ນະຄອນຫຼວງວຽງຈັນ ເລັ່ງກະກຽມໂຮງໝໍພາກສະໜາມ ຢູ່ສູນກັກກັນຫຼັກ 27, ທ່ານເຈົ້າຄອງ ລົງຕິດຕາມ ແລະ ກວດກາ

631

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງຕິດຕາມ ແລະ ກວດກາ ການກະກຽມໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19  ເມື່ອວັນທີ29 ເມສາ 2021 ຢູ່ສູນກັກກັນຫຼັກ 27 ເມືອງໄຊທານີ ໂດຍທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຫົວ ໜ້າພະແນກສາທາລະນະສຸກ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ການລົງຕິດຕາມ ແລະ ກວດກາສະຖານທີ່ຕົວຈິງ ຄັ້ງນີ້ກໍເພື່ອກະກຽມເປັນໂຮງໝໍພາກສະໜາມໄວ້ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ນັບມື້ມີທ່າອ່ຽງເພີ່ມຂຶ້ນ ພ້ອມທັງຕິດຕາມການສັນຈັດຫ້ອງພັກເຊົາ ການຈັດສັນລະບົບລະບາຍນໍ້າ ຫ້ອງນໍ້າ ລະບົບຄວາມປອດໄພ ແລະ ອື່ນໆ.

ນອກນີ້ຍັງໄດ້ກວດກາສະ ຖານທີ່ອ້ອມຮອບ ເພື່ອກຽມເປັນສະຖານທີ່ກັກກັນເພີ່ມເຕີມ ຖ້າຜູ້ຕິດເຊື້ອພະຍາດໂຄວິດ-19 ມີການເພີ່ມຂຶ້ນ ຕື່ມອີກ.

ມາຮອດວັນທີ 29 ເມສາ 2021 ນະຄອນຫຼວງວຽງຈັນ ມີກໍລະນີຕິດເຊື້ອສະສົມຫຼາຍເຖິງ 439 ຄົນ (ໃໝ່ 34)

ທີ່ມາ: ໜັງສືພິມວຽງຈັນໃໝ່