕ່າງໆ ໂດຍໃຫ້ຂາຍຢູ່ໃນເກນປົກກະຕິທີ່ທາງການກໍານົດໃຫ້ ແລະ ຫາກກວດພົບຜູ້ໃດລະເມີດແມ່ນຈະຖຶກກ່າວເຕືອນ ແລະປະຕິ ບັດມາດຕະການປັບໃໝຕາມລະບຽບກົດໝາຍ.

ພ້ອມນັ້ນທ່ານຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງຍັງໄດ້ຮຽກຮ້ອງເຖິງຜູ້ປະກອບການທຸລະກິດຄ້າຂາຍຢູ່ບັນດາຫ້າງຮ້ານລວມເຖິງບັນດາຕະຫຼາດຈໍາໜ່າຍເຄື່ອງສົດທຸກແຫ່ງພາຍໃນແຂວງຫຼວງພະບາງຫ້າມເດັດຂາດບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າທຸກປະເພດເພື່ອບໍ່ໃຫ້ເອົາປຽບຂອງຜູ້ບໍລິໂພກ ແລະໃຫ້ທຸກຄົນເປັນເຈົ້າການຊ່ວຍກັນຈັດຕັ້ງປະຕິບັດຕາມມາດຕະການ ຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ປິດດັງທຸກຄັ້ງທີ່ອອກຈາກເຮືອນ ເພື່ອປ້ອງກັນແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດຢ່າງເຂັ້ມງວດ.

ທ່ານໃຫ້ຮູ້ຕື່ມອີກວ່າ ໃນຕອນເຊົ້າຂອງ ວັນທີ 28 ເມສາ ຜ່ານມາທາງການຄ້າແຂວງ,ນະຄອນ ໄດ້ຈັດສັນ ໃຫ້ແມ່ຄ້າທີ່ຂາຍເຄື່ອງຢູ່ຕະຫຼາດໂພສີ ແລະ ຕະຫຼາດຊຸມຊົນ ທີ່ໄດ້ປິດໃຫ້ບໍລິການ ລົງໄປຂາຍເຄື່ອງຢູ່ເດີ່ນທາດຫຼວງ ເພື່ອລໍຖ້າການຊີດພົ່ນຢາຂ້າເຊື້ອຈິ່ງໃຫ້ແມ່ຄ້າກັບຄືນ.